ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຈິ​ບຈັບຜູ້​ນໍາ ທາງ​ດ້ານ​ຈິດ​ໃຈ ຂອງ​ກຸ່ມ​ ພະລາດອນພາບມຸສລິ​ມ (ສະໄລດ໌/ວີ​ດິ​ໂອ)


Egypt: Mohamed Badie Detained
please wait

No media source currently available

0:00 0:01:44 0:00
ລິງໂດຍກົງ

​ເບິ່ງ​ວີ​ດິ​ໂອ ກ່ຽວ​ກັບ ການ​ຈັບ​ກຸມ​ ທ່ານ Mohammed Badie

ເຈົ້າໜ້າ​ທີ່​ອີ​ຈິບ​ໄດ້​ຈັບ​ທ່ານ Mohammed Badie
ຜູ້​ນໍາ​ທາງ​ດ້ານ​ຈິດ​ໃຈ​ຂອງ​ກຸ່ມ​ພະລາດອນພາບ​ມຸສລິ​ມ ​ໃນ​ການ​
ເພີ້​ມທະວີການກວດ​ລ້າງ​ຕໍ່​ກຸ່ມ​ດັ່ງກ່າວ ຫລັງ​ຈາກ​ທີ່ກອງທັບໄດ້
​ໂຄ່ນ​ລົ້ມ​ປະທານາທິບໍດີ Mohamed Morsi ອອກ​ຈາກ​ອໍານາດ.

ທ່ານ Badie ​ໄວ 70 ປີ ​ໄດ້​ຖືກ​ຄວບ​ຄຸມ​ໂຕ​ໄປ​ໃນ​ເຊົ້າ​ວັນ​ອັງ
ຄານ​ມື້​ນີ້ ຈາກ​ຄຸ້ມ​ນຶ່ງ​ໃນ​ເຂດ​ກໍ້າ​ຕາ​ເວັນ​ອອກ​ຂອງ​ນະຄອນ
ຫລວງ​ໄຄ​ໂຣ ບ່ອນ​ທີ່ ພວກ​ສະໜັບສະໜຸນ​ທ່ານ Morsi ​ໄດ້
​ທໍາ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຮັກສາ​ການ​
ຊົ່ວຄາວ​ຂອງ​ອີ​ຈິບ ​ເປັນ​ເວລາ​ຫລາຍ​ອາທິດ​ນັ້ນ.



ທ່ານ Badie ມີ​ກໍານົດ​ຈະ​ຖືກ​ນໍາ​ໂຕ​ຂຶ້ນ​ສານ​ ດໍາ​ເນີນ​ຄະດີ​ໃນວັນທີ 25 ​ເດືອນ​ນີ້ ພ້ອມກັບ
​ຜູ້​ນໍາ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ​ຂອງ​ກຸ່ມ​ພະລາດອນພາບ. ​ເຈົ້າ​ໜ້າ​ທີ່​ກ່າວ​ຫາ​ພວກ​ເຂົາ​ເຈົ້າ​
ວ່າຍຸງ​ຍົງ​ສົ່ງ​ເສີມ​ໃຫ້​ມີ​ການ​ກໍ່ຄວາມ​ຮຸນ​ແຮງ​ເຖິງ​ຂັ້ນ​ມີ​ຄົນ​ເສຍ​ຊີວິດ ຢູ່​ນອກ​ສໍານັກງານ​ໃຫຍ່​
ຂອງ​ກຸ່ມ ເມື່ອ​ເດືອນ​ມີ​ຖຸນາ​ຜ່ານ​ມາ​ ບໍ່​ເທົ່າ​ໃດ​ມື້ກ່ອນ​ການ​ໂຄ່ນ​ລົ້ມ​ປະທານາທິບໍດີ Morsi ​
ໂດຍ​ຝ່າຍ​ທະຫານ ​ໃນ​ວັນ​ທີ 3 ກໍລະກົດ. ທາງ​ການ​ອີ​ຈິບ ໄດ້​ແຈ້ງ​ໂຕ​ເລກ​ຜູ້​ເສຍ​ຊີວິດ​
ຍ້ອນ​ການ​ກໍ່​ຄວາມ​ຮຸນ​ແຮງ​ໃນ​ທົ່ວ​ປະ​ເທດ​ ​ນັບ​ແຕ່​ມື້​ນັ້ນ​ມາວ່າ ມີ​ກາຍ 1 ພັນ​ຄົນ​ແລ້ວ ​
ແຕ່​ຝ່າຍ​ກຸ່ມ​ພະລາດອນພາບ​ເວົ້າ​ວ່າ ​ໂຕ​ເລກ​ແມ່ນ​ສູງ​ກ່ວາ​ນັ້ນ​ອີກຫລາຍ.

ຂະນະດຽວ​ກັນ ກໍ​ມີ​ຂ່າວ​ວ່າ ເຈົ້າ​ໜ້າ​ທີ່​ອີ​ຈິບ​ອາດ​ຈະ​ປ່ອຍ​ໂຕ​ ອ​ະດີດ​ປະທານາທິບໍດີ
Hosni Mubarak ​ໃນ​ໄວໆ​ນີ້ ຊຶ່ງ​ທ່ານ​ໄດ້​ຖືກ​ຄວບ​ຄຸມ​ໂຕ​ໄວ້ ​ເປັນ​ເວລາ​ດົນ​ກ່ວາ​ສອງ​ປີ​
ມາແລ້ວ ລຸນ​ຫລັງ​ການ​ລຸກ​ຮື​ຂຶ້ນ​ຂອງ​ມະຫາຊົນ​ໃນ​ປີ 2011 ທີ່ໄດ້​ໂຄ່ນ​ລົ້ມ​ທ່ານ​ລົງ​ຈາກ
ອໍານາດ​ນັ້ນ.

ສານ​ແຫ່ງ​ນຶ່ງໄດ້​ອອກ​ ຄໍາ​ສັ່ງໃນ​ວັນ​ຈັນ​ວານ​ນີ້​ວ່າ ລັດຖະບານ​ບໍ່​ມີ​ສິດ​ທີ່​ຈະ​ຄວບ​ຄຸມ​ໂຕ​
ທ່ານ Mubarak ​ໄວ້ ​ໃນ​ຂໍ້​ຫາ​ວ່າ ທ່ານ​ກັບ​ລູກ​ຊາຍ​ໄດ້ ​ລັກ​ເອົາ​ເງິນ​ຂອງ​ຫລວງ​ ໄປ​ສ້າງ
ທໍານຽບປະທານາທິບໍດີ​ຫລາຍໆ​ແຫ່ງ​ ອີກ​ຕໍ່​ໄປ​ແລ້ວ ຊຶ່ງ​ໝາຍ​ຄວາມ​ວ່າ ທ່ານ Mubarak
ຍັງ​ມີອີກຄະດີດຽວ​ເທົ່າ​ນັ້ນ ທີ່​ຍັງ​ຈະ​ຕ້ອງ​ໄດ້​ຕໍ່ສູ້.

ທະນາຍຄວາມ​ຂອງ​ທ່ານ Mubarak ​ເວົ້າ​ວ່າ ທ່ານ​ອາດ​ຈະ​ຖືກ​ປ່ອຍ​ໂຕ ພາຍ​ໃນ​ທ້າ​ຍ
ອາທິດ​ນີ້ ກໍ​ໄດ້.

​ວີ​ດິ​ໂອ: ສະຫະລັດ​ຍັງ​ບໍ່​ຕັດສິນ​ໃຈ​ກ່ຽວ​ກັບ​ການ​ປ່ອຍ​ເງິນ​ຊ່ວຍ​ເຫລືອ​ໃຫ້​ອີ​ຈິບ:

US Non-Committal on Egypt Aid
please wait

No media source currently available

0:00 0:02:18 0:00
ລິງໂດຍກົງ



XS
SM
MD
LG