ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າເມືອງມຸສລິມອາເມຣິກັນ ຟ້ອງລັດຖະບານ ສ​ຫລກ່ຽວກັບ​ບັນ​ຊີລາຍຊື່ ຂອງພວກກໍ່ການຮ້າຍ


ເຈົ້າເມືອງ ໂມຮໍາເມັດ ໄຄຣູລລະ ປາກົດຢູ່ໃນພາບ ທີ່ໂພສລົງໜ້າເຟສ໌ບຸກ, ວັນທີ 21 ກັນຍາ 2021.
ເຈົ້າເມືອງ ໂມຮໍາເມັດ ໄຄຣູລລະ ປາກົດຢູ່ໃນພາບ ທີ່ໂພສລົງໜ້າເຟສ໌ບຸກ, ວັນທີ 21 ກັນຍາ 2021.

ເຈົ້າເມືອງ​ໃນ​ລັດນິວເຈີຊີ ຖືກຂັດຂວາງຈາກງານລ້ຽງຢູ່ທໍານຽບຂາວໃນຕົ້ນປີນີ້ ​ແມ່ນ​ນຶ່ງ​ໃນຊາວມຸສລິມອາເມຣິກັນ​ສິບກວ່າ​ຄົນ ທີ່ກໍາລັງຟ້ອງຮ້ອງລັດຖະບານສະຫະລັດ ກ່ຽວກັບການ​ສືບ​ຕໍ່​ໃຊ້​ບັນ​ຊີລາຍຊື່ຂອງຜູ້ກໍ່ການຮ້າຍ ທີ່ຖືກສ້າງຂຶ້ນມາ ລຸນຫຼັງການໂຈມຕີ ໃນວັນທີ 11 ກັນຍາ 2001.

ທ່ານໂມຮໍາເມັດ ໄຄຣູລລະ (Mohamed Khairullah), ເຊິ່ງດໍາລົງຕໍາແໜ່ງເປັນເຈົ້າເມືອງ ໂພຣສເປັກ ພາກ (Prospect Park), ລັດນິວເຈີຊີ ມາ 5 ສະໄໝ, ທ່ານໄດ້ຖືກເຊື້ອເຊີນເຂົ້າຮ່ວມ ງານ​ບຸນ ອີດ (Eid) ຢູ່ທີ່ທໍານຽບຂາວໃນເດືອນພຶດສະພາ ແຕ່ຖືກແຈ້ງໃຫ້ຮູ້ເປັນເວລາສັ້ນໆ ກ່ອນເຂົ້າຮ່ວມງານວ່າ ທ່ານຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນບໍລິເວນດັ່ງກ່າວ.

ໜ່ວຍອາ​ລັກ​ຂາ​ປະ​ທາ​ນາ​ທິ​ບໍ​ດີ ບໍ່ໄດ້​ໃຫ້ເຫດຜົນວ່າ ຍ້ອນສາຍເຫດຫຍັງ ຈຶ່ງ​ບໍ່​ໃຫ້ທ່ານ​ເຂົ້າ​ຮ່ວມ, ແຕ່ການ​ຟ້ອງ​ຮ້ອງໃໝ່ທີ່ນໍາໂດຍ ທ່ານໄຄຣູລລາ ແລະ 11 ຄົນ ອ້າງວ່າ ທ່ານຖືກກີດກັນເນື່ອງຈາກຊື່ຂອງທ່ານ ປາກົດຢູ່ໃນລາຍຊື່ ຂອງພວກກໍ່ການຮ້າຍ ລະຫວ່າງປີ 2019 ແລະ ປີ 2022.

“ລຸນຫຼັງປະມານວັນທີ 22 ສິງຫາ, ຫຼັງຈາກໄດ້​ມີ​ການ​ຖອນ​ຊື່ຈໍາເລີຍ ທ່ານໄຄຣູລລະ ອອກຈາກບັນຊີລາຍຊື່, ພວກເຂົາເຈົ້າຍັງຄົງດໍາເນີນການຢູ່ ແລະຍັງຄົງດໍາເນີນຕໍ່ໄປ, ຈົນເຖິງມື້ນີ້ ເພື່ອຮັກສາບັນທຶກບັນຊີລາຍຊື່ ກ່ຽວກັບສະຖານະໃນອະດີດຂອງທ່ານ ແລະນໍາໃຊ້ມັນເພື່ອທໍາລາຍທ່ານ ແລະໃສ່ຮ້າຍທ່ານ,” ອີງຕາມການກ່າວຂອງ​ສຳ​ນວນ​ຟ້ອງ.

​ການ​ຟ້ອງ​ຮ້ອງນີ້ ແມ່ນ​ຍື່ນ​ໂດຍ ສະພາຄວາມສຳ​ພັນອາເມຣິກັນ-ອິສລາມ ເຊິ່ງເປັນກຸ່ມສະໜັບສະໜຸນຊາວມຸສລິມໄດ້ຍື່ນຟ້ອງຕໍ່ 29 ອົງການຂອງລັດຖະບານ ກາງ ເຊິ່ງລວມມີກະຊວງຍຸຕິທໍາ, ອົງການສັນ​ຕິ​ບານ​ກາງສະຫະລັດ ຫຼື FBI, ​ໜ່ວຍ​ອາ​ລັກ​ຂາ​ປະ​ທາ​ນາ​ທິ​ບໍ​ດີ, ກົມພາສີ ແລະປ້ອງກັນຊາຍແດນ, ແລະ​ອົງ ການ​ຄຸ້ມ​ຄອງຄວາມປອດໄພດ້ານຂົນສົ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG