ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມນັກເຄື່ອນໄຫວ ຊາວມຸສລິມ ສະເໜີລາງວັນ ໃນການຫາໂຕມືປືນ ຍິງສັງຫານ ພະມຸສລິມ


ຕຳຫຼວດເມືອງ New York ປິດລ້ອມເຂດຈຸດເກີດເຫດ ບ່ອນທີ່ ຊາຍສອງຄົນ ໄດ້ຖືກຍິງຕາຍ ໃນຂະນທີ່ພວກເຂົາເຈົ້າ ອອກມາ
ຈາກການໄຫວ້ພະພາວະນາ ໃນວັດອິສລາມແຫ່ງໜຶ່ງ.
ຕຳຫຼວດເມືອງ New York ປິດລ້ອມເຂດຈຸດເກີດເຫດ ບ່ອນທີ່ ຊາຍສອງຄົນ ໄດ້ຖືກຍິງຕາຍ ໃນຂະນທີ່ພວກເຂົາເຈົ້າ ອອກມາ ຈາກການໄຫວ້ພະພາວະນາ ໃນວັດອິສລາມແຫ່ງໜຶ່ງ.

ກຸ່ມນັກເຄື່ອນໄຫວຊາວມຸສລິມ ກຸ່ມໜຶ່ງ ໄດ້ສະເໜີໃຫ້ເງິນລາງວັນ ຈຳນວນ 10,000 ໂດລາ ເພື່ອຊ່ວຍໃນການແກ້ໄຂການສັງຫານນັກສອນສາສະໜາ ແລະ ເພື່ອນຂອງ ທ່ານ ຢູ່ໃນນິວຢອກ.

ພະມຸສລິມ ຫຼື Imam ຊື່ວ່າ Maulama Akonjee ອາຍຸ 55 ປີ ແລະ ທ່ານ Thara Uddin ອາຍຸ 64 ປີ ໄດ້ຖືກຍິງໃນໄລຍະໃກ້ໆ ຢູ່ຖະໜົນສາຍໜຶ່ງ ໃນຂະນະທີ່ພວກ ເພິ່ນອອກມາຈາກການໄຫວ້ພະ ພາວະນາ ເມື່ອວັນເສົາຜ່ານມາ.

ສະພາຄວາມສຳພັນ ກ່ຽວກັບອິສລາມຂອງອາເມຣິກັນ ຫຼື CAIR ກ່າວວ່າ ຕົນຈະທຳ ການປະກາດຢ່າງເປັນທາງການ ໃນວັນຈັນມື້ນີ້ ກ່ຽວກັບ ລາງວັນດັ່ງກ່າວ.

ຜູ້ອຳນວຍການໃຫຍ່ແຫ່ງຊາດ ຂອງ CAIR ທ່ານ Nihad Awad ກ່າວວ່າ “ພວກ ເຮົາຫວັງວ່າ ການສະເໜີໃຫ້ເງິນລາງວັນນີ້ ຈະນຳໄປສູ່ການຈັບກຸມ ແລະ ການຕັດ ສິນການກະທຳຄວາມຜິດ ຂອງບຸກຄົນ ຜູ້ທີ່ໄດ້ກໍ່ອາຊະຍາກຳທີ່ໂຫດຫ້ຽມນີ້. ຄັນມີ ການຈັບກຸມແລ້ວ ພວກເຮົາກໍຄາດໝາຍວ່າ ຈະສາມາດກຳນົດໄດ້ ເຖິງເຈດຕະນາ ຂອງຜູ້ຍິງສັງຫານນັ້ນ.”

ຕຳຫຼວດ ໄດ້ເປີດເຜີຍ ຮູບແຕ້ມຂອງມືປືນ ທີ່ສະແດງໃຫ້ເຫັນວ່າ ເປັນຜູ້ຊາຍ ຜົມດຳ ມີໜວດ ໃສ່ແວນຕາ. ພວກຕຳຫຼວດ ບໍ່ໄດ້ໃຫ້ຂໍ້ມູນໃດໆອີກ ກ່ຽວກັບເຈດຕະນາ ທີ່ ອາດເປັນໄປໄດ້ ເລີຍ.

ບັນດານັກເຄື່ອນໄຫວ ຢູ່ໃກ້ວັດອິສລາມ Al-Furqan Jame ໃນເຂດ Ozone Park ຂອງເມືອງ Queens ໄດ້ເອີ້ນມັນວ່າ ເປັນອາຊະຍາກຳຂອງຄວາມຄຽດຊັງ.

ທ່ານ Kobir Chowdhury ທີ່ເປັນຫົວໜ້າ ວັດອິສລາມ Al-aman ຢູ່ໃກ້ຄຽງ ໃນເມືອງ Brooklyn ເວົ້າວ່າ “ກະລຸນາ ອ່ານປາກຂອງຂ້າພະເຈົ້າ ອັນນີ້ແມ່ນອາຊະຍາກຳ ຂອງຄວາມຄຽດຊັງ ບໍ່ວ່າທ່ານຈະເບິ່ງໃນແງ່ໃດກໍ່ຕາມ.”

ສະມາຊິກຂອງຊຸມຊົນຊາວ ບັງກະລາແດັສ ທີ່ໄດ້ໄປບູຊາໃນວັດມຸສລິມນັ້ນກ່າວວ່າ ພວກເຂົາເຈົ້າຢາກໃຫ້ເຈົ້າໜ້າທີ່ຖືວ່າການຍິງນັ້ນເປັນອາຊະຍາກຳຂອງຄວາມຄຽດຊັງ. ພວກປະທ້ວງປະມານ 100 ຄົນ ໄດ້ເຕົ້າໂຮມກັນ ໃນວັນເສົາຜ່ານມາ ຢູ່ທີ່ຈຸດເກີດເຫດ ຍິງສັງຫານນີ້ ແລ້ວຮ້ອງໂຮ ວ່າ “ພວກເຮົາຕ້ອງການຄວາມຍຸຕິທຳ!”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

New York Imam
please wait
Embed

No media source currently available

0:00 0:01:46 0:00

XS
SM
MD
LG