ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໐ ພຶດສະພາ ໒໐໒໕

ການໃສ່ໜ້າກາກ ອາດຈະກາຍມາເປັນປະເພນີ ສຳລັບຊາວອາເມຣິກັນ ໃນບາງແຫ່ງ


ແມ່ຍິງຄົນນຶ່ງໃສ່ໜ້າກາກ ລະຫວ່າງການປະທ້ວງ ຕໍ່ຕ້ານການກຽດຊັງຊາວເອເຊຍ ຢູ່ຄຸ້ມຄົນຈີນ ໃນນະຄອນລອສແອນເຈີລິສ ລັດຄາລິຟໍເນຍ ເມື່ອວັນທີ 20 ກຸມພາ 2021.
ແມ່ຍິງຄົນນຶ່ງໃສ່ໜ້າກາກ ລະຫວ່າງການປະທ້ວງ ຕໍ່ຕ້ານການກຽດຊັງຊາວເອເຊຍ ຢູ່ຄຸ້ມຄົນຈີນ ໃນນະຄອນລອສແອນເຈີລິສ ລັດຄາລິຟໍເນຍ ເມື່ອວັນທີ 20 ກຸມພາ 2021.

ການໃສ່ໜ້າກາກປ້ອງກັນໂຄວິດ-19 ອາດຈະຫັນປ່ຽນມາເປັນປະເພນີ ເຮັດໃຫ້ ເປັນການລື້ງເຄີຍຢູ່ໃນຫຼາຍໆແຫ່ງຂອງສັງຄົມໃນສະຫະລັດ ເພື່ອປ້ອງກັນສຸຂະ ພາບຈາກພະຍາດຕ່າໆ. ດັ່ງທີ່ສັງເກດໃຫ້ເຫັນເປັນໂຕຢ່າງ ຢູ່ໃນປະເທດຍີີ່ປຸ່ນ ທີ່ເຂົາເຈົ້າມັກໃສ່ໜ້າກາກຢູ່ຕາມຖະໜົນຫົນທາງ ແລະຕາມສະຖານີລົດໄຟມາ ກ່ອນການເກີດລະບາດໂຄວິດ-19.

ບັດນີ້ເຫດການໄດ້ຫັນປ່ຽນແນວຄິດ ອາດເຮັດໃຫ້ແກ່ຊາວອາເມຣິກັນຫຼາຍໆຄົນ ພາກັນໃສ່ໜ້າກາກ ຢູ່ໃນທຸກສະພາບການ ເພື່ອຄວາມລະມັດລະວັງ ໃນສັງຄົມ ຊຶ່ງທ່ານສຸດທະນົງ ວັນນະລາດ ຄົນອາເມຣິກັນເຊື້ອສາຍລາວເຈົ້າຂອງບໍລິສັດ ສ້ອມແປງທໍ່ນໍ້າ ເຂດເມືອງອໍເຣັນຄາວຕີ້ໃນລັດຄາລີຟໍເນຍ ກໍແມ່ນຜູ້ນຶ່ງທີ່ເຫັນ ພ້ອມກັບການໃສ່ໜ້າກາກ. ທ່ານກ່າວວ່າ ພວກພະນັກງານຂອງທ່ານຕ້ອງໄດ້ ໃສ່ໜ້າກາກຢູ່ເປັນປະຈຳມາເປັນເວລານານແລ້ວ ເວລາເຂົາເຈົ້າອອກໄປເຮັດ ວຽກແປງທໍ່ນໍ້າຢູ່ຕາມບ້ານເຮືອນຄົນ ນອກຈາກນັ້ນ ກໍເພື່ອປ້ອງກັນສຸຂະພາບ ຂອງພວກພະນັກງານນັ້ນເອງ ຈາກຂີ້ຝຸ່ນໃນເວລາເຮັດວຽກແລະຈາກສາເຫດ ອື່ນໆ ຊຶ່ງທ່ານວັນນະລາດ ໄດ້ອະທິບາຍສູ່ວີໂອເອ ຟັງດັ່ງນີ້:

ເຖິງຢ່າງໃດກໍດີ ການໃສ່ໜ້າກາກ ປ້ອງກັນໂຄວິດ-19 ຢູ່ໃນສະຫະລັດ ຍັງສືບຕໍ່ເປັນການທ້າທາຍແກ່ພວກເຈົ້າໜ້າທີ່ສາທາລະນະສຸກຂອງສະຫະລັດ ເພາະວ່າມີ ຜູ້ບໍ່ໃຫ້ຄວາມສົນໃຈ ແລະລະເມີດຕໍ່ຄຳປະກາດ. ຄວາມເປັນຫ່ວງທີ່ສຸດກໍຄື ບັນດາ ຜູ້ທີ່ຢູ່ໃນໂຕເມືອງໃຫຍ່ເປັນບ່ອນມີຄົນເຮັດວຽກ ເດີນທາງໄປມາ ແລະຊຸມນຸມກັນຢູ່ຢ່າງໜາແໜ້ນ ໃນແຕ່
ລະວັນ.

XS
SM
MD
LG