ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວົງ​ໜຸ່ມ​ເສຣີ - Maybe Tomorrow


ວົງ​ໜຸ່ມ​ເສຣີ: (ຈາກຊ້າຍ ຫາຂວາ) ບຸນປອນ, ເບ ແລະວິນນີ
ວົງ​ໜຸ່ມ​ເສຣີ: (ຈາກຊ້າຍ ຫາຂວາ) ບຸນປອນ, ເບ ແລະວິນນີ

ວັນນະສອນເຈົ້າຂອງລາຍການສຽງ​ເພງ​ຈາກ​ແດນ​ໄກຂອງຈະ​ມາ​ຈັດ​ເພງ​ລາວໃໝ່ໆ
ຈາກວົງໜຸ່ມ​ເສຣີ ​ກຸ່ມ​ສິນລະປິນ​ລາວ​ໃນ​ສະຫະລັດ​ມາສະ​ເໜີ​ທ່ານ ຂໍ​ເຊີນ​ເຂົ້າ​ສູ່​ລາຍ
ການ​ໄດ້​ເລີຍ.

ສະບາຍດີທ່ານຜູ້ຟັງທຸກໆທ່ານ ວັນນະສອນ ຄ່ຳ​ຄືນ​ນີ້ ວັນນະ​ສອນ​ຈະ​ມາ​ຈັດ​ເພງ​ລາວ​
ມ່ວນໆຂອງ​ວົງ​ດົນຕີ​ ໜຸ່ມ​ເສຣີ ຈາກ​ລັດ Ohio ​ເປັນ​ກຸ່ມ​ສິນລະປິ​ນວົງຣ໊ອກທີ່​ມີ​ຜົນງານ
​ມາ​ ໄດ້​ຫຼາຍທົດ​ສະ​ວັດ​ແລ້ວ ​ແລະ​ຊຸດ​ນີ້ ກໍ​ເປັນ​ຊຸດ​ໃໝ່ທີ່​ຫາກໍ​ອອກ​ມາ ວິທະຍຸ​ກະຈາຍ
ສຽງ​ອາ​ເມຣິກາ ຂອງ​ພວກ​ເຮົາ ​ແມ່ນ​ໄດ້​ຮັບ​ເປັນ​ຄົນ​ແລກ ຊຶ່ງ​ເພງ​ທຳອິດທີ່​ຈະ​ຫຼິ້ນ​ໃຫ້​ຟັງນີ້
​ເປັນ​ເພງຣ໊ອກຫວານໆ ທີ່ບຸນ​ປອນ ວັທນາ​ນົນ ​ເປັນ​ຄົນ​ແຕ່ງ​ແລະ​ຂັບຮ້ອງ ​ເພງ​ນີ້​ມ່ວນ​
ຫຼາຍ ພາ​ໃຫ້​ຜູ້​ຈັດ​ລາຍການຟັງ​ໄປ​ ເຄີບ​ໄປ​ກັບ​ສຽງ​ເພງ​ເລີຍ ​ແລະ​ວັນນະ​ສອນ ຫວັງ​ວ່າ
ທ່ານ​ຜູ້​ຟັງ ກໍ​ຄົງ​ຈະ​ມີ​ຄວາມ​ຮູ້ສຶກ​ແບບ​ດຽວ​ກັນ. ​ເອົາ​ຂໍ​ເຊີນ​ໄປ​ຟັງ​ເພງ Maybe
Tomorrow
ພ້ອມໆ​ກັນເລີຍ​ເນາະ.

ນອກຈາກ ບຸນ​ປອນ ວັທນາ​ນົນ ຜູ້​ເປັນ​ອ້າຍຂອງ​ວົງ ໜຸ່ມ​ເສຣີ ​ແລ້ວ​ຍັງ​ມີ​ນ້ອງຊາຍ
ເບ ວັທນານົນ ຮວມຢູ່​ໃນວົງ​ນຳ​ ເປັນ​ນັກ​ດົນຕີຄື​ກັນ​ກັບ​ອ້າຍ​ ​ເນື່ອງ​ຈາກ​ວ່າ
ໜຸ່ມ ບຸນ​ປອນ​ ແລະ ​ເບ ​ເປັນ​ຄົນ​ມາ​ຈາກ​ທາງ​ໃຕ້ ​ແຖວ​ປາກ​ເຊພຸ້ນ ບຸນ​ປອນຈຶ່ງ​ໄດ້​
ສະ​ແດງ​ອອກ ​ຊຶ່ງ​ຄວາມ​ຮູ້ສຶກທີ່​ໄດ້​ບັນ​ລະ​ຍາຍ​ເຖິງ​ ຄວາມ​ໂຫຍ​ຫາ​ ຄິດ​ເຖິງ​ບ້ານ
ຜ່ານ​ທາງ​ຕົວ​ໂນ໊ດ ຈຶ່ງ​ກາຍ​ເປັນ​ບົດ​ເພງ​ນີ້ຄິດ​ເຖິງ​ປາກ​ເຊ. ​ວັນນະ​ສອ​ນ ຂໍຈັດ​ພິ​ເສດ
ໃຫ້​ທ່ານ​ຜູ້​ຟັງທີ່ຢູ່​ທາງ​ໃຕ້ ທາງປາ​ກເຊ ທຸກໆ​ທ່ານ ຫຼື​ບໍ່ ກໍ​ພວກ​ທີ່​ເປັນ​ໃພ້​ເປັນ​ເຂີຍ
ທາງ​ໃຕ້​ພຸ້ນ​ນໍ ​ແລະ​ວ່າພໍ​ໄດ້ຟັງ​ເພງ​ນີ້​ແລ້ວ ກໍ​ຢ່າ​ລືມ​ກັບ​ໄປ​ຢ້ຽມຢາມ​ປາກ​ເຊ​ແດ່​ເດີ ​
ເພື່ອ​ໃຫ້ຫາ​ຍຄວາມ​ຄິດ​ເຖິງ.

​ຂໍ​ອຳ​ລາ​ທ່ານ​ຜູ້​ຟັງ​ໄປ​ໃນ​ຄ່ຳ​ຄືນ​ນີ້ ດ້ວຍ​ເພງ ທີ່​ໜ້າ​ຮັກໆ ​ແບບ​ສະໜຸກ​ສະໜາ​ນ ມ່ວນ​ຊຶ່ນ
ຟັງ​ເພງ​ໄປ ຮ້ອງ​ໄປ ​ເຕັ້ນ​ລຳ​ໄປ ​ແລະ​ຖ້າວ່າມັກ​ເພງ​ຂອງ​ໜຸ່ມ​ເສຣີ​ແລ້ວ ກໍ​ໃຫ້​ຕິດ​ຕໍ່​ຫາ
ບຸນ​ປອນ​ແລະ ​ເບ ທາງ Facebook. ທາງ VOA ຕ້ອງ​ຂໍ​ຂອບ​ໃຈນຳ​ເບ​ທີ່​ເປັນ​ຜູ້​ສົ່ງ​ເພງ
​ຊຸດ​ນີ້​ມາ​ໃຫ້ ​ຂໍສັນລະ​ເສີນ​ແລະ​ເປັນ​ກຳລັງ​ໃຈ ​ໃຫ້​ວົງ​ໜຸ່ມ​ເສຣີ ໄດ້​ສືບ​ຕໍ່ຂໍ​ສ້າງຜົນງານ​ດີໆ
​ເຮັດ​ເພງ​ລາວ​ມ່ວນໆ ​ເພື່ອ​ຄົງ​ໄວ້ຊຶ່ງ​ສິນລະປະ​ວັນນະຄະດີ​ ອັນ​ດີງາມ​ຂອງ​ລາວ​ເຮົາ​ຕໍ​ໄປ​
ບົນ​ຜືນ​ແຜ່ນດິນ​ນີ້. ຂໍໃຫ້​ທຸກ​ທ່ານໆ​ນອນ​ຫຼັບ​ຝັນ​ຫວານ ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ.

XS
SM
MD
LG