ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Black Flame - Nang Fa


Black Flame
Black Flame
ຄວາມຮູ້ສຶກເປັນຫ່ວງຂອງວັນນະສອນກໍຄືວ່າພໍຕົກເຖິງວັນອາທິດແລ້ວ
ກໍຮີບຟ້າວຂະຍັນຂະຍໍມາຈັດເພງໃຫ້ທ່ານຜູ້ຟັງ ຢ້ານວ່າຈະລໍຖ້ານານ​ ​ເພາະວ່າ​
ກວ່າ​ຈະ​ໄດ້​ໂອ້​ລົມ​ກັນ​ອີກກໍຕ້ອງ​ລໍເປັນອາທິດ.ເພງນາງຟ້າ ຂອງຫນຸ່ມສິນລະປິນ
ວົງ Black Flame ຈາກ​ລັດ California,ສະຫະຣັດ​. ຂໍຈັດໃຫ້ນ້ອງ
Anousone Pome Muongchanh ຈາກນະຄອນ Seattle, ລັດ
Washingtonທີ່​ຄອຍ​ຂຽນຂໍ້ຄວາມ​ເຖິງ​ລາຍ​ການ​ສຽງ​ເພງຈາກແດນ​ໄກ​ເປັນ​ປະຈຳ
ແຕ່​ເອື້ອຍ​ເອງບໍ່​ທັນ​ມີໂອກາດຈັດເພງໃຫ້​ແທນ​ຄຳ​ຂອບ​ໃຈ​ເລີຍ​ແລະ​ຄັ້ງ​ນີ້​ຫວັງ​ວ່າ​
ຄົງ​ຖືກໃຈ​ແລະ​ຍັງ​ຈະ​ຄອຍ​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ເຮົາ ພ້ອມ​ທັງຫມັ່ນຂຽນ
Email ເຂົ້າ​ມາ​ຫາເອື້ອຍອີກ ຈະ​ຜ່ານ​ທາງ Facebook ກໍ​ດີ. ຂໍ​ເຊີນ​ທຸກໆ​ທ່ານ
ຮ່ວມມ່ວນ​ຊື່ນພ້ອມ​ກັນ​ເລີຍກັບ​ເພງ ນາງ​ຟ້າ.

ເພງ: “ນາງຟ້າ” Black Flame
email ສະ​ບັະຕໍ່​ໄປ​ຈາກ​ນ້ອງ ວັນ​ໄຊ HAR ນັກສຶກສາຈາກ
ສປປລາວທີ່ທີ່ຕັ້ງຫນ້າຕັ້ງຕາຮຽນຫນັງສືພ້ອມທັງເຮັດວຽກຕາມຮ້ານອາຫານເພື່ອສົ່ງເສຽຕົວເອງໄດ້ຮ່ຳຮຽນໃຫ້ສູງໆ
ແລະທີ່ສຳຄັນໄປກວ່ານັ້ນນ້ອງວັນໄຊກໍແມ່ນຢາກມີໂອກາດໄປສຶກສາຕໍ່ທີ່ຕ່າງປະເທດແລະເອື້ອຍເອງຂໍສົ່ງແຮງໃຈ
ໄປກັບສຽງເພງນີ້ເພື່ອນ້ອງຈະໄດ້ໄປເຖິງຈຸດຫມາຍປາຍທາງທີ່ຕັ້ງໄວ້. ລຳພວນທີ່ຊື່ວ່າ ”ຫຼານເປັນໄທພວນ” ຂອງບົວ ບັງໃບ ຄົງຈະເຮັດໃຫ້ນ້ອງດີໃຈ ເພາະຈັດໃຫ້ຕາມຄຳຂໍເລີຍ.
ເພງ: “ຫຼານເປັນໄທພວນ” ຂອງ ບົວ ບັງໃບ
ແສງຈັນ
ແສງຈັນ

ວັນນະສອນຂໍມອບເພງ
“ຄິດເຖິງບ້ານເກີດ” ຂອງ
ນັກຮ້ອງສາວແສງຈັນຈາກ
ຄ້າຍເພງ Lao Art Media
ແທນເພງ “ແດນແຫ່ງອິດສະລະ”
ທີ່ນ້ອງ ພູແກ້ວ ວັນຍາ ຂຽນເຂົ້າ
ມາຂໍເພື່ອມອບໃຫ້ພໍ່ ເນື່ອງໃນ
ວັນຄ້າຍວັນເກີດ ແຕ່ຕ້ອງຂໍອະພັຍ
ນຳຫຼາຍໆທີ່ທາງເຮົາບໍ່ມີເພງນີ້
ແຕ່ກໍຫວັງວ່າສຽງຫວານໆຂອງ
ນ້ອງແສງຈັນໃນບົດເພງ
“ຄິດເຖິງບ້ານເກີດ” ໄດ້ເປັນ
ຄຳອວຍພອນແລະນຳຄວາມສຸກ
ໃຫ້ພໍ່ຂອງນ້ອງວັນຫາແລະຂໍໃຫ້
ຫມັ້ນຍືນຕະລອດໄປ ຂໍໃຫ້ທຸກໆ
ທ່ານ​ນອນ​ລັບ​ຝັນ​ຫວານ​.
ເພງ: “ຄິດເຖິງບ້ານເກີດ” ໂດຍ ແສງຈັນ

ກ່ຽວຂ້ອງກັນ

XS
SM
MD
LG