ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພອນ ພູມີທອນ - ທະເລຄວນ (J'ai Entendu La Mer)


ພອນ ພູມີທອນ - ທະເລຄວນ (J'ai Entendu La Mer)
ພອນ ພູມີທອນ - ທະເລຄວນ (J'ai Entendu La Mer)

ເພງ ທະເລຄວນ (J'ai Entendu La Mer) ນີ້ຈັດໃຫ້
ເພັດ ພູນສະວັດ ຈາກ ສປປລາວ ເພື່ອເປັນການຂອບໃຈ
ທີ່ຕິດຕາມຮັບຟັງ VOA ມາຕະລອດ. ເພງມານດາ ຂັບ
ຮ້ອງໂດຍ ກິວົງ ໄຊສິດທິເດດ, ສິນລະປິນຄຸນນະພາບ
ລາວຈາກຝະຣັ່ງ ຈັດໃຫ້ຕາມຄຳຂໍຂອງຄຳບຸນຊູ ແກ້ວ
ອໍາພອນ ເພື່ອມອບໃຫ້ແມ່ ຍານ້າຂັນແກ້ວ ທີ່ບ້ານເບງ
ແຂວງອຸດົມໄຊ ແລະຝາກບອກມາວ່າ ຄວາມຄິດຮອດ
ຄິດເຖິງເພິ່ນ ເພາະວ່າຫຼັງຈາກທີ່ມາຮອດສະຫະລັດອະເມ
ຣິກາແລ້ວ ກໍຍິ່ງເຮັດໃຫ້ຄິດເຖິງບ້ານ, ຄິດຮອດແມ່ ແລະ
ຂໍໃຫ້ຍານ້າຂັນແກ້ວ ເປັນທີ່ເພິ່ງທາງໃຈຂອງພວກລູກໆ
ຕະລອດໄປຕາບນານເທົ່ານານ.

ສ່ວນເພງ "ຄອຍ" ຂອງວົງ L-Zone ນີ້ ຈັດໃຫ້ຕາມຄຳຂໍຂອງຜູ້ຟັງຈາກ ອ໊ອດສະເຕເລຍ-
ນ້ອງ ພຸດທະມາລາ ແລະຫວັງທ່ານຜູ້ຟັງຄົງຈະສົ່ງ email ແລະຂຽນຂໍ້ຄວາມມາຫາທາງ
ເຮົາອີກ.

ພົບກັນໃໝ່ໃນສັບປະດາໜ້າ.

XS
SM
MD
LG