ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

American Soldier ​ຂັບ​ຮ້ອງ​ໂດຍ Toby Keith


ຫຼຽນ​ຕາ​ຄຳ​ຊອບ​ຂອງ​ພວກ​ນັກລົບ​ເກົ່າ
ຫຼຽນ​ຕາ​ຄຳ​ຊອບ​ຂອງ​ພວກ​ນັກລົບ​ເກົ່າ

ໃນຄ່ຳ​ຄືນນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງສາກົນ ເພື່ອ​ສະ​ດຸ​ດີ​ໃຫ້​ແກ່​ບັນ​ດາ​ນັກ​ລົບ​ເກົ່າອາ​ເມ​ຣິ​ກັນ​ທັງ​ຫຼາຍ​ທີ່​ໄດ້​ອຸ​ທິດ​
ເພື່ອ​ປະ​ເທດ​ຊາດ. ຂໍເຊີນທ່ານເຂົ້າສູ່ລາຍການໄດ້ນະບັດນີ້.

ສບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ ແມ່ນ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ
​ແ​ມ່ນ​ເພງ American Soldier ທີ່​ຂັບ​ຮ້ອງ​ໂດຍ Toby Keith ທີ່​ໄດ້​ບັນ​ຈົງ​ຂີດ​ຂຽນ​
ແຕ່ງຂຶ້ນ​ມາ​ເພື່ອ​ໃຫ້​ກຽດ​ແກ່​ບັນ​ດາ​ທະ​ຫານ​ອາ​ເມ​ຣິ​ກັນທັງ​ຫຼາຍ​ ໃນ​ຄໍ່າ​ຄືນ​ນີ້ ຊຶ່ງ​ຕົງ​
ກັບວັນ​ນັກ​ລົບ​ເກົ່າພໍ​ດິບ​ພໍ​ດີ ວັນ​ນະ​ສອນ ກໍ​ເລີຍ​ຕັ້ງ​ໃຈ​ມາ​ຈັດ​ເພງ​ທີ່​ມີ​ຄວາມ​ໝາຍ​
ແລະ​ສະ​ດຸ​ດີເພື່ອລະລຶກເຖິງທະຫານຜ່ານເສິກ

ໃນສະຫະລັດ VOA ພະ​ແນກ​ພາ​ສາ​ລາວ ມີຄວາມພາກ ພູມໃຈ ທີ່​ໄດ້ມາຈັດເພງສາກົນ
ມ່ວນໆ ທີ່ມີຄວາມໝາຍດີ ທີ່ສະແດງອອກ​ມາເຖິງຄວາມກ້າຫານຊານໄຊ ຄວາມເປັນ
ວິລະບຸລຸດ ພ້ອມທັງການ ເສຍສະຫຼະ ຢາດເຫື່ອແຮງງານ ແມ້ນກະທັງຊີວິດຂອງ
ພວກເພິ່ນ ເພາະສະນັ້ນເພງທີ່ຈະຫຼິ້ນໃຫ້ຟັງຕໍ່ໄປນີ້ ​ຈະມີຄວາມໝາຍຄົບຖ້ວນທຸກ
ຢ່າງສຳລັບເຫຼົ່າທະຫານຜູ້ກ້ານີ້...ໃນບົດເພງ "Soldier's Heart" ທີ່ຂັບຮ້ອງໂດຍ
R. Kelly. ຂໍ​ເຊີນ​ໄປ​ຮັບ​ຟັງ​ພ້ອມໆ​ກັນ​ເລີຍ.

ຂໍອຳລາທ່ານດ້ວຍເພງ It's Raining On My Hero ​ຂອງວົງ The Kendalls ເນື້ອຫາຂອງເພງແມ່ນບົ່ງບອກເຖິງຄວາມ​ຫ່ວງ​ຫາ​ອາ​ທອນ ​ຕໍ່​ບັນ​ດາ​ພວກ​ນັບ​ລົບ
​ທັງ​ຫຼາຍທີ່​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ແຖວ​ໜ້າ ເຂດ​ທຸ​ລະ​ກັນ​ດານ ຢ່າງລຳ​ບາກ​ແສນ​ເຂັນ
ຝົນຕົກ​ພຳ​ໃສ່​ວິ​ລະ​ບຸ​ລຸດ​ຂອງ​ພວກ​ເຮົາ ສະ​ນັ້ນ ອີກຄັ້ງນຶ່ງ ຈຶ່ງຂໍສະແດງຄວາມ
ຂອບໃຈມາຍັງທຸກເຫຼົ່າທັບທຸກໆທ່ານທີ່ຢູ່ໃນເຄື່ອງແບບ ທັງ​ຍິງ​ແລະ​ຊາຍ ພ້ອມທັງ
ຄອບຄົວຂອງທ່ານດ້ວຍ ທີ່ຮັບໃຊ້ຊາດແລະປົກປ້ອງພົນລະເຮືອນ. ຂໍ​ໃຫ້​ທຸກ​ໆ​ທ່ານ
ຂົ່ງນອນຫຼັບ​ຝັນ​ຫວານ ພົບ​ກັນ​ໃໝ່ ໃນ​ສັບ​ປະ​ດາ​ໜ້າ.

XS
SM
MD
LG