ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

The Eagles - Hotel California


The Eagles
The Eagles

ຄ່ຳ​ຄື​ນນີ້ ວັນນະສອນ ຈະ​ມາ​ຈັດ​ເພງ​ຍອດ​ຮິດ​ໃນ​ອະດີດ​ ໃຫ້​ທ່ານ​ຜູ້​ຟັງ ​ໄດ້​ຮັບ​ຟັງ​ກັນ ​ໃນລາຍການສຽງ​ເພງ​ຈາກ​ແດນ​ໄກຂອງ ຢ່າລໍ​ຊ້າ​ເລີຍ ຂໍ​ເຊີນ​ເຂົ້າ​ສູ່​ລາຍການ​ໄດ້​ເລີຍ.

ສະບາຍດີທ່ານຜູ້ຟັງທຸກໆທ່ານ ຄ່ຳ​ຄືນ​ນີ້ ວັນນະສອນ ​ເລີ່​ມຕົ້ນ​ດ້ວຍ​ການ​ເປີ​ດ​ເພງ
Hotel California ຂອງວົງດົນຕີ ​ຊຶ່ງ​ເປັນ​ເພງ​ນຶ່ງ​ທີ່​ໂດ່​ງດັງ​ໃນ​ຊຸມ​ປີ 1970 ພຸ້ນ
ທີ່​ເປັນ​ຜົນງານ​ເພງ​ຂອງ​ວົງ​ດົນຕີ The Eagles ທີ່ວັນນະ​ສອນ ຄິດ​ວ່າ ​ເພງ​ນີ້ຄົງ​ຈະ
ໃຫ້​ຫຼາຍໆ​ທ່ານ​ຮ້ອງ​ຕາມ​ໄດ້ ​ແລະ​ເພງນີ້ຖື​ວ່າ​ເປັນ​ເພງ​ທີ່​ມີ​ກິ​ຕ້າ solo ​ທີ່ມ່ວນ​ສຸດ ​
ແລະ​ເພງ​ນີ້ຍັງ​ໄດ້ຮັບ​ລາງວັນ​ Grammy Award for Record of the Year 1978.
ຕິດຕາ​ມມາ​ດ້ວຍ​ເພງ​ທີ່​ໂດ່​ງດັງ​ທີ່​ສຸດ ອີກ​ເພງ​ນຶ່ງ ​ໃນ​ຍຸກຊຸມ​ປີ 1960 ​ຊຶ່ງ​ຈະ​ພາ​ທ່ານ
​ຜູ້​ຟັງ​ຫວນ​ຄິດ​ເຖິງ​ຄວາມ​ຫຼັງ​ເມື່ອ​ຄັ້ງ​ເຍົາ​ໄວພຸ້ນ ​ເປັນ​ຜົນງານ​ເພງ​ຂອງ​ມື້​ລາງ John
Lennon ທີ່​ເປັນ​ນັກ​ຮ້ອງ​ນຳ​ຂອງ​ວົງ The Beatles ​ເປັນ​ເພງ​ທີ່​ສ້າງ​ຈິນຕະນາການ
ສ້າງ​ຄວາມ​ຝັນ ທີ່​ມັນ​ຈະ​ບໍ່​ເປັນ​ໄປ​ໄດ້ ທີ່​ມີເນື້ອໄນ​ຄວາມ​ໝາຍວ່າ...ລອງ​ມາຈິນຕະ
ນາການເບິ່ງດູ​ວ່າ...ຫາກໂລກ​ນີ້ ບໍ່​ມີ​ພົມ​ແດນ ບໍ່​ມີ​ເສິກ​ສົງ​ຄາມ ​ແລະ​ຢູ່​ກັນ​ຢ່າງ
​ສັນຕິ ​ໃນ​ໂລກ​ ໜ່ວຍ​ນີ້​ຮ່ວມ​ກັນ ຄົງ​ຈະ​ມີ​ຄວາມສຸກ​ລົ້ນ
...​ເອົາ​ມາ​ຮອດ​ນີ້ ທ່ານ​ຜູ້​ຟັງ
ຄົງ​ຢາກ​ຈະ​ຟັງ​ແລ້ວ​ລະ​ວ່າ​ ​ເພງ Imagine ຈະ​ມ່ວນສ່ຳ​ໃດ.

ຂໍ​ສົ່ງ​ທ່ານ​ຜູ້​ຟັງ​ເຂົ້າ​ນອນ ດ້ວຍ​ເພງ​ຫວານໆ ​ແລະ​ອ່ອນ​ຊ້ອຍ I Will Always Love
You ຊຶ່ງນາງ​ເອກ​ Whitney Houston ຂອງ​ເລື່ອງ​ທີ່​ເປັນ​ສາວ​ຜີວ​ຄ້ຳທີ່ຫຼິ້ນຄູ່​ກັບ
ພະ​ເອກ​ຜີວ​ຂາວ Kevin Costner. Whitney Houston ​ເປັນ​ຄົນ​ຮ້ອງ​ເພງ​ນີ້
ທີ່​ສາມາດ​ເວົ້າ​ໄດ້ວ່າ ນ້ຳ​ສຽງສຸດ​ຍອດ ​ແລະ​ຫາ​ຄົນ​ທຽບ​ໄດ້ຍາກ ຈິງໆ​ແລ້ວ​ເພງ​ນີ້
ຕົ້ນ​ສະບັບ ​ແມ່ນເປັນ​ເພງ​ລູກ​ທົ່ງຂອງ​ນັກ​ຮ້ອງ​ຜົມ​ບລອນ Dolly Parton ​ແລະ​ມາ​
ໂດ່​ງດັງ​ເປັນ​ທີ່​ຮູ້​ກັນ ກໍ​ຕອນທີ່ Whitney Houston ນຳ​ມາ​ຮ້ອງ​ເປັນ​ເພງ​ປະກອບ
​ພາບ​ພະ​ຍົນທີ່​ໂດ່​ງດັງສຸດ​ໃນ​ຍຸກ​ຊຸມ​ປີ 1990 ໃນ​ເລື່ອງ Body Guard. ​ສັບປະດາ
ໜ້າ​ວັນນະ​ສອນ​ຈະ​ນຳ​ເພງ​ລາວ​ໃໝ່ ມາສະ​ເໜີ​ທ່ານ. ຂໍໃຫ້​ທຸກ​ໆທ່ານ​ນອນ​ລັບ​ຝັນ
​ຫວານ ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ.

XS
SM
MD
LG