ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Post Malone ​ແລະ Swae Lee ຂັບ​ຮ້ອງ​ ໃນ​ບົດ​ເພງ Sunflower


Khalif "Swae Lee" Brown ທີ່​ສະ​ແດງ ໃນການງານ​ມະ​ຫະ​ກຳ​ດົນ​ຕີ ທີ່​ນະ​ຄອນ​ເກ​ເບັກ, ກາ​ນາ​ດາ, 9 ກໍ​ລະ​ກົດ 2016.
Khalif "Swae Lee" Brown ທີ່​ສະ​ແດງ ໃນການງານ​ມະ​ຫະ​ກຳ​ດົນ​ຕີ ທີ່​ນະ​ຄອນ​ເກ​ເບັກ, ກາ​ນາ​ດາ, 9 ກໍ​ລະ​ກົດ 2016.

​ຄ່ຳ​ຄືນນີ້​ ວັນນະ​ສອນ ຈະມາກ່ອມທ່ານຜູ້ຟັງດ້ວຍເພງສາ​ກົນ​ທີ່​ຕິດ​ອັນ​ດັບ Top Ten
ຢູ່​ໃນ​ຂ​ະ​ນະ​ນີ້ ສ່ວນ​ວ່າຈະ​ມີ​ເພງ​ມ່ວນໆ​ໃດ​ແດ່​ນັ້ນ ຂໍເຊີນເຂົ້າໄປ​ພິ​ສູດ​ດ້ວຍ​ຕົວ​ທ່ານ
​ເອງເລີຍ ໃນລາຍການສຽງເພງຈາກແດນໄກຂອງວີ​ໂອ​ເອ.

ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່ເຄົາ​ລົບ 2-3 ສັບ​ປະ​ດາ​ແລ້ວ ທີ່​ວັນ​ນະ​ສອນ ​ຍັງ​ບໍ່​ຫາຍ​ຈາກ​ການ
ເປັນ​ຫວັດ…ຫວັງ​ວ່າ​ທ່ານ​ຜູ້​ຟັງ​ຄົງ​ຍັງ​ບໍ່​ເບື່ອ​ນ້ຳ​ສຽງ​ແຫ​ບໆ​ຂອງວັນ​ນະ​ສອນ ເທື່ອ.
ຈັງ​ໃດກໍ​ໄດ້​ເຂົ້າ​ມາ​ຮັບຟັງແລ້ວ ກໍ​ຢ່າ​ຟ້າວ​ໄປໃສ​ ຟັງ​ໃຫ້​ຈົບ​ກ່ອນ ​ຫາ​ກໍ​ເຂົ້າ​ລາຍ​ການ
ມາ​ນີ້​ເອງ. ເອົາ​ລະ​ ຂໍ​ເລີ້ມ​ດ້ວຍ​ເພງ​ປະ​ກອບ​ພາບ​ພະ​ຍົນເລື້ອງ Spider-Man: Into the
Spider-Verse ທີ່ Post Malone & Swae Lee ຂັບ​ຮ້ອງ​ ໃນ​ບົດ​ເພງ Sunflower
ຊຶ່ງນີ້​ແມ່ນ​ເພງ single ໃໝ່ທີ່​ຫາ​ກໍ​ອອກ​ມາ​ໃນ​ກາງ​ເດືອນ​ທັນ​ວາຜ່ານ​ມາ​ນີ້ ຊຶ່ງ​ເປັນ​ວັນ
ດຽວ​ກັນ​ກັບ​ວັນ​ທີ່​ຮູບ​ເງົາເອ​ນີ​ເມ​ຊັນ ເລື້ອງ​ດັ່ງ​ກ່າວ​ອອກ​ສາຍ. ເພງ​ນີ້ ແມ່ນ​ເປັນ​ທີ່
​ນິ​ຍົມ​ກັນແລະ​ຕິດອັນ​ດັບ​ທີ 2 ໃນ​ Top Ten ດ້ວຍ.

ສ່ວນເພງຕໍ່​ໄປ​ນີ້​ແມ່ນ​ເພງ Happier ທີ່​ຂັບ​ຮ້ອງ​ໂດຍ Marshmello ແລະ Bastille
ຊຶ່ງ​ເພງ​ນີ້ ມີ​ຄວາມ​ໝາຍ​ວ່າ ຂ້ອຍ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກກວ່າ​ນີ້ ນອກ​ຈາກ​ນີ້​ແລ້ວ
ເພງ​ດັ່ງ​ກ່າວ​ຍັງ​ໄດ້​ຕິດ​ຢູ່​ໃນອັນ​ດັບ​ທີ 6 ໃນ Top Ten ດ້ວຍ ເຊັ່ນ​ກັນ.

​ຂໍ​ປິດ​ທ້າຍ​ລາຍ​ການ​ດ້ວຍ​ເພງ​ທີ່​ສະ​ໜຸກ​ສະ​ໜານ ຂອງ Fonsi ແລະ Daddy Yankee
ຮ່ວມ​ກັບ Justin Bieber ​ໃນ​ບົດ​ເພງ​ທີ່​ທຸກໆ​ຄົນ​ສາ​ມາດ​ອອກ​ມາ​ເຕັ້​ນ​ຢ່າງ​ມ່ວນ​ຊື່ນ​ໄດ້
ໃນ​ບົດ​ເພງ Despacito ຊຶ່ງ​ເພງຊຸດ​ນີ້ ນຳ​ມາ Remix ໃໝ່ ແລະ​ແນ່ນອນ​ວ່າ​ເພງ​ນີ້
ຈະ​ນຳ​ມາ​ຊຶ່ງ​ຄວາມ​ມ່ວນ​ຊື່ນ​ສະ​ໜຸກ​ສະ​ໜານ​ທີ່​ສຸດ​ເລີຍ​ລະ. ຂໍ​ອໍາ​ລາ​ທ່ານ​ໄປ​ກ່ອນ
​ແລະ​ຂໍ​ໃຫ້ທຸກໆ​ທ່ານນອນຫລັບຝັນດີ​ ແລະພົບກັນໃໝ່ໃນສັບປະດາໜ້າ.

XS
SM
MD
LG