ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

VOA ຂໍສົ່ງຄວາມສຸກມາກັບສຽງເພງ ລຳວົງປີໃໝ່ ຂອງ ສິດທິພອນ ສຸວັນນະສຸກ


ສິດທິພອນ ສຸວັນນະສຸກ
ສິດທິພອນ ສຸວັນນະສຸກ

ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ເຮົາໄດ້ຕຽມເອົາ​ເພງ​ທີ່ກ່ຽວຂ້ອງ
​ກັບ​ວັນ​ປີ​ໃໝ່​ສາກົນທີ່​ມີຄວາມ​ໝາ​ຍດີໆ ມາສະ​ເໜີີ​ທ່ານ ​ເພາະວ່າ ມື້ອື່ນນີ້ ກໍຈະ​ເຖິງ​
ວັນ​ປີ​ໃໝ່​ແລ້ວ ເພາະສະນັ້ນ ຈົ່ງຢ່າພາກັນ​ລໍ​ຊ້າ​ ຮີບມາພາກັນ​ເຂາ​ສູ​ລາຍການ
ດັ່ງກ່າວ​ໄດເລີຍ.

ສະບາຍດີ​ປີ​ໃໝ​ທຸກໆທານ ວັນນະ​ສອນ​ດີ​ໃຈ​ຫຼາຍ ທ​ໄດ​ມາ​ຈັດ​ເພງພອນ​ປີ​ໃໝ ​ໃຫ້​ທານ
​ຜູ​ຟັງໄດ້​ນອນ​ໄປ ຟັງ​ເພງ​ໄປ ​ແບບ​ສະບາຍ ​ເພື່ອ​ຕ້ອນຮັບ​ປີ​ໃໝ່ສາກົນ ປີ 2018
ໃນມື້ອື່ນນີ້ ຂໍ​ອວຍພອນ​ແລະ​ສງຄວາມ​ຄິດ​ຮອດ ຄິດ​ເຖິງ ມາ​ກັບສຽງ​ເພງ​ “ລຳວົງປີໃໝ່” ທີ່ປະພັນໂດຍ ດຣ. ກາບແກ້ວ ສຸວັນຣາສີ ແລະ​ຂັບ​ຮ້ອງ​ໂດຍ ສິດທິພອນ ສຸວັນນະສຸກ ຂໍໃຫ້ທຸກໆທ່ານຈົ່ງມີ​ຄວາມ​ເບີກ​ບານ​ຊຳລານ​ໃຈ ຫາຍ​ທຸກ ຫາຍ​ໂສກ ຫາຍ​ໂພ​ຍໄພ ​
ເອົາຂໍເຊີນອອກມາລ້າຍລຳວົງ ສະ​ໜຸກສະໜານ ນຳກັນໃນຄ່ຳຄືນກ່ອນວັນປີໃໝ່
2018 ນີ້.

ພອນ​ໃດ​ທ​ປະ​ເສີດ ພອນ​ໃດ​ທລ​ເລີດ ຈງເກີດແດ​ທຸກໆທານ ທ​ກຳລັງ​ຮັບຟັງ​ຢູ​ໃນ
​ຂະນະ​ນ ຟັງ​ເພງ​ໄປ ​ໄດ​ມວນ​ຊນ​ໄປ ​ໄດ​ຄວາມ​ຮູສຶກ​ດີໆ​ຈາກ ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ​ຂອງ VOA ​ຂໍ​ໃຫ້​ຕັ້ງໃຈກະທຳ​ໃນ​ສງທດີໆງາມໆ ​ເພາະ​ປີ​ໃໝ​ແລວ​ກໍ​
ຈະ​ໄດ​ເປັນ​ຄົນໃໝ່ທ​ທັນ​ສະ​ໄ​ໝ ມີ​ມຸມ​ມອງ​ໄປໃນທາງບວກ ຄິດ​ໄປ​ທາງ​ບວກ ​ແລ້ວ​ຊີວິດກໍຈະສົດຊື່ນ ເອົາໄປຟັງ​ເພງ ​“Feliz Navidad” ​ຂອງ​ Jose Feliciano ກັນ
ກ່ອນ ຊຶ່ງເພງນີ້ເປັນເພງທີ່ສະໜຸກສະໜານ ແລະວ່າ ພໍມາຮອດປີໃໝ່ຍາມໃດ ພວກເຮົາກໍມັກຈະໄດ້ຍິນສຽງເພງນີ້ຈັດຫຼິ້ນກັນບໍ່ໄດ້ຂາດ ແລະວ່າວັນ​ໃໝ່ ຂອງ​ປີ​ໃໝ່
ກໍ​ຈະງົດ​ງາມ ​ແລະດີກ​ວ່າ​ເກົ່າດີກວ່າ​ປີທີ່​ຜ່ານ​ມາ.

​ວັນນະ​ສອນ​ພອມ​ດວຍ​ຄະນະ​ຂອງ VOA ທຸກ​ຖວນ​ໜາ ຈງ​ຂໍ​ຖື​ໂອກາດ​ນ ອວຍ
ພອນ​ແລະສງ​ຄວາມປາດ​ຖະໜາ​ດີ​ມາ​ກັບ​ສຽງ​ເພງ​ “ປີ​ໃໝ່​ແລ້ວ​ແກ້ວຕາ” ຊຶ່ງ
ແຊມ ກັບ ​ຢູ​ໂກະ ຈະມາກ່ອມອາລົມທ່ານ. ຂໍ​ດົນ​ບັນດານໃຫ້ທ່ານຜູ້​ຟັງ ປະສົບ​ແຕ່​
ຄວາມ​ຜາ​ສຸກ ມີ​ອາຍຸ​ວັນ​ນັງ ສຸກ​ຂັງ ພາ​ລັງ ​ຕະຫຼອດ​ປີ​ໃໝ່ 2018 ທີ່​ກຳລັງຍ່າງ
ກ້າວເຂົ້າມາທຸກຂະນະ. ນອນລັບຝັນຫວານ ຂໍໃຫທຸກໆທານຕນຂນມາ ພອມກັບ
ຄວາມຝັນທີ່ເປັນຈິງທຸກປະການ.

ໂຊກດີປີໃໝ່ ແລະຂໍມອບກອນພອນປີໃໝ່ ທີ່ປະພັນໂດຍເຈົ້າຄຳຜາຍ ກຸລວຸທ ມາຝາກແຟນລາຍການວິທະຍຸ VOA ທຸກຜູ້ທຸກຄົນ.

ປີເກົ່າປ່ຽນ ປີເກົ່າປິ້ນ ສິ້ນລາລັບ
ປີເກົ່າຍັບ ປີເກົ່າຍ້າຍ ພ່າຍພາກໜີ
ປີເກົ່າໝອງ ປີເກົ່າໝົ່ນ ພົ້ນຜ່ານໜີ
ປີເກົ່ານີ້ ໜີໄປແລ້ວ ບໍ່ແຄ້ວຄາ
ປີໃໝ່ສັນ ປີໃໝ່ສຸກ ທຸກແດນດ້າວ
ປິໃໝ່ກ້າວ ປີໃໝ່ເກີດ ເລີດຫລັ່ງມາ
ປີໃໝ່ຊື່ນ ປີໃໝ່ຊົມ ຖົມທົ່ວຫລ້າ
ປີໃໝ່ຟ້າ ຊີວາເບີກບານ ທ່ານເອີຍ

XS
SM
MD
LG