ສະບາຍດີແລະຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກຂອງ VOA ສໍາຫຼັບວັນອາທິດກາງເດືອນກໍລະກົດນີ້. ວັນນະສອນ ກໍບໍ່ຫວັນໄຫວ ເຖິງແມ່ນວ່າ ອາກາດ ໃນນະຄອນຫຼວງວໍຊີງຕັນ ຈະຮ້ອນເອົ້າປານໃດກໍຕາມ ເອົາມາຟັງເພງເຢັນໆ ມ່ວນໆໃຫ້ຄາຍຮ້ອນກັນກ່ອນ ຂໍຈັດເພງທີ່ຄິດວ່າໂດນໃຈສາວໆທຸກຜູ້ທຸກຄົນເລີຍເປັນຜົນງານເພງ ຂອງນັກຮ້ອງໜ້າໃໝ່ຂອງວົງການເພງລາວ ຊຶ່ງມີນ້ຳສຽງຄຸນນະພາບ ຂໍເຊີນໄປຮັບຟັງ ສຽງຫວານໆຂອງນ້ອງ Mini Angle ໃນບົດເພງ ຂ້ອຍບໍ່ແມ່ນນາງຟ້າ ພ້ອມໆກັນເລີຍ.
ຂໍຈັດມອບເພງ “ຊຳເໜືອແດນງາມ” ທີ່ຂັບຮ້ອງໂດຍ ໝີ້ ສາຍພູຊຳ ໃຫ້ນ້ອງ ຫຼວງປະເສີດ ລາຊາຊັບ ຈາກຫຼວງພະບາງ ຂອບໃຈທີ່ນ້ອງຂຽນເຂົ້າມາແລະບອກວ່າ ຈື່ເອື້ອຍວັນນະສອນ ໄດ້ ທີ່ໄດ້ພົບພໍ້ແລະຖ່າຍຮູບຮວ່ມກັນໃນກຸດສົງການປີໃໝ່ລາວທີ່ຫຼວງພະບາງປີ 2015 ຫວັງວ່າເພງນີ້ຄົງຈະເຮັດໃຫ້ນ້ອງຕິດຕາມລາຍການຂອງເຮົາລະຫຼອດໄປ
ສ່ວນເພງຕໍ່ໄປນີ້ຂໍຈັດໃຫ້ເພື່ອ ບຸນທະວີ ສຽງມະນີພອນ ທີ່ຢູ່ປາກເຊ ຊຶ່ງຂາດການຕິດຕໍ່ກັນມານານຫຼາຍປີ ດີໃຈແລະກໍຕ້ອງຂໍຂອບໃຈ Facebook ທີ່ເປັນສື່ປະສານຜູ້ຄົນຢູ່ທົ່ວໂລກໃຫ້ຢູ່ໃກ້ຊິດກັນ ໂດຍສະເພາະແຟນໆຂອງລາຍການສຽງເພງຈາກແດນໄກຂອງ VOA ເພງ"ກຸຫຼາບປາກເຊ" ນີ້ ປະພັນໂດຍເຈົ້າຄຳຜາຍ ກຸລວຸທ ສິນລະປິນອາວຸໂສ ຈາກ Belgium ແລະຂັບຮ້ອງໂດຍປະລິນຍາຄົນເສົ້າ ແລະຫວັງວ່າ ບຸນທະວີ ແລະເພື່ອນໆທີ່ປາກເຊ ຄົງຈະຄິດຮອດກັນ ແລະຂຽນເຂົ້າມາຫາທາງເຮົາອີກ ແລະຫວັງວ່າໃນອານາຄົດຂ້າງໜ້ານີ້ຄົງຈະໄດ້ພົບກັນ. ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.