ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

Baby I Love You ເປັນ​ຜົນ​ງານ​ເພງ​ທີ່​ໂດ່ງ​ດັງ​ເພງ​ນຶ່ງ​ຂອງ Lionel Richie


ສິນ​ລະ​ປິນ ນັກ​ຮ້ອງ ນັກ​ດົນ​ຕີ​ແລະ​ນັກ​ແຕ່ງ​ເພງ Lionel Richie ສະ​ແດງ ໃນ​ງານມະ​ຫາ​ກຳ​ດົນ​ຕີ ທີ່ເວ​ທີປີ​ຣາ​ມິ​ຕ ທີ່​ເມືອງກ​ລ​າສ​ໂຕນ​ແບ​ຣີ ​ທີ່​ໂວ​ຣ໌ທີຟາ​ຣມ, ກ​ລ​າສ​ໂຕນ​ແບ​ຣີ, ອັງ​ກິດ.
ສິນ​ລະ​ປິນ ນັກ​ຮ້ອງ ນັກ​ດົນ​ຕີ​ແລະ​ນັກ​ແຕ່ງ​ເພງ Lionel Richie ສະ​ແດງ ໃນ​ງານມະ​ຫາ​ກຳ​ດົນ​ຕີ ທີ່ເວ​ທີປີ​ຣາ​ມິ​ຕ ທີ່​ເມືອງກ​ລ​າສ​ໂຕນ​ແບ​ຣີ ​ທີ່​ໂວ​ຣ໌ທີຟາ​ຣມ, ກ​ລ​າສ​ໂຕນ​ແບ​ຣີ, ອັງ​ກິດ.

​ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ​ວີ​ໂອ​ເອ ໃນ​ຄ່ຳ​ຄືນ​ວັນ​ອາທິດມື້ນີ້ ວັນນະ​ສອນ
ມີ​ເພງອາ​ເມຣິກັນ​ມາ​ໃຫ້​ທ່ານ​ຟັງອີກ ກ່ອນຈະໄດ້ຟັງ​ເພງ​ລາວ ໃນ​ສັບປະດາ​ໜ້າ ຖ້າ​ທ່ານ
​ໃດ​ຂຽນ​ເຂົ້າ​ມາຂໍ​ຟັງໃດ ຈົ່ງຕຽ​ມຕົວ​ໄວ້​ເລີຍ ​ເພື່ອ​ຮັບ​ຟັງ​ເພງ​ທີ່​ຂໍ​ເຂົ້າ​ມາ ​ເອົາມື້​ນີ້ມາ​ຟັງ​
ເພງເອ​ເມຣິກັນ ພ້ອມໆ​ກັນກ່ອນ.

ສະບາ​ຍດີ​ທຸກໆທ່ານ ກັບ​ມາ​ຟັງ​ເພງ​ສາ​ກົນມ່ວນໆກັບ​ພວກ​ເຮົາ​ອີກ​ເໜາະ ໃນ​ລາຍ​ການ​
ສຽງ​ເພງ​ຈາກ​ແດນ​ໄກ​ຂອງວີ​ໂອ​ເອ ໃນ​ຄ່ຳ​ຄືນ​ວັນ​ອາ​ທິດ​ທ້າຍ​ສັບ​ປະ​ດາ ຂໍເລີ້ມ​ດ້ວຍ​
ເພງຫວານໆ​ ສິນ​ລະ​ປິນ ນັກ​ຮ້ອງ ນັກ​ດົນ​ຕີ​ແລະ​ນັກ​ແຕ່ງ​ເພງ ທີ່​ເປັນ​ຕຳ​ນານ ທີ່​ມີ​ຄວາມ
​ສາ​ມາດເກັ່ງ​ກາດ​ຄົນ​ນຶ່ງ​ໃນວົງ​ການ​ເພງ​ຂອງສະ​ຫະ​ລັດ ແລະ​ແນ່ນອນວ່າ​ຫຼາຍໆທ່ານ
ຄົງຮູ້​ຈັກດີ ເວລາ​ໄດ້​ຍິນ​ສຽງ​ຂອງ​ຜູ້​ກ່ຽວ​ ເອົາ​ລອງ​ມາ​ຟັງເພງຂອງຜູ້ກ່ຽວພ້ອມໆ​ກັນ​ເລີຍ.

ເຫັນ​ບໍ່​ລະ ມ່ວນ​ແທ້ ​ສົມ​ກັບ​ຄຳ​ທີ່​ວັນ​ນ​ສອນ​ໄດ້​ກ່າວ​ໄວ້ບໍ່ ຊຶ່ງ​ນັ້ນ​ແມ່ນ​ເພງ​ຂອງ Lionel
Richie
​ໃນ​ບົດ​ເພງ Baby I Love You ເອົາ ບັດນີ້ມາ​ຟັງເພງ​ໃໝ່ເໜາະເປັນ​ເພງຂອງ
ກຸ່ມສິນ​ລະ​ປິນລູກ​ທົ່ງອາ​ເມ​ຣິ​ກັນ Zac Brown Band ໃນ​ບົດ​ເພງ​ທີ່ຊຶ້ງ​ແຕ່​ມີ​ຄວາມ
ແອບ​ແຝງ​ເສົ້າໆ ຊຶ່ງ​ມັນ​ອາດ​ຈະ​ບໍ່​ໄດ້​ມີ​ຄຳ​ເວົ້າ​ມາກ​ມາຍ ​ແຕ່​ມັນ​ສະແດງ​ອອກ​ມາຜ່ານ​
ສາຍ​ຕາ​ຄູ່​ນັ້ນທີ່​ບອກ​ວ່າ Goodbye In Her Eyes ຊຶ່ງ​ບາງ​ຄັ້ງ​ການ​ສະ​ແດງ​ອອກ​ທາງ
ສີ​ໜ້າ​ແລະ​ຮ່າງ​ກາຍ ທີ່​ເຮົາ​ເອີ້ນ​ວ່າ body language ທີ່​ບໍ່​ແມ່ນ​ຄຳ​ເວົ້ານັ້ນ ​ກໍພາໃຫ້​ເຈັບ​
ປວດ​ແລະ​ທຳ​ລາຍຈິດ​ໃຈຫຼ​າຍກວ່າ ​ວ່າ​ບໍ່ທ່ານ​ຜູ້​ຟັງ ເອົາ​ມາ​ຟັງ ຄວາມ​ໝາຍ​ຂອງ​ເນື້ອ
​ເພງ​ທັງ​ໝົດ​ເລີຍເໜາະ.

​ກ່ອນ​ຈາກ​ກັນໄປ​ໃນ​ວັນ​ນີ້ ວັນນະ​ສອນ ຂໍ​ສົ່ງ​ທ່ານ​ເຂົ້າ​ນອນ ດ້ວຍ​ການ​ເປີດ​ເພງ​ຊຶ້ງ​ໆ
​ຕື່ມອີກ​ເພງ​ນຶ່ງ​ ເພາະ​ນານໆຈຶ່ງຈະ​ໄດ້​ມາ​ກ່ອມ​ທ່ານ​ດ້ວຍ​ເພງ​ປະເພດນີ້ ເປັນ​ເພງ​ຂອງ
ສິນ​ລະ​ປິນສາວ ສຽງ​ມີ​ພະ​ລັງ ທີ່​ຫາ​ຄົນ​ທຽບ​ໄດ້ຍາ ມື້​ລາງ Whitney Houston
ໃນ​ບົດ​ເພງ Saving All My Love For You ຂໍໃຫ້ທ່ານຜູ້ຟັງຈົ່ງນອນລັບຝັນດີ
ພົບກັນໃໝ່ ໃນສັບປະດາໜ້າ.

XS
SM
MD
LG