ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເພງ​ ທີ່​ຂັບ​ຮ້ອງ​ໂດຍ ຮວມ​ສິນ​ລະ​ປິນ​ລາວ​ໃນ​ຕ່າງ​ແດນ


ເພງ​ ທີ່​ຂັບ​ຮ້ອງ​ໂດຍ: ອາ​ຈານ​ປ. ຕ​ຣີ​ຈັນ, ອາ​ຈານ​ຄຳ​ຫຼ້າ
ໜໍ່​ແກ້ວ, ອາ​ຈານ​ວໍ​ຣະ​ເດດ ດິດ​ທະ​ວົງ, ​ອາ​ຈານ ສ. ແສງ​ສິ​ຣິ​ວັນ ທ່ານ​ຄຳ​ຕຸ່ນ ວົງ​ສ​ນິດ, ໄພ​ວັນ ເມກ​ອາ​ຣຸນ, ຮຸ່ງ​ຟ້າ
ດາວ​ໃໝ່, ເກດ​ສະ​ນາ ວິ​ໄລ​ລັກ ແລະ​ເກດ​ມະ​ນີ ແທ​ຣນ.
ເພງ​ ທີ່​ຂັບ​ຮ້ອງ​ໂດຍ: ອາ​ຈານ​ປ. ຕ​ຣີ​ຈັນ, ອາ​ຈານ​ຄຳ​ຫຼ້າ ໜໍ່​ແກ້ວ, ອາ​ຈານ​ວໍ​ຣະ​ເດດ ດິດ​ທະ​ວົງ, ​ອາ​ຈານ ສ. ແສງ​ສິ​ຣິ​ວັນ ທ່ານ​ຄຳ​ຕຸ່ນ ວົງ​ສ​ນິດ, ໄພ​ວັນ ເມກ​ອາ​ຣຸນ, ຮຸ່ງ​ຟ້າ ດາວ​ໃໝ່, ເກດ​ສະ​ນາ ວິ​ໄລ​ລັກ ແລະ​ເກດ​ມະ​ນີ ແທ​ຣນ.

ສະບາຍດີ​ທຸກໆທ່ານ ເພງ​ທີ່​ທ່ານ​ຫາ​ກໍໄດ້​ຟັງ​ຈົບ​ລົງ​ໄປ​ນັ້ນ ​ທີ່​ປະ​ພັນ​ໂດຍ​ອາ​ຈານ
ປ. ຕ​ຣີ​ຈັນ ຊຶ່ງ​ປະ​ຈຸ​ບັນ​ນີ້ ຕັ້ງ​ລ້ານ​ເຮືອນຢູ່​ທີ່​ກາ​ນາ​ດາ ມີ​ຊື່​ວ່າ ດົນ​ຕຣີ ທີ່​ເປັນ​ເພງ​ໝູ່
ທີ່​ຮວມ​ເອົາ​ນັກ​ຮ້ອງ​ນັກ​ສິນ​ລະ​ປິນ​ມາຮ້ອງຮ່ວມກັນ ​ອັນ​ມີ: ອາ​ຈານ​ປ. ຕ​ຣີ​ຈັນ,
ອາ​ຈານ​ຄຳ​ຫຼ້າ ໜໍ່​ແກ້ວ, ອາ​ຈານ​ວໍ​ຣະ​ເດດ ດິດ​ທະ​ວົງ, ​ອາ​ຈານ ສ. ແສງ​ສິ​ຣິ​ວັນ
ທ່ານ​ຄຳ​ຕຸ່ນ ວົງ​ສ​ນິດ, ໄພ​ວັນ ເມກ​ອາ​ຣຸນ, ຮຸ່ງ​ຟ້າ ດາວ​ໃໝ່, ເກດ​ສະ​ນາ ວິ​ໄລ​ລັກ
ແລະ​ເກດ​ມະ​ນີ ແທ​ຣນ ຊຶ່ງ​ເພງ​ນີ້ ຊື່​ຄວາມ​ໝາຍ​ວ່າ ດົນ​ຕີ ​ຊຶ່ງ​ມີ​ຄວາມ​ໝາຍ​ດີ​ເລີດ
ເພາະ​ດົນ​ຕີ​ເຮັດ​ໃຫ້​ມ່ວນ​ຊື່ນ ເບີກ​ບານ ບໍ່​ວ່າ​ຈະ​ເປັນ​ດົນ​ຕີຂອງໃຜ ມາ​ຈາກ​ໃສ, ​
ປະ​ເທດ​ໃດກໍ​ຕາມ …ຈຶ່ງມີ​ຄຳ​ເວົ້າ​ທີ່​ວ່າ ດົນ​ຕີ ສຽງ​ເພງ​ບໍ່​ມີ​ພົມ​ແດນ…ພ້ອມ​ດຽວ​ກັນ​ນີ້
ກໍ​ໄດ້​ມີ​ທ່ານ​ຜູ້​ຟັງ​ຂຽນ​ເຂົ້າ​ມາ​ຂໍ​ເພງ​ອາ​ຈານ ປ. ຕ​ຣີ​ຈັນ ສະ​ນັ້ນ ວັນ​ນະ​ສອນ ຈຶ່ງ​ຂໍ​ຈັດ​ໃຫ້
​ຟັງ​ເລີຍ. ຜົນ​ງານ​ການ​ປະ​ພັນ​ເພງ​ຂອງ​ອາ​ຈານ ປ. ຕ​ຣີ​ຈັນ ກໍ​ມີ​ມາກ​ມາຍ ແລະ​ກໍ​ໄດ້
​ມີ​ຫຼາຍ​ສິນ​ລະ​ປິນ ນຳ​ໄປ​ຂັບ​ຮ້ອງ ຊຶ່ງ​ອາ​ຈານບອກ​ມາ​ວ່າ ບໍ່​ຫວງ​ແຫນ​ລິກ​ຂະ​ສິດ
ນຳ​ໄປ​ຂັບ​ຮ້ອງ​ໄດ້ ຂໍ​ພຽງ​ແຕ່ ຢ່າ​ໄດ້ດັດ​ແປງ​ເນື້ອ​ຮ້ອງ​ແລະ​ທຳ​ນອງເພງ ເພາະອາ​ຈານ
ປ. ຕ​ຣີ​ຈັນ ​ໄດ້​ໃສ່​ໃຈ ກັ່ນ​ກອງ ໃຫ້​ຖືກ​ຕ້ອງ​ທັງ​ສຳ​ພັດ ແລະ​ອັກ​ຄະ​ລະ ກວ່າ​ຈະ​ໄດ້​ເພງ
​ມາ​ແຕ່​ລະ​ເພງ ສຸດຍອດເລີຍ. ເອົາ​ໄປ​ຟັງ​ເພງ ຂອງ ອາ​ຈານ ປ. ຕ​ຣີ​ຈັນ ກັນ​ກ່ອນ
ຊຶ່ງ​ເພງ​ນີ້ ອາ​ຈານ​ແຕ່​ງເອງ ຮ້ອງ​ເອງ…​ແລະ​ກໍ​ເປັນ​ເພງທີ່ໄດ້​ມີ​ຫຼາຍໆສິນ​ລະ​ປິນ​
ນຳ​ໄປ​ຂັບ​ຮ້ອງເປັນ​ເ​ພງ​ອຳ​ມະ​ຕະ ຄຸ້ນ​ຫູ​ຄຸ້ນ​ຕາ ເປັນ​ຢ່າງ​ດີ ເອົາ​ຂໍ​ເຊີນ​ໄປ​ຟັງ​ເພງ ​
ຊາຍ​ໃຈ​ຊື່ ກັນ​ກ່ອນ ແລະ​ຫວັງ​ວ່າ ເພງ​ນີ້ຄົງໄດ້​ນຳ​ມາ​ຊຶ່ງຄວ​າມຊົງຈຳອັ​ນ​ດີ​ງາມ​ຂອງ
​ຫຼາຍໆ​ທ່ານ​ຜູ້​ຟັງ.

ສ່ວນ​ເພງ​ສຸດ​ທ້າຍ​ນີ້ ວັນ​ນະ​ສອນ ຫາ ກໍ​ໄດ້​ຮັບມາຈາກ ຄ້າຍເພງສຽງ​ແຄນ ສະ​ຫວັນ
ຈາກ​ສ​ປ​ປ ລາວ ເພິ່ນຫາ​ກໍ​ຝາກ​ມາ​ໃຫ້ ວັນ​ນ​ສອນ​ຄິດ​ວ່າ ທ່ານ​ຜູ້​ຟັງ ຄົງ​ເປັນ​ຜູ້​ໂຊກ​ດີ
ທີ່​ໄດ້​ຮັບ​ຟັງ​ເພງ​ນີ້ ກ່ອນ​ຜູ້​ໃດ​ໝົດ…ໃນ​ບົດ​ເພງ ສັນ​ຍາ​ເຮັດ​ຫຍັງ ເປັນ​ຜົນ​ງານ​ເພງ
ຂອງ​ພູ ຈັນ​ທະ​ວົງ…ເພງ​ນີ້ ຖືກ​ໃ​ຈ​ໄວ​ໜຸມ​ໄວ​ສາວ​ເປັນ​ແນ່​ແທ້…ເອົາ​ວັນ​ນະ​ສອນ​
ຂໍ​ຝາກ​ຄຳ​ຄິດ​ເຫັນ​ໄປ​ກັບ​ເພງ​ນີ້​ວ່າ ຖ້າ ບໍ່​ແນ່​ໃຈ ບໍ່​ໝັ້ນ​ໃຈ ແລ້ວ ຢ່າ​ໄດ້ສັນ​ຍາ​ເດັດ​
ຂາດ…ຢ່າ​ສັນ​ຍາ​ແລ້ວ​ເຮັດ​ບໍ່​ໄດ້ ກໍ​ຖື​ວ່າ…ຜິດ​ສັນ​ຍາ ແບບ​ວ່າ ມີ​ແຕ່​ລົ​ມປາກ. ຈັ່ງ​ໃດ
ກໍ​ຕາມ​ແຕ່ ກໍ​ຂໍ​ໃຫ້​ທ່ານ​ຜູ້​ຟັງ​ເປັນ​ຄົນ​ທີ່​ມີ​ສັດ​ຈະ​ວາ​ຈາ​ທີ່​ລັ່ນ​ອອກ​ໄປ​ແລ້ວ​ນັ້ນ ກໍ​ຂໍ​ໃຫ້
​ປະ​ຕິ​ບັດ​ຕາ​ມ​ທີ່​ໄດ້​ສັນ​ຍາໄວ້. ​ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ ແລະ​ພົບ​ກັ​ນ​ໃໝ່
ໃນ​ສັບ​ປະ​ດາ​ໜ້າ​.

XS
SM
MD
LG