ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເພງ Waiting In Vain ​ຂັບ​ຮ້ອງ ​ໂດຍ Dianne Reeves feat. Lalah Hathaway


Dianne Reeves ​ຄືນຶ່ງ​ໃນ​ສິນ​ລະ​ປິນ ຂອງງານ​ສະ​ແດງ​ດົນ​ຕີ NEA Jazz 2018.
Dianne Reeves ​ຄືນຶ່ງ​ໃນ​ສິນ​ລະ​ປິນ ຂອງງານ​ສະ​ແດງ​ດົນ​ຕີ NEA Jazz 2018.

ລາຍການສຽງເພງຈາກແດນໄກ ຂອງ VOAໃນຄໍ່າຄືນນີ້ ວັນນະ​ສອນ​ຂໍ​ສະ​ເໜີເພງ
ທຳ​ນອງ​ແຈ​ສ ເຢັນໆ ແບບ​ສະ​ບາຍໆ ຟັງ​ແລ້ວ ກໍ​ຈະ​ໄດ້​ຜ່ອນ​ຄາຍ​ອາ​ລົມ ໃນ​ວັນ​ທ້າຍ
​ສັບ​ປະ​ດາ​ມື້​ນີ້. ເຊີນ​ເຂົ້າ​ສູ່​ລາຍ​ການ​ຂອງ​ເຮົາ​ໄດ້.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ ແມ່ນ​ເພງ “Waiting In Vain”
​ທຳ​ນອງ​ແຈ​ສ ຊ້າໆ ຟັງ​ເຢັນໆ ແບບ​ສະ​ບາຍ​ໆ ທີ່​ຂັບ​ຮ້ອງ ​ໂດຍ Dianne Reeves feat.
Lalah Hathaway ​ຊຶ່ງນານໆ ວັນ​ນະ​ສອນ ຈຶ່ງ​ຄອຍ​ໄດ້​ມີ​ໂອ​ກາດ​ຈັດ​ເພງ​ທຳ​ນອງແບບ​ນີ້
ໃຫ້​ຟັງ ແລະ​ກໍ​ຫວັງ​ຢ່າງ​ຍິ່ງວ່າ ທ່ານ​ຜູ້​ຟັງ​ກໍ​ຈະ​ພໍ​ໃຈ ແລະ​ກໍ​ຢ່າ​ລືມ​ຂຽນ​ມາ​ບອກ​ແດ່​ວ່າ
ມີ​ຄວາມ​ຮູ້​ສຶກ​ແບບ​ໃດ ແລະ​ຢາກ​ຮັບ​ຟັງ​ເພງ​ໃດ ກໍ​ຂໍ​ໃຫ້​ບອກມາ​ດ້ວຍ. ສ່ວນ​ເພງ​ຕໍ່​ໄປ​ນີ້
ແນ່ນອນ ຫຼາຍໆທ່ານຄົງ​ຈະ​ພໍ​ຄຸ້ນ​ຫູ ຄຸ້ນ​ຕາ​ແດ່​ແລ້ວ ແລະ​ເປັນ​ແຟນ​ເພງ​ຂອງ​ສິນ​ລະ​ປິນ
ອາ​ເມ​ຣິ​ກັນ ຜູ້​ທີ່​ມີ​ຊື່​ສຽງໂດ່ງ​ດັງກ້ອງ​ໂລກ ແລະ​ເປັນ​ນັກ​ຮ້ອງ​ທີ່ແ​ຫວກ​ແນວ ໃນ​ຍຸກ​ນັ້ນ
ຈະ​ຖື​ວ່າ​ເປັນ​ເຈົ້າ​ພໍ່​ເພງ​ຣ໊ອກ ກໍ​ວ່າ​ໄດ້ ພໍວັນ​ນະ​ສອນ ພຽງ​ແຕ່​ເອີຍຊື່​ອອກ​ມາແລ້​ວນັ້ນ
ເຊື່ອ​ວ່າທຸກ​ຄົນ ກໍ​ຈະ​ພາ​ກັນຮ້ອງອໍ…ເປັນ​ສຽງ​ດຽວ​ກັນ. ເອົາ​ມາ​ຟັງເພງ “Always On
My Mind”
​ຂອງElvis Presley ​ພ້ອມໆ​ກັນ​ເລີຍ.

ຂໍ​ອຳ​ລາ​ທ່ານຜູ້​ຟັງ​ດ້ວຍ​ເພງ​ທຳ​ນອງ​ແຈ​ສ ອີກ​ເພງ​ນຶ່ງ ທີ່​ຖື​ວ່າເປັນ​ອີກເພງ​ນຶ່ງ​ທີ່​ນິ​ຍົມ​ກັນ
ແລະ​ແນ່ນອນ ວັນ​ນະ​ສອນ​ວ່າ ຖືກ​ໃຈ​ນັກ​ຟັງ​ເພງ​ແຈ​ສ ຢ່າງ​ແນ່ນອນ ​ເພາະ Petter
Cincotti ຖື​ວ່າ​ເປັນນັກ​ດົນ​ຕີ​ແລະ​ນັກ​ຮ້ອງ​ແຈ​ສ​ສຽງ​ດີ​ຄົນ​ນຶ່ງ​ໃນ​ວົງ​ການ​ແຈ໊ສ ເອົາ
ຂໍ​ມອບ​ເພງ On The Moon ໃຫ້ທຸກໆ​ທ່ານ​ຮ່ວມມ່ວນ​ຊື່ນໃນ​ຊ່ວງ​ສະ​ຫຼອງ​ປີ​ໃໝ່​ລາວ
ຕໍ່​ໄປ. ຂໍ​ໃຫ້​ທຸກໆ​ທ່າ​ນ ນອນ​ຫຼັບ​ຝັນ​ຫວານ.


XS
SM
MD
LG