ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮັກ​ຮ້າງ​ເມື່ອ​ຫ່າງ​ຫົວພັນ - ລຳໝຸດ ບຸດ​ສະບາ


ລຳໝຸດ ບຸດ​ສະບາ
ລຳໝຸດ ບຸດ​ສະບາ

ສະບາຍດີ​ ວັນນະສອນຍິ່ງ​ດີ​ໃຈ​ທີ່​ໄດ້​ເຫັນ​ຂໍ້ຄວາມ​ຕ່າງໆ​ທີ່​ຜູ້​ຟັງ​ຂຽນ​ເຂົ້າ​ມາ ບໍ່​ວ່າ​ຈະ​ເປັນ
​ທາງ email, website ​ແລະ facebook ຂອງ​ພວກ​ເຮົາ. ວັນ​ອາທິດ​ມື້​ນີ້ ວັນນະ​ສອນ
​ຈະມາ​ເປີ​ດ​ຂັບ​ລຳ​ລາວ​ໃຫ້​ຟັງ ​ເພາະວ່າ ຂັບ​ລຳ​ລາວເປັນ​ສັນຍາ​ລັກ​ອີກ​ອັນ​ນຶ່ງ​ທີ່​ສື່ສະ​ແດງ
ເຖິງ​ວັດທະ​ນະ​ທຳ ວິຖີ​ຊີວິດ​ຂອງ​ຊາວ​ລາວ ຜູ້​ຄົນ ​ໃນ​ແຕ່​ລະ​ພາກ ​ແຕ່ລະ​ທ້ອງ​ຖິ່ນ ສຳ​ຫຼັບ
​ເພງ ຮັກ​ຮ້າງ​ເມື່ອ​ຫ່າງ​ຫົວພັນ ທີ່​ເປັນ​ຂັບ​ຊຳ​ເໜືອ​ປະຍຸກ...​ຂັບ​ຮ້ອງ​ໂດຍ ລຳໝຸດ ບຸດ​ສະບາ ບໍ່ສ້າງ​ຄວາມ​ຜິດ​ຫວັງ​ໃຫ້​ທ່ານ​ຢ່າງ​ແນ່ນອນ.

​ຜູ້ຟັງທ່ານ​ນຶ່ງ ນາງ ຫົງວິໄລ ສີສະເກດ ​ໄດ້​ຂຽນ​ຂໍ້ຄວາມ​ໃນໜ້າ website ຂອງ​ເຮົາ​ມາວ່າ “ຂ້ອຍແມ່ນແຟນເພງຂອງວົງ T.X.O. ຂ້ອຍມັກທຸກໆເພງເລີຍ ແລະ ຂໍຟັງເພງ ສາຍ
ສຳພັນ ແລະ ເພງບ່າວຕ່າງແດນ ແດ່ເດີ້ ຂໍຂອບໃຈ.”
ກ່ອນ​ອື່ນ ກໍ​ຕ້ອງ​ຂໍ​ຂອບ​ໃຈນຳ
ຫົງວິໄລ ສີສະເກດ ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ​ຈາກ​ວົງ T.X.O. ຫຼັງ​ຈາກ ​ທາງ​ເຮົາ ​ໄດ້ຫຼິ້ນ
​ເພງ​ຂອງ​ວົງ​ນີ້​ໄປ​ແດ່​ແລ້ວ ຊຶ່ງ​ຮວມມີ​ທັງ ​ເພງສາຍສຳພັນ ນັ້ນນຳ ທາງ​ເຮົາ​ຈຶ່ງຂໍເປີດ​ເພງ ບ່າວຕ່າງແດນ ກໍ​ແລ້ວ​ກັນ ​ເອົາ​ໄປ​ຟັງ​ເພງ ບ່າວຕ່າງແດນ ທີ່ຂັບ​ຮ້ອງ​ໂດຍ ອາ​ແລນ
ຈັນທະ​ເສົາ
ຂອງວົງ T.X.O. ພ້ອມໆ​ກັນ​ເລີຍ ແລະຫວັງວ່າຜູ້ກ່ຽວຄົງ​ຈະ​ຂຽນ​ມາ​ຫາ​
ທາງ​ເຮົາ​ອີກ ຫຼັງ​ຈາກ​ທີ່​ໄດ້​ຮັບຟັງ​ເພງ​ທີ່​ຈັດ​ໃຫ້​ແລ້ວ.

ສ່ວນ​ເພງປິດ​ທ້າຍ​ລາຍການມື້​ນີ້ ຂໍ​ເປັນ​ເພງ​ທີ່​ນິຍົມ​ກັນ ​ເພາະວ່າ ​ເພງ​ນີ້ ​ໄດ້​ອະທິບາຍ
​ເຖິງ​ບ່າວ​ລາວ​ອາ​ເມຣິກັນ ​ໄປ​ຫຼົງ​ຮັກສາ​ວລາວ ​ແລະ​ກັບ​ຖືກ​ຫຼອກດັ່ງ​ຊື່​ຂອງ​ເພງ​ນີ້​ເລີຍ
ບ່າວ​ອາ​ເມຣິກາ​ຖືກ​ຕົ້ມ ທີ່​ຂັບ​ຮ້ອງ​ໂດຍ ທອນ​ອິນ ​ຖິ່ນ​ຜູ້​ໄທ ​ແລະ​ວັນນະ​ສອນ ກໍ​ຫວັງ​ວ່າ ​
ເພງ​ນີ້ ຢ່າງ​ນ້ອຍ ​ຈະ​ໄດ້​ເປັນ​ສິ່ງ​ເຕືອນ​ໃຈໃຫ້​ຫຼາຍໆ​ໜຸ່ມ​ທີ່​ໄປ​ຫຼົງ​ຮັກສາ​ວລາວ​ໃຫ້​
ຕຶກ​ຕອງ​ແລະ​ພິຈາລະນາ​ໃຫ້​ລະອຽດ​ແລະ​ຖືກຕ້ອງ ຂໍ​ໃຫ້​ໂຊກ​ດີ​ແລະ​ສົມ​ຫວັງໃນ​ຄວາມ
​ຮັກ ​ແລະ​ສົດ​ຊື່ນທຸກ​ປະການ ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ຫຼັບ​ຝັນ​ຫວານ.

XS
SM
MD
LG