ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ Perfect ນີ້ ແມ່ນຜົນງານເພງ ຂອງ Ed Sheeran ກັບນັກຮ້ອງສາວ Beyonce


ນັກຮ້ອງສາວ Beyonce, (ຂວາ), ສະແດງຮ່ວມກັນກັບສິນລະປິນ
ຄຸນນະພາບ Ed Sheeran.
ນັກຮ້ອງສາວ Beyonce, (ຂວາ), ສະແດງຮ່ວມກັນກັບສິນລະປິນ ຄຸນນະພາບ Ed Sheeran.

ຍິນດີ​ຕອນ​ຮັບ​ທ່ານຜູ້​ຟັງ​ເຂົ້າສູ່ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ​ວີ​ໂອ​ເອ
ໃນ​ຄ່ຳ​ຄືນ​ວັນ​ອາທິດມື້​ນີ້ ວັນນະ​ສອນ​ ຈະ​ມາ​ຈັດ​ເພງ​ສາກົນໃຫ້​ທ່ານ​ຜູ້​ຟັງອີກ
ເຊັ່ນເຄີຍ ​ແລະ​ວ່າ​ຈະ​ແມ່ນ​ເພງ​ໃດ​ແດ່ທີ່ສ້າງຄວາມປະທັບໃຈໃຫ້ທ່ານຜູ້ຟັງ
ຂໍ​ເຊີນ​ໄປ​ຮັບ​ຟັງ​ພ້ອມໆ​ກັນ​ເລີຍ.


ສະບາ​ຍດີ​ທຸກໆທ່ານ ກັບ​ມາ​ຟັງ​ເພງມ່ວນໆກັບ​ວັນນະ​ສອນ​ອີກ ໃນ​ລາຍການ​
ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຮັບຟັງເພງສາກົນເຊັ່ນເຄີຍ ຂໍຂອບໃຈນ້ອງ
ແສງຈັນ ພັນທະນົງ ທີ່ຂຽນເຂົ້າມາຂໍຟັງເພງ ເພື່ອຈັດໃຫ້ ພີ່ນ້ອງໝູ່ເພື່ອນ ຢູ່ທາງ
ບ້ານຊຶ່ງ​ປັດຈຸບັນ​ນີ້ ​ແມ່ນ​ປະກອບ​ອາຊີບ ຢູ່​ນະຄອນຫຼວງ​ວຽງ​ຈັນ. ເສຍດາຍ ທີ່ວ່າ
ທາງເຮົາຍັງຢູ່ໃນຊ່ວງເປີດເພງສາກົນ ສະນັ້ນ ອີກສອງສັບປະດາ ເອື້ອຍວັນນະ
ສອນ ຈຶ່ງຈະ​ໄດ້​ຈັດເພງລາວໃຫ້ຟັງ ລໍຖ້າກ່ອນເດີ ຖ້າເປັນແຟນລາຍການຂອງ​
ເຮົາຢ່າງໜຽວແໜ້ນ ຕອນນີ້ຂໍໃຫ້ຟັງເພງນີ້ ເພງ Perfect ທີ່ມ່ວນໆ ນ້ຳສຽງ
ຫວານໆຂອງ​ສິນລະປິນຄຸນ​ນະພາ​ບ Ed Sheeran ແລະ Beyonce ທີ່ຮ້ອງຄູ່ກັນ ຫວັງວ່າເພງນີ້ຄົງຈະປະທັບໃຈນ້ອງແສງຈັນ ແລະກໍຢ່າລືມກັບມາຟັງເພງມ່ວນໆ
ນຳເຮົາອີກ.

​ສ່ວນເພງຕໍ່​ໄປ​ນີ້ ກໍ​ແມ່ນ​ເພງຂອງ​ນັກຮ້ອງໜ້າໃໝ່ Lanco ທີ່ຮ້ອງເພງ Greatest
Love Story
ນີ້ ໄດ້ໜ້າຮັກໜ້າຊັງ ທີ່ອະທິບາຍເຖິງຄວາມຮັກຕອນຍັງນ້ອຍນຳກັນ
ແລະຕ່າງຄົນ ກໍຕ່າງເຕີບໃຫຍ່ ໄປໃຊ້ຊີວິດຂອງໃຜລາວ ຄົນ​ລະ​ແຫ່ງ ຈຶ່ງໃນທີ່ສຸດ
ກໍ​ໄດ້ກັບມາຮັກກັນອີກ ຈົນຜູ້ຊາຍ​ໄດ້ຄຸເຂົາ ຂໍແຕ່ງງານ ເອື້ອຍວັນະສອນຂໍມອບ
ເພງນີ້ ໃຫ້ທ່ານຜູ້ຟັງທີ່ກຳລັງມີຄວາມຮັກແລະວາງແຜນຈະແຕ່ງານຢູ່ໃນຂະນະນີ້.

​ຂໍ​ສົ່ງທ່ານເຂົ້ານອນ ດ້ວຍເພງລູກທົ່ງອາເມຣິກັນ ອີກຕື່ມເພງນຶ່ງເປັນເພງທີ່ຟັງແລ້ວ
ສະບາຍໃຈ ເປັນເພງຂອງສິນລະປິນເຈົ້າຂອງຫຼາຍໆລາງວັນທີ່ມີຄວາມສາມາດ
ເຕັມປ່ຽມ ເປັນເພງຂອງ Luke Bryan ທີ່ມີຄວາມປະທັບໃຈໃນເນື້ອເພງ ຊຶ່ງທັງຜູ້ກ່ຽວ
ແລະແຟນສາວ ມັກເພງນີ້ແລ້ວພາກັນອອກມາເຕັ້ນ ພໍໄດ້ຍິນສຽງເພງນີ້ ຜ່ານທາງ
ວິທະຍຸ. ບໍ່ເຊື່ອ ກໍຂໍໃຫ້ພິສູດ້ວຍຕົວທ່ານເອງ​ເບິ່ງ ໃນບົດເພງ Play It Again ຂໍໃຫ້ທ່ານຜູ້ຟັງຈົ່ງນອນຫລັບຝັນດີ ແລະພົບກັນໃໝ່ ໃນສັບປະດາໜ້າ.

XS
SM
MD
LG