ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ Perfect Storm ຂັບ​ຮ້ອງ​ໂດຍ Brad Paisley


ນັກ​ຮ້ອງ Brad Paisley, ຊ້າຍ, ​ແລະ Carrie Underwood ເປັນ​ພິ​ທີ​ກອນ​ໃນ​ງານ CMA Awards ປະ​ຈຳ​ປີ ​ຄັ້ງ​ທີ 52 ທີ່​ນະ​ຄອນ Nashville, ລັດ Tenn, 14 ພິ​ຈັກ 2018.
ນັກ​ຮ້ອງ Brad Paisley, ຊ້າຍ, ​ແລະ Carrie Underwood ເປັນ​ພິ​ທີ​ກອນ​ໃນ​ງານ CMA Awards ປະ​ຈຳ​ປີ ​ຄັ້ງ​ທີ 52 ທີ່​ນະ​ຄອນ Nashville, ລັດ Tenn, 14 ພິ​ຈັກ 2018.

ທ່ານ​ແຟນ​ເພງ​ທັງຫຼາຍໃນລາຍການສຽງເພງຈາກແດນໄກຂອງ VOA ໃນ​ຄໍ່​ຄືນມື້​ນີ້ ​ວັນນະ​ສອນ​ຈະ​ຈັດ​ເພງ​ລູກ​ທົ່ງ​ອາ​ເມ​ຣິ​ກັນ ທີ່​ເປັນ​ເພງຍອດ​ນິ​ຍົມ ໃນ​ວົງ​ການ​ເພງ​ສະຫະລັດ ​ແລະ​ວ່າ ​ຈະ​ເປັນ​ເພງ​ໃດ​ແດ່ນັ້ນ ຂໍ​ເຊີນ​ເຂົ້າ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

ສະບາຍດີ​ແລະຂໍ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
​ໃນ​ວັນ​ອາທິດຕົ້ນເດືອນ​ມີນາ​ນີ້ ເບິ່ງ​ແມະ ບຶດ​ດຽວ​ກໍ​ຢ່າງ​ເຂົ້າ​ເດືອນ 3 ແລ້ວ ຈັ່ງ​ໃດ​ກໍ​ຂໍ​ໃຫ້
​ທ່ານ​ຜູ້​ຟັງ​ເລີ້ມ​ຕົ້ນ​ປີ 2019 ດ້ວຍ​ຄວາມ​ຫວັງ​ໃໝ່ທີ່​ງົດ​ງາມ ບໍ່​ມີ​ມື້​ສາຍ. ເອົາ​ມາ​ຟັງ​ເພງ​
ຮ່ວມ​ກັນ​ເລີຍ ເປັນບົດ​ເພງ​ຂອງສິນ​ລະ​ປິນ​ຄຸ​ນະ​ພາບ ແຖວ​ໜ້າ​ຂອງວົງ​ການ​ເພງ​ລູກ​ທົ່ງ
​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ທີ່​ໄດ້​ຮັບ​ຫຼາຍໆ​ລາງ​ວັນ Brad Paisley ເພງ​ນີ້​ຈະ​ອອກ​ທຳ​ນອງ​ຣ໊ອກ​
ນ້ອຍໆ ສ້າງ​ສີ​ສັນ​ໃຫ້​ເພງ​ໜ້າ​ຟັງ​ຍິ່ງ​ຂຶ້ນ ຊຶ່ງ​ເພງ​ນີ້ມີ​ຄວາມ​ໝາຍ​ປະ​ມານ​ວ່າ ເຈົ້າ​ຊ່າງ​
ງົດ​ງາມ ແຂງ​ແກ່ນ ແລະ​ດຸ​ດັນ ແບບວ່າ ເຈົ້າ​ເປັນທັງແສງແດດທີ່​ຮ້ອນແຮງ​ແລະ​ເປັນ
ພາ​ຍຸຝົນ​ທີ່ຄຶກ​ຄະ​ນອງ ແບບ​ Perfect Storm ດັ່ງ​ຊື່​ຂອງ​ເພງ​ນີ້ເລີຍ.

ສ່ວນ​ເພງຄູ່ຕໍ່​ໄປ​ນີ້ ເປັນ​ຂອງ Jillian Jacqueline ຮ້ອງ​ປະ​ສານ​ກັບ Keith Urban
ສິນ​ລະ​ປິນ​ຈາກ​ປະ​ເທດ​ເຄັນ​ກາ​ຣູ ອົ​ສ​ເຕ​ເຣຍ​ເລຍ​ພຸ້ນ ເພງ​ນີ້ ພໍ​ໄດ້​ຟັງ​ແລ້ວ ກໍ​ຄົງ​ເຮັດ
​ໃຫ້ຄິດ​ເຖິງ​ໃຜ​ບາງ​ຄົນ…ເປັນ​ເພງ​ຫວານ​ແຕ່​ເສົ້າ…ທີ່​ແປ​ເປັນ​ພາ​ສາ​ລາວ​ວ່າ ຖ້າ​ຂ້ອຍ
​ເປັນ​ເຈົ້າ…If I Were You.

ວັນນະ​ສອນ ຕ້ອງ​ຝາກຂອບໃຈທຸກໆທ່ານ ທີ່​ຄອຍ​ເປັນ​ກຳລັງ​ໃຈ ​ແລະ​ຕິດຕາມ​ຮັບ​ຟັງ
​ວິທະຍຸ ກະຈາຍສຽງ VOA ​ຂອງ​ພວກເຮົາສະ​ເໝີ​ມາ ​ແລະ​ຂໍ​ຂອບ​ໃຈ​ເປັນ​ພິ​ເສດ​ແດ່
​ທ່ານ​ຜູ້​ຟັງ​ທີ່​ຕິດຕາມ​ຮັບ​ຟັງ ລາຍການ​ຂອງ​ພວກ​ເຮົາທີ່​ອອກ​ອາກາດ​ສົດ ຜ່ານ​ທາງ
Facebook-Live ​ໃນ​ 3 ມື້ ຕໍ່​ສັບ​ປະ​ດາ...ທີ່​ຂຽນ​ຕິ​ຊົມ​ແລະ​ແຈ້ງ​ໃຫ້​ທາງ​ເຮົາ​ຊາບ
ແບບ​ວ່າ ພາບ​ແລະສຽງ​ແຈ້ງ​ຊັດ​ເຈນ​ດີ ຕ່າງໆ​ນາໆ ​ສະນັ້ນ ວັນ​ນະ​ສອນ ຈຶ່ງ​ຂໍ​ຈັດ​ເພງ
Callin' Me When I'm Lonely ຂອງ Sheryl Crow ແທນ​ຄຳ​ຂອບ​ໃຈ​ ແລະ ​ຫວັງ
​ຢ່າງ​ຍິ່ງວ່າ​ເພງ​ນີ້ ຄົງ​ເປັນ​ເພງ​ທີ່​ປະ​ທັບ​ໃຈທ່ານ​ຜູ້​ຟັງ ບໍ່ຫຼາຍ​ກໍ​ໜ້ອຍ ເອົາ​ລະຢ່າລືມ
ກັບມາພົບກັບສຽງເພງມ່ວນໆໃນລາຍການສຽງເພງຈາກແດນໄກຂອງ​ເຮົາ ໄດ້ອີກ
ໃໝ່ໃນທຸກໆຄໍ່າຄືນຂອງວັນອາທິດ​ ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​.

XS
SM
MD
LG