ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອ້າຍ​ບໍ່​ແມ່ນ​ພະ​ອິນ​ ​- ກ້ອງ ​ໄຊ​ຍະ​ວົງ


ກ້ອງ ​ໄຊ​ຍະ​ວົງ
ກ້ອງ ​ໄຊ​ຍະ​ວົງ

ສະບາຍດີ​ແລະມື້​ນີ້ວັນນະ​ສອນ​ຈະ​ມາ​ຈັດ​ເພງ​ມ່ວນໆ​ໃຫ້​ທ່ານ​ຜູ້​ຟັງໄດ້​ມ່ວນ​ຊຶ່ນ​ກັບ​ເພງ​ລາວ​ມ່ວນໆ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ສໍາ​ຫຼັບ​ແລງ​ວັນ​ອາທິດ​ສະບາຍໆໃນທ້າຍເດືອນ​ກໍລະກົດ​ນີ້.​ ​ເພງ ອ້າຍ​ບໍ່​ແມ່ນ​ພະ​ອິນ​ ​ເປັນຜົນງານ​ເພງ​ສິນລະປິນ​ຊາຍ ທີ່​ເປັນ​ເພງ​ຕອບ​ຂອງ​ຝ່າຍ​ຍິງ ທີ່​ວັນນະ​ສອນ ຫາ​ກໍ​ນຳ​ສະ​ເໜີ​ໄປ​ໃນ​ຫວ່າງ​ມໍ່​ໆ​ນີ້ ​ແລະ​ຄິດວ່າ ​ເພ​ງນີ້ຄົງ​ຖືກ​ໃຈ​ທ່ານ​ຜູ້​ຟັງ​ບໍ່​ຫຼາຍ ກໍ​ໜ້ອຍ ​ໂດຍ​ສະ​ເພາະໜຸ່ມໆ ​ເພາະວ່າ​ໄດ້​ລະບາຍ​ເຖິງ​ຄວາມ​ໄນ​ອອກ​ມາ ຂໍ​ເຊີນ​ໄປຮັບ​ຟັງສຽງຫວານໆ​ຂອງ ກ້ອງ ​ໄຊ​ຍະ​ວົງ ພ້ອມໆ​ກັນ​ເລີຍ.

ຈັ່ງ​ໃດ​ກໍ​ຫຼິ້ນ​ເພງ​ປ໊ອປ ​ໄປ​ແລ້ວ ວັນນະ​ສອນ​ຂໍແນະ​ນຳ​ຜົນງານ​ເພງ​ຂອງ​ສິນລະປິນ​ໜ້າ​ໃໝ່ ​ໃນ​ວົງ​ການ​ເພງ ສປປ ລາວ ອາ​ລິດສາ ​ຈາກ​ຄ້າຍ​ເພງ ລາວ​ລ້ານ​ຊ້າງ ໃນບົດ​ເພງ “ຜິດ​ທີ່​ຂ້ອຍ”

ສ່ວນເພງ ຊວນ​ໃຫ້​ຊາວ​ລາວ​ທົ່ວ​ໂລກ​ຮັກ​ກັນ ຕໍ່​ໄປ​ນີ້ ຂໍ​ຈັດມອບ​ໃຫ້​ພີ່ນ້ອງ​ລາວ​ໃນ​ທົ່ວ​ໂລກ ​ໃຫ້​ຮັກ​ຫໍ່​ໂຮມ​ກັນ ​ເປັນບົດ​ປະພັນ​ໂດຍ ອາຈານ​ສິດ ​ແລະຂັບ​ຮ້ອງ​ໂດຍ ອາທິດ ​ແລະ​ຫວັງ​ວ່າ​ທຸກ​ທ່ານ​ທີ່ຮັບ​ຟັງ​ລາຍການສຽງ​ເພງ​ຈາກແດນ​ໄກ​ຂອງ VOA ຄົງ​ຈະ​ມ່ວນ​ຊື່ນ​ກັບ​ເພງ​ນີ້ ​ແລະ​ສັບປະດາ​ໜ້າ​ວັນນະ​ສອນ​ຈະ​ມາ​ຕອບ​ຈົດໝາຍ​ຂອງ​ທ່ານ​ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາ ຂໍໃຫ້ທຸກໆ​ທ່ານ​ນອນ​ລັບ​ຝັນ​ຫວານ​.

XS
SM
MD
LG