ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາລຸນນີ ດາລາວົງ - ສາຍໃຍຮັກ


ອາລຸນນີ ດາລາວົງ
ອາລຸນນີ ດາລາວົງ

ສະບາຍດີແຟນລາຍການ​ທຸກຖ້ວນ​ໜ້າ​ ຫວັງ​ວ່າ​ທຸກໆທ່ານ​ກໍ​ຄົງ​ສະບາຍດີ​ເຊັ່ນ​ເຄີຍ​ມາ​ຟັງ ​ເພງ​ມ່ວນໆ​ນໍາ​ກັນ​ດີກ່ວາ ​ເພາະວ່າ ​ໃນ​ປະຈຸ​ບັນ​ນີ້​ທາງ​ວົງ​ການ​ເພງໃນ​ສປປ ລາວ ນັ້ນ​ກໍ​ໄດ້ມີ​ຫຼາກ​ຫຼາຍສິນລະປິນ​ທີ່​ເກັ່ງ​ແລະ​ມີ​ຄຸນ​ນະພາ​ບທັງ​ຍິງ​ແລະ​ຊາຍ ​ເພງ​ທີ່ຈະຫຼິ້ນໃຫ້ຟັງ ຕໍ່ໄປນີ້ ວັນນະ​ສອນ ຫາກໍໄດ້ຮັບ ຊຶ່ງເປັນ new single ໃໝ່ໆ ຫາກໍນຳອອກເຜີຍແຜ່ ທີ່ເປັນບົດເພງ ທີ່ມີຄວາມໝາຍດີ ເປັນຄວາມຫວ່ງຫາອາທອນ ທີ່ບົ່ງບອກເຖິງ ຄວາມຮັກ ຄວາມຫ່ວງໃຍ ໃນບົດເພງ ສາຍໃຍຮັກ ທີ່ຂັບຮ້ອງໂດຍ ອາລຸນນີ ດາລາວົງ ສິນລະປິນ ຈາກສປປ ລາວ ເພງນີ້ ປະພັນໂດຍ ບຸນຖົມ ພັນທະມາລີ VOA ຂໍສົ່ງເສີມສິນລະປິນລາວ ທຸກໆທ່ານ ທີ່ໝັ້ນ ສ້າງຜົນງານໃໝ່ໆ ອອກມາໃຫ້ພວກເຮົາໄດ້ຮັບຟັງກັນໃນທົ່ວໂລກ ຂໍເຊີນໄປຟັງພ້ອມໆກັນ ເລີຍ ແລະຂໍ​ເປັນກຳລັງໃຈອີກເທື່ອນຶ່ງໃຫ້ ອາລຸນນີ ດາລາວົງ ຂໍໃຫ້ໝັ່ນຕັ້ງໜ້າຕັ້ງໃຈສ້າງຜົນງານດີໆຕໍ່ໄປ.

​ສ່ວນເພງໜ້າຮັກໆທີ່ມີຊື່ວ່າ ອິຮູ້ ຂັບຮ້ອງໂດຍ ສາຍໃຈ ລູກນ້ຳອູ ນີ້ ຂໍຈັດໃຫ້ຊາວລາວ ທຸກພາກ ທຸກແຂວງ ເພື່ອໃຫ້ເຂົ້າໃຈໃນໝາຍຂອງຄຳວ່າ ອິຮູ້ ວັນນະສອນ ຫວັງວ່າ ຫຼັງຈາກທີ່ໄດ້ຍິນເພງນີ້ແລ້ວ ຄົງຈະໄດ້ຮຽນຮູ້ຄວາມໝາຍຂອງເພງນີ້ ​ວັນນະສອນ ວ່ານີ້ລະ ຄືຄວາມອຸດົມຮັ່ງມີແລະຫຼາກຫຼາຍຂອງພາສາລາວ ຊຶ່ງແຕ່ລະພາກ ແຕ່ລະທ້ອງຖິ່ນ ກໍຈະມີ ຖ້ອມຄຳພາສາປາກເວົ້າທີ່ແຕກຕ່າງກັນອອກໄປ ນັ້ນລະ ຄືສະເໜ່ແລະເອກກະລັກຂອງ ພາສາລາວ.

ຂໍ​ຈັດເພງມ່ວນໆ ມອບ​ໃຫ້ ຫຼາຍໆທ່ານຜູ້ຟັງ ບໍ່ວ່າຈະເປັນ ທ່ານ Alex Vilaphong Mor Mingmeuang Joie Thumpanya ແລະ Noy Ngaophasy ທີ່ໄດ້ຂຽນຂໍ້ຄວາມເຂົ້າມາ ທາງລາຍການຂອງ VOA ທີ່ຖ່າຍທອດອອກອາກາດສົດ ຜ່ານທາງ Facbook Live ທີ່ບອກມາວ່າ ຕິດຕາມຮັບຟັງສະເໝີມາ ແລະ ບອກວ່າ ມີສາລະແລະເປັນແຫຼ່ງໃຫ້ຂໍ້ມູນ ຂ່າວສານທີ່ດີແລະເຊື່ອຖືໄດ້. ຂໍມອບເພງ ຈຳປາເມືອງລາວ ທີ່ຂັບຮ້ອງໂດຍ ກິໂລ ລູກສີ ໂຄດ ແທນຄຳຂອບໃຈ ແລະຂໍໃຫ້ສືບຕໍ່ຕິດຕາມຮັບ ຟັງລາຍການຂອງພວກເຮົາຕະຫຼອດ ໄປ. ພົບກັນໃໝ່ໃນໂອກາດໜ້າ…ຂໍໃຫ້ນອນຫລັບຝັນດີ.

XS
SM
MD
LG