ສະບາຍດີແລະກັບມາພົບກັນເຊັ່ນເຄີຍ ໃນລາຍການສຽງເພງຈາກແດນໄກຂອງ VOA
ໃນທຸກໆຄໍ່າຄືນຂອງວັນອາທິດ ຊຶ່ງທາງລາຍການນີ້ໄດ້ຈັດເພງສາກົນໃຫ້ທ່ານຜູ້ຟັງ ໄດ້ຟັງກັນມາຫຼາຍສັບປະດາແລ້ວ ແລະວັນນະສອນ ຄິດວ່າຫຼາຍໆທ່ານຄົງຄິດຮອດ
ຂັບລຳລາວຂະໜານແທ້...ເພາະສະນັ້ນ ຄັ້ງນີ້ ວັນນະສອນ ຈຶ່ງຈະນຳເອົາເພງລາວ
ທີ່ທາງເຮົາມີເກັບກຳໄວ້ເທົ່າທີ່ມີ ມາຫຼິ້ນສູ່ທ່ານຟັງ. ເຮົາຫວັງວ່າຂັບງື່ມ ທີ່ຂັບຮ້ອງໂດຍ
ມາລາວັນ ດວງພູມີນີ້ ຄົງຈະພາໃຫ້ຫຼາຍໆທ່ານຄິດຮອດເບື້ອງເກົ່າເມືອງຫຼັງ ໂດຍສະເພາະ ພວກທີ່ຢູ່ຕາມເຂດຝັ່ງນ້ຳງື່ມ.
ສ່ວນວ່າອາກາດໃນຂະຄອນຫຼວງວໍຊີງຕັນ ໃນຂະນະນີ້ກຳລັງດີຫຼາຍ ເພາະຍ່າງເຂົ້າ
ລະດູໃບໄມ້ປົ່ງ ຫຼືລະດູບານໃໝ່ແລ້ວ ແຕ່ຈັ່ງໃດກໍດີ ຫວັງວ່າອາກາດໃນປະເທດລາວພີ້ ກໍຄົງເຢັນດີເຊັ່ນກັນ ແລະເຮົາຕ້ອງຂໍຂອບໃຈທຸກໆທ່ານ ທີ່ຕິດຕາມຊົມຂ່າວຂອງພວກ
ເຮົາສົດໆທາງ Facebook Live ສະນັ້ນເພື່ອເປັນການຕອບແທນ ເຮົາຈຶ່ງຂໍຈັດເພງ
ໂທລະສັບ ຂອງມາລີຈັນສຸກ ສິນລະປິນລາວ ຈາກປະເທດຝຣັ່ງມາໃຫ້ທ່ານໄດ້ຮັບຟັງກັນ ແລະກໍຫວັງຢ່າງຍິ່ງວ່າ ທ່ານຜູ້ຟັງ ຄົງຈະຕິດຕາມຮັບຟັງ ຮັບຊົມ ວິທະຍຸສຽງອາເມຣິກາ
ຢູ່ຕໍ່ໄປ.
ສ່ວນເພງ ຝັນດີທີ່ຮັກ ເພງສຸດທ້າຍນີ້ ເຮົາຂໍຈັດໃຫ້ທ່ານແສງ ອັມພາວັນນະສຸກ ທີ່ຂຽນຂໍ້ຄວາມເຂົ້າມາຂໍຟັງເພງ ເພື່ອມອບໃຫ້ແກ່ໝູ່ເພື່ອນທາງ Facebook ທຸກໆທ່ານ
ພ້ອມນີ້ ຕ້ອງຂໍຂອບໃຈ ນຳທ່ານແສງ ທີ່ໃຊ້ເວລາສ່ວນຕົວຈັດຂອບຮູບຕ່າງໆໃຫ້ນ້ອງນຸ່ງ
ເພື່ອນຝູງ...ຮວມທັງວັນນະສອນ ນຳ ຂໍມອບເພງຫວານຂອງສິນລະປິນລາວ ອຸດອນ
ວົງສີ ໃນອອສເຕຣເລຍ ໃຫ້ຟັງ ແທນຄໍາຂອບໃຈ ທີ່ເປັນແຟນກັນຢ່າງໜຽວແໜ້ນ
ຂໍໃຫ້ທ່ານຜູ້ຟັງທຸກໆທ່ານຈົ່ງນອນລັບຝັນຫວານ.