ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍິ້ມ​ກ້ຽວ​ແຟນ​ເພິ່ນ - ແດງ​ດວງ​ເດືອນ


ແດງ​ດວງ​ເດືອນ
ແດງ​ດວງ​ເດືອນ

ຄໍ່າ​ຄື​ນ​ວັນ​ອາທິດມື້​ນີ້ ວັນນະ​ສອນ ຈະ​ມາ​ຈັດ​ຂັບ​ລຳ​ລາວ​ທີ່​ນຳ​ມາ​ປະສົມ​ປະສານ ເຂົ້າ​ກັບຍຸກ​ໃໝ່ ​ເພື່ອ​ມອບ​ໃກ້​ແຟນລາຍການສຽງເພງຈາກແດນໄກຂອງ VOA ​ແລະ​ວັນນະ​ສອນ​ວ່າ​ ຂັບ​ຕັ່ງ​ຫວາຍ ​ຂອງ​ແດງ​ດວງ​ເດືອນ ທີ່​ມີ​ນ້ຳ​ເປັນ​ເອກ​ກະ​ລັກ ​ຂອງ​ຕົວ​ເອງ​ນີ້ ຄົງ​ຈະ​ເຮັດ​ໃຫ້​ຫຼາຍໆ​ທ່ານ​ຄິດ​ເຖິງ​ສາວຜູ້​ໄທ ກຸ່ມຊົນທີ່​ອະ​ດົມ​ຮັ່ງມີ ​ທັງພາສາ ​ແລະວັດທະນະທຳ​ທີ່​ດີງາມ ຂໍ​ເຊີນ​ໄປ​ຟັງ​ຂັບ​ຕັ່ງ​ຫວາຍ​ທີ່​ມີ​ຊື່ວ່າ ຍິ້ມ​ກ້ຽວ​ແຟນ​ເພິ່ນ ​ແລະ​ວ່າ ​ໄດ້​ຍິນ​ເພງ​ນີ້ ກໍ​ຢ່າໄປຍິ້ມ​ກ່ຽວ​ແຟນຄົນ​ອື່ນ​ເນີ…​ເພ​າະຮັກ​ຈອ້ງບອກ​ມາ.

ສ່ວນ​ຈົດໝາຍ​ຂອງ​ທ່ານ​ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາຫາ​ທາງ​ເຮົາ​ນັ້ນ ວັນນະ​ສອນ​ຈະ​ກັບ​ມາ​ຕອບ ທ່ານ​ຜູ້​ຟັງ​ໃນ​ສັບປະດາ​ໜ້າ ວັນນະ​ສອນ ຂໍ​ແນະນຳ​ເພງ​ມ່ວນໆ​ທີ່​ທາງ ຢູນາ​ສະຕູ​ດີ​ໂອ ຊຶ່ງ​ວັນນະ​ສອນ ຟັງ​ເພງ​ນີ້​ແລ້ວ​ຊາບ​ຊຶ້ງ​ໃນຄວາມ​ໝາຍ​ແລະ​ຊື່​ຂອງ​ເພງ ສອງ​ມືນາງ​ສ້າງເມືອງ…ທີ່​ຂັບ​ຮ້ອງ​ໂດຍ​ສິນ​ລິປິ​ນສາວ​ໜ້າ​ໃໝ່… VOA ຂໍ​ເປັນ​ກຳລັງ​ໃຈ​ແລະ​ເອົາ​ໃຈ​ຊ່ອຍ​ໃຫ້​ໝັ່ນ​ສ້າງ​ຜົນງານ​ດີໆ ອອກ​ມາສູ່​ສາຍຕາ​ຂອງ​ທຸກໆຄົນ​ທີ່​ຮັກ​ເພງ​ລາວ​ໃນ​ທົ່ວ​ໂລກ​ອີກ. ສິນລະປິນ​ສາວ​ຄົນ​ນີ້​ມີນາ​ມວ່າ ມ່ອມນ່ອຍ ຢູ່​ນາ. ​ເພງ​ນີ້​ຟັງ​ແລ້ວ​ຊື້​ງ…ຄິດ​ເຖິງ​ແມ່.

ຂໍ​ອຳ​ລາ​ທ່ານ​ຜູ້​ຟັງ​ດ້ວຍ​ເພງ​ຫວານໆ ຂອງ​ນຳ​ສຽງ​ສາວ​ນ້ອຍ ສິລິ​ພອນ ສີ​ປະ​ເສດ ​ຈາກ​ຄ້າຍ​ເພງ ຢູ່​ນາ​ອີກ​ເຊັ່ນ​ກັນ...​ເພງ ​ເຊ​ລະ​ນອງ ຂໍ​ໃຫ້​ທຸກ​ທ່າ​ນ ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG