ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂໍເຊີນຟັງເພງຫວານໆ ຂອງນ້ອງຕ່າຍ - ປົດປ່ອຍ


ຕ່າຍ
ຕ່າຍ

ສະບາຍດີທຸກໆ​ທ່ານ ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ມື້​ນີ້ ວັນນະ​ສອນ ຈະມາ​ຈັດ​ເພງ​ໃຫ້​ບັນດາທ່ານ​ຜູ້​ຟັງທີ່​ຕິດຕາມ​ຮັບ​ຟັງ ພວກ​ເຮົາ ​ໂດຍ​ສະ​ເພາະ ບັນດາ​ທ່ານ​ທີ່​ຄ່ອຍ​ສົຟ່ງຂ່າວ ​ແລະ​ຂຽນ​ເຂົ້າ​ຫາ​ພວກ​ເຮົາ ຕອນ​ທີ່​ອອກ​ອາກາດ​ສົດ​ນັ້ນ. ທ່ານ​ກ່ອງ​ປະກັນ ກໍ​ເປັນ​ຜູ້​ນຶ່ງ​ທີ່​ທາງ​ເຮົາ​ເຄີຍ​ສຳພາດ​ແລະ​ການ​ຊ່ອຍ​ເຫຼືອ VOA ມາ​ໂດຍ​ຕະຫຼອດ ​ແລະ​ຫວັງ​ວ່າ​ເພງ​ ປົດ​ປ່ອຍ ຂອງ​ນ້ອງ ຕ່າ​ຍ ຈາກ​ຄ້າຍ​ເພງ​ອິນ​ດີ ນີ້ ຄົງ​ຈະ​ພາ​ໃຫ້​ທ່ານກ່ອງ​ປະກັນ ຟັງ​ເພງ​ແນວ​ໃໝ່​ທີ່​ໄວ​ຮຸ່ນ​ເຂົາ​ມັກ​ຟັງ​ກັນ ​ແລະ​ກໍ​ຫວັງ​ວ່າ ຫຼາຍ​ທ່ານ​ກໍ​ເຊັ່ນ​ກັນ ມັນ​ນ້ຳ​ສຽງ​ຂອງ​ນ້ອງ​ຕ່າ​ຍ…


ນ້ຳ​ສຽງ​ດີ​ມີ​ຄຸນ​ນະພາ​ບຂອງ​ຕ່າ​ຍ ກໍ​ຄົງ​ຈະ​ເຮັດ​ໃຫ້​ຫຼາຍໆທ່ານ​ທີ່​ມັກ​ຮັກ​ເພງ​ລາວຫຼາຍ​ຂຶ້ນ ຊຶ່ງ​ກໍ​ມີ​ຫຼາກ​ຫຼາຍ​ໃຫ້​ເລືອກ ຈັ່ງ​ໃດ ກໍ​ຂໍ​ໃຫ້​ສະໜັບສະໜຸນ​ຊ່ອຍ​ສົ່ງ​ເສີມ​ເພງ​ລາວ ​ໃຫ້​ຢູ່​ຄູ່​ກັບ​ຄົນ​ລາວ​ຕະຫຼອດ​ໄປ. ອັນ​ດັບ​ຕໍ່​ໄປ​ຂໍ​ແນະນຳ​ຜົນງານ​ເພງ​ມ່ວນໆ​ຂອງ​ສິນລະປິນ ທີ່​ໃສ່​ຊື່ວ່າ The Final ​ໃນ​ບົດ​ເພງ ທຸກ​ລົມ​ຫາຍ​ໃຈ ສິນລະປິນ​ສາວ​ນ້ອຍ​ຄົນ​ນີ້ ​ແມ່ນ​ກຳລັງ​ມາ​ແຮງ ​ແລະ​ເປັນ​ທີ່​ນິຍົມ​ໃນ​ໝູ່​ໄວ​ລຸ່ນ…​ເອົາ​ໄປ​ຟັງ​ເພງ​ມ່ວນໆ ​ແບບ​ສະບາຍໆ​ພ້ອມໆ​ກັນ​ເລີຍ.



ສ່ວນ​ເພງ​ສຸດ​ທ້າຍນີ້ ເປັນເພງທີ່ຟັງແລ້ວສະບາຍໃຈ ມ່ວນຫູທັງທຳນອງແລະ ສຽງຮ້ອງ ເຖິງແມ່ນວ່າຈະບໍ່ເຂົ້າໃຈປານເລີຍກໍຕາມ ແຕ່ ໃນຂ້າງລຸ່ມວີດີໂອ ຂຽນວ່າ ເພງຄິດຮອດ ບ້ານນາ ຂັບຮ້ອງໂດຍສິນລະປິນລາວ-ມົ້ງ ນ້ອງ ແອນນາ ຢາງ. ​ເອື້ອຍວັນນະສອນ ກໍຕ້ອງ ຂໍລົບກວນທ່ານຜູ້ຟັງທີ່ຟັງພາສາມົ້ງອອກນັ້ນ ຢ່າລືມຂຽນມາບອກແດ່ ເດີ ວ່າຄວາມຈິງຂອງ ບົດເພງນີ້ ແມ່ນມີຄວາມໝາຍດັ່ງທີ່ຂຽນໄວ້ຫຼືບໍ່ ແຕ່ຖ້າຟັງຈາກນ້ຳສຽງແລ້ວແມ່ນວ່າ ເສົ້າ ຄິດຮອດບ້ານນາ ແທ້ໆໂອ. ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG