ສະບາຍດີ ແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກຂອງ VOA ປະຈຳວັນທີ 21 ສິງຫາ ມື້ນີ້ ວັນນະສອນ ຂໍຈັດເພງ ຝັນດີທີ່ຮັກ ຊຶ່ງເປັນຜົນງານເພງຂອງອຸດອນ ວົງສີ ສິນລະປິນຄຸນນະພາບຈາກອ໊ອສເຕຣ ທີ່ໄດ້ນຳຜົນງານເພງອະມະຕະຂອງລາວໃນອະດີດ ຂຶ້ນມາຈັດທຳໃໝ່ ເພື່ອສືບສານຜົນງານເພງລາວ ທີ່ຖືວ່າເປັນມໍລະດົກຕົກທອດ ສົ່ງຕໍ່ໆໄປໃຫ້ຄົນຮຸ່ນຫຼັງ ໄດ້ຮຽນຮູ້ເຖິງປະຫວັດແລະທີ່ມາຂອງເພງລາວພວກນີ້. ເອື້ອຍວັນນະສອນ ຂໍຈັດເພງນີ້ໃຫ້ນ້ອງ ຟື ຊົງ ຜູ້ຟັງຈາກແຂວງໄຊຍະບຸຣີ ເປັນລາວເຜົ່າ ມົ້ງ, ທີ່ເປັນຄົນໜຸ່ມຍຸກໃໝ່ ແຕ່ບອກມາວ່າ ກັບມັກຟັງ ບັນດາ ເພງເກົ່າໆທີ່ມີເນື້ອໃນແລະຊາບຊຶ້ງໃນຄວາມໝາຍທີ່ດີ ແລະມັກຈະດາວ ໂຫຼດໄປເປີດເວລານອນ ຊ່ອຍຜ່ອນ ຄາຍດີ ແລະກ່ອມເຂົ້ານອນ ໂດຍສະເພາະ ສຽງຂອງເອື້ອຍວັນນະສອນ ວ່າຊັ້ນ. ຢ່າລໍຊ້າເລີຍ...ຮີບໄປຟັງພ້ອມໆກັນເລີຍ.
ຫວັງວ່າເພງທີ່ຈັດໃຫ້ໄປນັ້ນ ຄົງເປັນທີ່ພໍໃຈນ້ອງ ຟື ຊົງ ແລະເອື້ອຍວັນນະສອນ ກໍຂໍຂອບໃຈ ນ້ອງ ຟື ຊົງ ທີ່ຂຽນເຂົ້າມາແລະຄົງຈະເຫັນນ້ອງຕິດຕາມຮັບຟັງລາຍການ VOA ແລະຂຽນເຂົ້າມາຫາທາງເຮົາອີກ. ສ່ວນຈ. ມ. ຈາກຍາລຸງສະຫວ່າງ ທອງບໍ່ ຈາກ ຈັງຫວັດໜອງບົວລຳພູ ປະເທດໄທ ຜູ້ຟັງທີ່ໜ້າຮັກ ຕິດຕາມຮັບຟັງຂ່າວສານຈາກ VOA ສະເໝີມາພ້ອມ ທັງບອກມາວ່າເປັນແຫຼ່ງຂ່າວທີ່ໃຫ້ຄວາມສຳຄັນ ແລະໜ້າເຊື່ອຖື. ພ້ອມນີ້ຍັງຂໍຟັງເພງ ກຸຫຼາບປາກເຊ ຊຶ່ງທາງເຮົາ ຫາກໍຈັດໃຫ້ຟັງ ໄປເມື່ອບໍ່ນາມານີ້ເອງ ຄັ້ງນີ້ຈະຂໍປ່ຽນມາເປັນສຽງຂອງສິນລະປິນຍິງ ແສງນະພາ…ຕ້ອງຂໍອະໄພຫຼາຍໆ ເພາະວ່າ ຈ.ມ. ທີ່ຂຽນມາຕັ້ງແຕ່ປີ 2015 ຫາກໍໄດ້ຮັບ ບໍ່ຊາບວ່າໄປຕົກຄ້າງຢູ່ໃສ...ວັນນະອນ ຂໍຂອບໃຈຍາລຸງສວ່າງ ທີ່ຄອຍເປັນກຳລັງໃຈ ແລະຮັບຟັງພວກເຮົາສະເໝີຕົ້ນ ສະເໝີປາຍ…ສ່ວນປະຕິທິນນັ້ນຈະຕຽມຈັດໃຫ້ເປັນປີ 2017. ຂໍເຊີນມ່ວນກັບເພງນີ້ ທຸກໆທ່ານເລີຍ.
ສ່ວນຜູ້ຟັງທີ່ໜ້າຮັກທ່ານນຶ່ງ ແຕ໋ວ ຄອນ ຈາກການາດາ ຂຽນເຂົ້າມາຜ່ານທາງ FB ທີ່ຕິດ
ຕາມຊົມ Facebook–Live ທີ່ທາງເຮົານຳສະເໜີໄປໃນທຸກໆວັນອັງຄານ-ພຸດ 2 ມື້ ຕໍ່ສັບປະດາ ບອກມາວ່າມັກຕິດຕາມຊົມ ແລະ ບັດນີ້ໄດ້ເຫັນບັນດານັກຂ່າວຂອງ VOA ແລ້ວ ແລະຂໍຟັງເພງ ຄິດເຖິງວຽງຈັນ ຂອງດາຣາເພັດ ແຕ່ເສຍດາຍເຮົາຫາບໍ່ພໍ້ ແລະອີກຢ່າງນຶ່ງເຮົາຫາກໍຫຼິ້ນເພງດາຣາເພັດ ໄປ ຈຶ່ງຂໍຈັດໃຫ້ເປັນຂອງສິນລະປິນສາວ ຈາກການາດາ...ວຽງໄຊ ສະຫວັນ...ນ້ຳສຽງຫວານດີ...ແລະຄັ້ງຕໍ່ໄປ ເຮົາຈະຫາເພງທີ່ແຕ໊ວ ຂຽນຂໍມານັ້ນໃຫ້ຟັງໃໝ່ອີກ. ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.