ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງ​ຝັ່ງຂອງ - ຮຸ່ງຟ້າ ດາວໃໝ່


ຮຸ່ງຟ້າ ດາວໃໝ່
ຮຸ່ງຟ້າ ດາວໃໝ່

ສະບາຍດີ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ ວັນ​ອາທິດ​ນີ້ ພິ​ເສດ​ແດ່ ​
ກໍເພາະວ່າ ວັນນະ​ສອນ​ ຈະ​ມາ​ຈັດ​ເພງ​ໃໝ່ທີ່​ທາງ​ເຮົາຫາ​ກໍ​ໄດ້​ຮັບ ຊຶ່ງ VOA ກໍແມ່ນ
ບ່ອນນີ້ບ່ອນດຽວ ​ວັນນະສອນ ຈະ​ໄດ້​ເປີດ​ເພງ​ລາວ​ໃໝ່ໆ ​ເພື່ອ​ມອບໃຫ້ແດ່​ແຟນ
ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ທຸກໆ​ທ່ານ ​ຖ້າ​ທ່ານ​ໃດ​ຮູ້ຈັກ​ຜົນງານ​ເພງ​ລາວ​ຈາ​ກ
ສິນລະປິນ​ຕ່າງ​ແດນ ຄົນໃດ ກໍຂໍໃຫ້​ສົ່ງ​ຂ່າວ​ໃຫ້​ດ້ວຍ ​ເພາະ​ຈະ​ໄດ້ນຳ​ມາ​ເປີດ​ໃຫ້ຫຼາຍຄົນ
ໄດ້​ຟັງ​ຮ່ວມ​ກັນ...ສຳຫຼັບຄົນ​ທີ່​ມີ​ເຊື້ອ​ສາຍລາວ​ນີ້​ຈະຢູ່​ໃສ​ກະ​ແລ້ວ​ແຕ່​ໃນ​ໂລກ​ໜ່ວຍ​ນີ້
ກໍ​ຂໍ​ໃຫ້​ຮັກ​ຫໍ່​ໂຮມ​ກັນ​ເນີ ສົ່ງ​ເສີມ​ສະໜັບສະໜຸນຊຶ່ງ​ກັນ​ແລະ​ກັນ…​ເພງທຳອິດ​ທີ່​ຈະ​ນຳ​
ສະ​ເໜີ​ຕໍ່​ໄປ​ນີ້​ມີ​ຊື່ວ່າ ຮອຍຮັກ ຊຶ່ງ​ຢູ່ໃນ​ຊຸດ​ທຳອິດຂອງ​ວົງ T.X.O. ທີ່​ເປັນກຸ່ມ​ສິນ
ລະປິນ​ຈາກ​ລັດ Texas ຕາມ​ຊື່​ຫຍໍ້ T.X.O. ທີ່​ມີ​ຄວາມໝາຍວ່າ ຕົ້ນ​ສະບັບ​ຈາກລັດ
Texas ເອົາ​ຂໍ​ມອບ​ໃຫ້​ທ່ານ​ຜູ້​ຟັງ​ທຸກໆ​ທ່ານເລີຍ ແລະຄັ້ງໜ້າເຮົາຈະນຳສະເໜີຜົນ
ງານເພງອື່ນໆໃນຊຸດນີ້ອີກ.

​ໃນ​ສັບປະດາ​ນີ້ທາງ​ເຮົາຫາກໍ​ໄດ້​ຮັບຈົດໝາຍ​ຫຼາຍໆ​ສະບັບຈາກ​ສຳນັກງານ​ທີ່​ບາງກອກ
​ທີ່ຂຽນເຂົ້າ​ມາ​ຂໍ​ປະຕິທິນ​ປີ 2017 ນັ້ນ ເຮົາບໍ່​ແນ່ໃຈ​ວ່າ ທ່ານເຫຼົ່າ​ນັ້ນ ຍັງ​ຈະ​ຢາ​ກໄດ້​ຢູ່​ຫຼື​ບໍ່
​ເພາະວ່າ ເວລານີ້ ໄດ້​ຍ່າງ​ເຂົ້າ​ກາງ​ປີ​ແລ້ວ ເພາະສະນັ້ນ ​ໃຫ້ຂຽນ​ເປັນ email ຫຼື​ຜ່ານ​ທາງ Facebook ຂອງ​ພວກ​ເຮົາຈະດີກ​ວ່າ​ເພາະ​ຈະ​ໄດ້​ໄວ​ທັນ​ໃຈ. ຈົດໝ​າຍຂອງ​ ທ່ານ​
ປຣະ​ເຊີນ ອົ້ນ​ຈັນ
ຜູ້​ຟັງ​ຈາກ​ຈັງຫວັດ​ສຣະບຸຣີ ປະ​ເທດ​ໄທ ທີ່​ຂຽນລົງ ວັນ​ທີ 12 ເມສາ
ປີ 2015 ພຸ້ນ​ບອກ​ມາ​ວ່າ ບໍ່​ໄດ້​ຮັບ​ປະຕິທິນ​ມາ​ໄດ້ 2 ປີ​ແລ້ວ ​ເຮົາຈຶ່ງ​ຕ້ອງ​ຂໍອະ​ໄພ​ດ້ວຍ
ເພາະວັນນະ​ສອນ​ ຫາ ກໍ​ໄດ້​ຮັບ​ຈົດໝາຍ​ນີ້​ເປັນ​ຄັ້ງ​ທຳ​ອິດ ​ຢ່າງໃດກໍດີເຮົາ​ຈະ​ສົ່ງ​
ໃຫ້​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຈັດ​ສົ່ງ​ປະຕິທິນ​ໄປ​ໃຫ້ເລີຍ ຫວັງ​ວ່າມັນ​ຄົງ​ບໍ່​ຫຼ້າ​ຊ້າເກີນໄປ ​
ແຕ່​ວ່າ ​ເຖິງ​ມັນ​ຈະ​ຊ້າ​ໄປ ກໍ​ຂໍ​ໃຫ້​ເກັບ​ໄວ້ ​ເປັນ​ທີ່​ລະ​ລຶກ ປີໜ້າຈະ​ຈັດ​ຊື່​ຂອງ​ທ່ານ​ເຂົ້າ​
ໃນ​ລະ​ບົບ ​ແລ້ວ​ຈະ​ຈັດ​ສົ່ງ​ໄປໃຫ້ທັນເວລາ. ຂອບ​ໃຈທີ່​ຄອຍຕິດຕາມ​ຮັບ​ຟັງເພງ ສອງ​
ຝັ່ງຂອງ
ເພງອຳມະຕະຂອງລາວທີ່ໄດ້ສ້າງຄວາມໂດ່ງດັງ, ເປັນທີ່ປະທັບໃຈແລະ
ຜູກພັນຜູ້ຄົນ ທັງສອງຝາກຝັ່ງ ທີ່ຂັບຮ້ອງໂດຍສິນລະປິນສາວ​ສຽງຫວານ ຮຸ່ງຟ້າ
ດາວໃໝ່
ຈາກລັດ California

ຂໍ​ມອບ​ເພງຫວານໆ ຂອງສິນລະປິນຊາຍ ຈາກສປປ ລາວ ສິດທິພອນ ສຸວັນນະສຸກ
ໃນບົດເພງ ດອນຈັນ ນ້ຳຂອງ ​ໃຫ້​ແກ່​ທຸກ​ຄົນ​ທີ່​ມີ​ເຊື້ອ​ຊາດ​ລາວທີ່ຢູ່ໃນ​ສາກົນ​ລະ​ໂລກນີ້ ໄດ້ຮັບຟັງກັນ ເພື່ອໃຫ້ຄາຍຄວາມຄິດເຖິງມາຕຸພູມບ້ານເກີດ ພົບ​ກັນ​ໃໝ່​ໃນ​ສະບັບ​ໜ້າ ຂໍໃຫ້ທຸກໆທ່ານນອນຫຼັບຝັນຫວານ.

XS
SM
MD
LG