ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

Scars To Your Beautiful - Alessia Cara


Alessia Cara ຮ້ອງເພງໃນງານສະແດງ Hot 99.5's iHeartRadio Jingle Ball 2015 ທີ່ສູນ Verizon ໃນ ວັນທີ 14 ທັນວາ 2015,ໃນ Washington, D.C.

ນັ້ນ​ແມ່ນ​ເພງ Scars To Your Beautiful ຂອງນັກ​ຮ້ອງ ນັກ​ແຕ່ງ​ເພງ ສິນລະປິນ
ຄົນ​ເກັ່ງ ຈາກ​ກາ​ນາ​ດາ ​ເລີ່​ມ​ເຂົ້າ​ວົງ​ການ​ແຕ່​ອາຍຸ​ຍັງ​ນ້ອຍ ​ແລະ​ໄດ້​ເປັນ​ທີ່​ຮູ້ຈັກ​ກັນ ​
ໃນ​ບົດ​ເພ​ງ Know It All ຊຶ່ງ​ເປັນ​ເພງ single - ດ່ຽວ ​ທີ່​ສ້າງ​ຊື່​ສຽງ​ໃຫ້ Alessia Cara
ຈົນ​ເປັນ​ທີ່​ຮູ້ຈັກ​ກັນ​ໃນ​ແວດ​ວົງ​ບັງ​ເທີ​ງ ​ແລະ​ຄ່ຳ​ຄືນ​ນີ້ ວັນນະສອນ ​ໄດ້​ນຳສະ​ເໜີ​ຜົນງານ​
ເພງ​ໃໝ່ຂອງ Alessia ​ໄປ​ໃຫ້​ຟັງ​ແລະ​ກໍຫວັງຢ່າງ​ຍິ່ງ​ວ່າ ​ທ່ານ​ຜູ້​ຟັງຄົງ​ຈະ​ຖືກ​ໃຈ ​
ໂດຍ​ສະ​ເພາະ​ທ່ານຜູ້​ຟັງທີ່​ມັກ​ຮັກ​ແນວ​ເພງ​ປ໊ອປ​ແບບ​ນີ້…​ແລະ​ທີ່​ສຳຄັນ​ໄປ​ກວ່າ​ນີ້
ກໍ​ຄື ຄວາມ​ໝາຍ​ຂອງ​ເພງ​ນີ້ທີ່ໄດ້​ໃຈຄວາມ​ວ່າ ຂໍ​ໃຫ້​ທຸກ​ຄົນ​ພູມ​ໃຈ ແລະ​ໝັ້ນ​ໃຈ
ໃນຄວາມແຕກ​ຕ່າງ​ທີ່​ເປັນ​ເອກ​ກະລັກ​ຂອງ​ເຮົາ​ເອງ ງາມ​ແບບເຮົາ ທີ່​ບໍ່ເໝືອນ​ໃຜ ​
ແລະບໍ່​ມີ​ໃຜ​ເໝືອນ. ເອົາ​ໄປ​ຟັງ​ເພງຂອງ Sheryl Crow ນັກ​ຮ້ອງ​ລູກ​ທົ່ງທີ່​ມີ​ຊື່​ສຽງຜູ້​ນຶ່ງ
​ແລະ​ເປັນທັງ​ນັກ​ແຕ່ງ​ເພງ​ດ້ວຍ... ​ເພ​ງ Halfway There ມີ​ເນື້ອ​ໄນ​ວ່າ...​ເຄິ່ງຂ້ອນ​
ທາງ​ແລ້ວ ​ເອົາຂໍ​ເຊີນ​ໄປ​ຮັບ​ຟັງ​ພ້ອມໆ​ກັນ​ເລີຍ.

ເພງ: Halfway - Sheryl Crow

ຂໍປິດ​ທ້າຍ​ລາຍການດ້ວຍ​ເພງທີ່​ຈະ​ສ້າງ​ຄວາມສຸກ​ໃຫ້​ທຸກທຄົນ​ໃນ​ໂລກ ດ້ວຍ​ການ​
ແບ່ງປັນຄວາມ​ຮັກ​ໃຫ້​ກັນ​ແລະ​ກັນ…​ໃນ​ບົດ​ເພງ Where’s The Love ທີ່​ຂັບ​ຮ້ອງ​
ໂດຍBlack Eyed Peas feat The World. ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ລັບ​ຝັນ​ດີ.

ເພງ: Where’s The Love ໂດຍ Black Eyed Peas feat The World

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG