ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທອນອິນ ຖິ່ນພູໄທ - ບ່າວອາເມຣິກັນ ຖືກຕົ້ມ


ທອນອິນ ຖິ່ນພູໄທ
ທອນອິນ ຖິ່ນພູໄທ

ສະບາຍດີ​ແລະ​ຍິນ​ດີຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ສໍາ​ຫຼັບ​ວັນ​ອາທິດ​ ​ເດືອນກໍລະກົດນີ້ ວັນນະ​ສອນ ຈະ​ນຳ​ສະ​ເໜີ​ຜົນງານ​ເພງ​ຂອງ​ສິນລະປິນ​ໜຸ່ມ​ຈາກ ສປປ ລາວ ຊຶ່ງ​ຫວ່າງ​ມໍ່ໆ​ມາ​ນີ້ ກໍ​ໄດ້​ມາຂັບ​ກ່ອມ​ປະຊາ​ຄົມ​ລາວ​ໃນ​ຂົງ​ເຂດ​ນະຄອນຫຼວງ​ວໍຊີງ​ຕັນ ​ແລະ​ທາງ​ເຮົາ​ກໍ​ໄດ້​ສຳພາດ​ກັບ​ຜູ້ກ່ຽວທີ່​ໄດ້​ອອກ​ອາກາດ​ໃນ​ລາຍການ​ຊີວິດ​ຊາວ​ຂອງ VOA ​ສົງ​ໄສ​ວ່າ​ທ່ານ​ຜູ້​ຟັງ​ຄົງ​ຢາກ​ຮູ້​ແລ້ວ​ລະ​ວ່າ ສິນລະປິນ​ ທ່ານ​ນີ້​ແມ່ນ​ຜູ້​ໃດ…ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ ​ໃນ​ບົດ​ເພງ…ບ່າວ​ອະ​ເມຣິກາ​ຖືກ​ຕົ້ມ ​ແລ້ວ​ກໍ​ຈະ​ຮູ້​ເອງ.

​ເພງ​ທີ່​ທ່ານ​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ຜົນງານ​ເພງ​ຂອງສິນລະປິນ​ສຽງ​ຄຸນ​ນະພາ​ບ ທອນ​ອິນ ຖິ່ນພູ​ໄທ ຊຶ່ງ​ຜູ້ກ່ຽວ​ເປັນ​ຜູ້​ປະພັນ​ເອງ ​ແລະ​ກໍ​ໄດ້​ບອກ​ໃນ​ການ​ໃຫ້​ສຳພາດ​ວ່າ​ເປັນ​ຄົນ ​ມາ​ຈາກ​ຄຳ​ມ່ວນ​ເພາະສະ​ນັ້ນເພງຕໍ່​ໄປ​ນີ້ ຈຶ່ງ​ເໝາະ​ສົມ​ທີ່​ສຸດ ທີ່​ຈະ​ຈັດ​ມອບ​ໃຫ້​ທ່ານ​ຜູ້​ຟັງ​ທີ່​ຕິດຕາມ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໂດຍ​ສະ​ເພາະ​ທ່ານ​ຜູ້​ຟັງ​ຈາກ​ແຂວງ​ຄຳ​ມ່ວນ ​ເອົາ​ຂໍ​ເຊີນ​ຟັງ​ເພງ ສາວ​ຄຳ​ມ່ວນ ພ້ອມໆ​ກັນ​ເລີຍ.

ລິງໂດຍກົງ

ສ່ວນເພງ " ປອບ​ໃຈບ່າວ​ອະ​ເມຣິກາ" ທີ່​ໄດ້​ນັກ​ຮ້ອງ ສຽງ​ຫວານ ​ແສງ​ດາວວີ ຊຸບ​ເປີ​ສອງ​ວີ ​ແລະ ທອນ​ອິນ ຖິ່ນ​ຜູ້​ໄທ ມາ​ຮ້ອງ​ກ້ຽວ​ກັນ ວັນນະ​ສອນ​ວ່າ ຖືກ​ໃຈ​ທ່ານ​ຜູ້​ຟັງ​ແນ່ນອນ ບໍ່​ເຊື່ອ​ກໍ​ລອງ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ. ຂໍໃຫ້ທຸກໆ ທ່ານມີຄວາມສຸກແລະກໍຢ່າ ລືມກັບມາພົບ ກັບ ສຽງເພງມ່ວນໆໃນລາຍການສຽງເພງຈາກແດນໄກ ໄດ້ອີກໃໝ່ ໃນທຸກໆ ຄໍ່າຄືນ ຂອງວັນອາທິດ​ ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​.

XS
SM
MD
LG