ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເພງ Perfect ຂັບຮ້ອງໂດຍ Ed Sheeran ​ແລະ Beyonce


Beyonce, ຂວາ, ຮ້​ອງຮ່ວມ​ ກັບ Ed Sheeran.
Beyonce, ຂວາ, ຮ້​ອງຮ່ວມ​ ກັບ Ed Sheeran.

ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການສຽງເພງຈາກແດນໄກຂອງ VOA ວັນນະສອນ
ຈະມາກ່ອມທ່ານຜູ້ຟັງດ້ວຍເພງ ສາກົນເໝືອນເດີມ ຂໍເຊີນເຂົ້າສູ່ລາຍການຟັງ
ເພງມ່ວນໆພ້ອມກັນເລີຍ.

ສະບາຍດີ​ທຸກໆທ່ານ​ ຊ່ວງ​ນີ້ ກໍ​ຖື​ວ່າ​ຍັງ​ຢູ່​ໃນ​ບັນຍາກາດຂອງ​ປີໃໝ່ ປີ 2018 ຢູ່
ໃນຄ​ຄືນ​ນທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງ ສາກົນເໝືອນເດີມ ຂໍເລີ່ມດ້ວຍສຽງເພງອັນຫວານໆເພື່ອສ້າງບັນຍາກາດ
ດີໆ ໃນວັນອາທິດສະບາຍໆ ໃນຊ່ວງເລີ້ມຕົ້ນຂອງປີ ໃໝ່ ຊຶ່ງເປັນບົດເພງຄູ່ທີ່ຂັບຮ້ອງ
ໂດຍ Ed Sheeran & Beyonce ໃນເພງທີ່ຊື່ວ່າ Perfect ແລະຫລັງຈາກຟັງແລ້ວ
ທ່ານຜູ້ຟັງບາງຄົນ ຄົງຢາກຈະຈັດສັນວິຖີຊີວິດຂອງທ່ານໃຫ້ມັນເລີດເລີເປີເຟັກ ດັ່ງຄວາມໝາຍຂອງເພງນີ້ກໍເປັນໄປໄດ້ໄດ໋ເນາະ...ຂໍເຊີນທ່ານຮັບຟັງໄດ້ເລີຍ.
ເພງ: Perfect ຂັບຮ້ອງໂດຍ Ed Sheeran & Beyonce


ສ່ວນ​ເພງ When We Were Young ຂອງສິນລະປິນທີ່ມີພະລັງ ຂອງອັງກິດຢ່າງ
Adele ນີ້ ແລະຫວັງວ່າທ່ານຜູ້ຟັງຫຼາຍໆທ່ານ ຄົງພາກັນຄ້ອຍຕາມເພງນີ້ໄປ ແລະມີບາງຄົນກໍຄົງຢາກຝຶກຝົນ ແລະຫັດຮ້ອງເພງໃຫ້ເກັ່ງ ໃຫ້ດີ ໃຫ້ໄດ້. ສະນັ້ນ ຂໍມອບເພງນີ້ໃຫ້ແກ່ຜູ້ທີ່ມີຄວາມມັກຮັກໃນສິນລະປະຮ້ອງເພັງ ໂດຍສະເພາະພວກ
ນ້ອງໆ ທີ່ມີຄວາມໄຝ່ຝັນຢາກເປັນນັກສິນລະປິນທີ່ດີໃນອານາຄົດ.
ເພງ: When We Were Young ຂັບຮ້ອງໂດຍ Adele

ຂໍ​ມ້ວນ​ທ້າຍດ້ວຍ​ເພງ​ທີ່​ມ່ວນໆ ອີກເພງນຶ່ງໃນບົດເພງ GHOST TOWN ຊຶ່ງເປັນ
ຜົນງານເພງຂອງ Adam Lambert. ຂໍໃຫ້ທຸກໆທ່ານນອນລັບຝັນຫວານແລະພົບ
ກັນໃໝ່ ໃນສັບປະດາໜ້າ.
ເພງ: “GHOST TOWN” ຂັບຮ້ອງໂດຍ Adam Lambert

XS
SM
MD
LG