ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແທງ - ຕ່າຍ


ຕ່າຍ ອາກາດ
ຕ່າຍ ອາກາດ

ສບາຍດີ ​ແລະ​ຍິນ​ດີ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ​ໃນ​ຄໍ່າ​ຄືນ​ນີ້
ຕັ້ງ​ໃຈ​ທີ່​ຈະ​ມາ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ແບບ​ຫວານ ​ແບບ​ວ່າ​ຟັງ​ໄປ​ ຝັນ​ໄປ ຈິນຕະນາ
ການ​ໄປຄິດ​ຮອດ​ເຈົ້າ​ຂອງ​ສຽງ​ໄປ...ຕ້ອງ​ຮີບ​ໄປ​ຟັງ​ເພງມ່ວນຂອງສິນລະປິນທ່ານນີ້
ແລ້ວລະ ວ່າແມ່ນໃຜ ແລະເປັນຫຍັງສາວໆ ຈຶ່ງຕິດໃຈ ໃນນ້ຳສຽງ ເອົາໄປຟັງພ້ອມໆ
ກັນເລີຍ ໃນບົດແພງ ແທງ ທີ່ຂັບຮ້ອງໂດຍ ຕ່າຍ ອາກາດ ແລະວ່າ ຖ້າໄດ້ຮັບຟັງ
ເພງນີ້ແລ້ວ ກໍຢ່າລືມຂຽນມາບອກແດ່ວ່າ ມ່ວນ ແລະຖ້າທ່ານໃດຢາກຟັງເພງທີ່ທາງ
ເຮົາຈັດໃຫ້ ບໍ່ວ່າຈະເປັນເພງລາວ ເພງສາກົນ ເອື້ອຍ ວັນນະສອນ ຈັດຫາໃຫ້ໄດ້.

​ສ່ວນ​ເພງຕໍ່​ໄປ​ນີ້ ​ເປັນ​ຜົນງານ​ເພງຂອງ ສາວນ້ອຍສຽງໃສ ທີ່ໂດ່ງດັງໃນບົດເພງ
ຈ້າງກໍບໍ່ງຶດ ແລະເພງຕໍ່ໄປນີ້ ຄົງຈະເຮັດໃຫ້ທ່ານຜູ້ຟັງຫາຍຄວາມຄິດເຖິງນ້ຳສຽງ
ຂອງສາວນ້ອຍ ປຸກກີ້ ເງິນລ້ານ ຄົນນີ້ໃນ​ບົດ​ເພງ ເທວະດາ ຫຼື ຊາຕານ ຂໍຈັດ​ເພງ
ມອບໃຫ້​ຜູ້​ຟັງທຸກໆທ່ານ ທີ່ຄອຍຕິດຕາມຮັບຟັງລາຍການວິທະຍຸ ທີ່ຖ່າຍທອດອອກ
ອາກາດສົດ ຜ່ານທາງ Facebook ຊຶ່ງກໍໄດ້ໃຫ້ຄວາມເຫັນຕ່າງໆນາໆ ວ່າຟັງຊັດ
ເຈນ ແລະໄດ້ທັງສາລະແລະບັນເທີງ...ອີກຄັ້ງນຶ່ງຕ້ອງຂໍຂອບໃຈ ແລະວ່າ ພວກເຮົາ ກໍຈະປັບປຸງແລະພັດທະນາ ໃຫ້ດີຍິ່ງໆຂຶ້ນໄປ ຈະບໍ່ເຮັດໃຫ້ທ່ານຜູ້ຟັງຜິດຫວັງ.

ຂໍຝາກຜົນງານເພງອະມະຕະທີ່ຕິດຫູທ່ານຜູ້ຟັງ ໃນອະດີດ ທີ່ວັນນະສອນເຊື່ອໝັ້ນວ່າ
ພໍໄດ້ ຟັງເພງນີ້ແລ້ວ...ຄວາມຫວານຊື່ນ ຄວາມງົດງາມແລະຄວາມຜູກພັນໃນອະດີດ ກໍຈະມາ ວົນວຽນຢູ່ໃນຫວ່ງລຶກ ຂອງທ່ານ...ຂໍໃຫ້ມ່ວນຊື່ນ ແລະຝັນຫວານກັບເພງນີ້ ນຶ່ງອ້າຍຊາຍດຽວ ຂັບຮ້ອງໂດຍ ແຜັດ ເພດດາວອນ.

ສບາຍດີ ​ແລະ​ຍິນ​ດີ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ​ໃນ​ຄໍ່າ​ຄືນ​ນີ້ ຕັ້ງ​ໃຈ​ທີ່​ຈະ​ມາ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ແບບ​ຫວານ ​ແບບ​ວ່າ​ຟັງ​ໄປ​ ຝັນ​ໄປ ຈິນຕະນາການ​ໄປຄິດ​ຮອດ​ເຈົ້າ​ຂອງ​ສຽງ​ໄປ...ຕ້ອງ​ຮີບ​ໄປ​ຟັງ​ເພງມ່ວນຂອງສິນລະປິນທ່ານນີ້ແລ້ວລະວ່າ ແມ່ນໃຜ ແລະເປັນຫຍັງສາວໆ ຈຶ່ງຕິດໃຈ ໃນນ້ຳສຽງ ເອົາໄປຟັງພ້ອມໆກັນເລີຍ ໃນບົດແພງ ແທງ ທີ່ຂັບຮ້ອງໂດຍ ຕ່າຍ ອາກາດ ແລະວ່າ ຖ້າໄດ້ຮັບຟັງເພງນີ້ແລ້ວ ກໍຢ່າລືມຂຽນ ມາບອກ ແດ່ວ່າ ມ່ວນ ແລະຖ້າທ່ານໃດຢາກຟັງເພງທີ່ທາງເຮົາຈັດໃຫ້ ບໍ່ວ່າຈະເປັນເພງລາວ ເພງ ສາກົນ ເອື້ອຍ ວັນນະສອນ ຈັດຫາໃຫ້ໄດ້.

​ສ່ວນ​ເພງຕໍ່​ໄປ​ນີ້ ​ເປັນ​ຜົນງານ​ເພງຂອງ ສາວນ້ອຍສຽງໃສ ທີ່ໂດ່ງດັງໃນບົດເພງ ຈ້າງກໍບໍ່ງຶດ ແລະເພງຕໍ່ໄປນີ້ ຄົງຈະເຮັດໃຫ້ທ່ານຜູ້ຟັງຫາຍຄວາມຄິດເຖິງນ້ຳສຽງຂອງສາວນ້ອຍ ປຸກກີ້ ເງິນລ້ານ ຄົນນີ້ໃນ​ບົດ​ເພງ ເທວະດາ ຫຼື ຊາຕານ ຂໍຈັດ​ເພງມອງໃຫ້​ຜູ້​ຟັງທຸກໆທ່ານ ທີ່ຄອຍ ຕິດຕາມຮັບຟັງລາຍການວິທະຍຸ ທີ່ຖ່າຍທອດອອກອາກາດສົດ ຜ່ານທາງ Facebook ຊຶ່ງກໍໄດ້ໃຫ້ຄວາມເຫັນຕ່າງໆນາໆ ວ່າຟັງຊັດເຈນ ແລະໄດ້ທັງສາລະແລະບັນເທີງ... ອີກຄັ້ງນຶ່ງຕ້ອງຂໍຂອບໃຈ ແລະວ່າ ພວກເຮົາ ກໍຈະປັບປຸງແລະພັດທະນາ ໃຫ້ດີຍິ່ງໆຂຶ້ນໄປ ຈະບໍ່ເຮັດໃຫ້ທ່ານຜູ້ຟັງຜິດຫວັງ.

ຂໍຝາກຜົນງານເພງອະມະຕະທີ່ຕິດຫູທ່ານຜູ້ຟັງ ໃນອະດີດ ທີ່ວັນນະສອນເຊື່ອໝັ້ນວ່າ ພໍ ໄດ້ຟັງເພງນີ້ແລ້ວ...ຄວາມຫວານຊື່ນ ຄວາມງົດງາມແລະຄວາມຜູກພັນ ໃນອະດີດ ກໍຈະ ມາວົນວຽນຢູ່ໃນຫວ່ງລຶກ ຂອງທ່ານ...ຂໍໃຫ້ມ່ວນຊື່ນ ແລະຝັນຫວານກັບເພງນີ້ ນຶ່ງອ້າຍ ຊາຍດຽວ ຂັບຮ້ອງໂດຍ ແຜັດ ເພດດາວອນ.

VS/VOA

XS
SM
MD
LG