ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Mine Would Be You - Blake Shelton


Blake Shelton ເຈົ້າຂອງລາງວັນນັກຮ້ອງຊາຍດີເດັ່ນແຫ່ງປີ ແລະ ຊຸດເພງແຫ່ງປີ "Based on a True Story" ໃນພິທີ
ມອບລາງວັນຄັ້ງທີ 47 ລູກທົ່ງອາເມຣິກັນ ຫຼື Country Music Association Awards ໃນນະຄອນ ແນັສວີລ, (Nashville), ລັດເທັນນັສສີ (Tennessee), 6 ພະຈິກ 2013.
Blake Shelton ເຈົ້າຂອງລາງວັນນັກຮ້ອງຊາຍດີເດັ່ນແຫ່ງປີ ແລະ ຊຸດເພງແຫ່ງປີ "Based on a True Story" ໃນພິທີ ມອບລາງວັນຄັ້ງທີ 47 ລູກທົ່ງອາເມຣິກັນ ຫຼື Country Music Association Awards ໃນນະຄອນ ແນັສວີລ, (Nashville), ລັດເທັນນັສສີ (Tennessee), 6 ພະຈິກ 2013.

ບັນດາ​ແຟນໆ​ສຽງ​ເພງ​ຈາກ​ແດນ​ໄກ ຂອງ ວີ​ໂອ​ເອ ທີ່​ຮັກ​ແພງ​ ​ໃ​ນ ລາຍການສຽງ​ເພງ​
ຈາກແດນ​ໄກຂອງ ວີ​ໂອ​ເອ ມື້​ນີ້ວັນນະ​ສອນ​ ຈະ​ນຳເອົາເພງສາກົນ​ຍອດ​ນິຍົມມາສະ​ເໜີ​
ທ່ານຈະ​ມີ​ເພ​ງ​ໃດ​ ​ແລະ​ນັກ​ຮ້ອງ​ຄົນ​ໃດ​ແດ່​ນັ້ນ ກະ​ລຸ​ນາ​ເຂົ້າ​ສູ່​ລາຍການ​ຂອງ​ເຮົາໄດ້
​ນະບັດ​ນີ້. ​


ສບາຍດີ ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນຈະ​ສະ​ເໜີ​ເພງລູກ​ທົ່ງອາ​ເມຣິກັນ ທີ່​ເປັນ​ເພງ​ທີ່​ຟັງ
​ແລ້ວ​ສະບາຍໃຈ ວັນນະ​ສ​ອນ ຈຶ່ງ​ຢາກນຳ​ເພງ​ມ່ວນໆເຫຼົ່ານີ້ ມາ​ເປີດ​ຟັງ​ຮ່ວມ​ກັນ ​
ເພງ​ທຳ​ອິດ​ນີ້ ​ເປັນ​ເພງ​ຂອງ Jamie Lynn Spears ທີ່​ມີ​ຊື່ວ່າ How Could I Want
More ຄວາມໝາຍ​ກໍ​ຄື​ວ່າ ຂ້ອຍ​ບໍ່່ຢາກ​ໄດ້​ຫຍັງຫຼາຍ​ໄປ​ກວ່າ​ນີ້ແລ້ວ…

​ສ່ວນ​ເພງທີ່​ມີ​ຄວາມ​ໝາຍວ່າ​ ຂອງ​ຂ້ອຍ ກໍ​ແມ່ນເຈົ້າ ທີ່​ແປ​ມາ​ຈາກ​ພາສາ​ອັງກິດ​ວ່າ
Mine Would Be You ​ເປັນ​ຜົນງານ​ເພງ​ຂອງ Blake Shelton ນັກ​ຮ້ອງ​ນັກ​ດົນຕີ ​
ແລະ​ນັກ​ແຕ່ງ​ເພງ​ຄົນ​ເກັ່ງ​ຂອງ​ວົງ​ການ​ເພງ​ລູກ​ທົ່ງ​ອາ​ເມຣິກັນ…ຟັງ​ແລ້ວ​ຈະບໍ່​ຜິດ​ຫວັງ
​ແນ່ນອນ.

ຂໍ​ປິດ​ທ້າຍ​ລາຍການ​ດ້ວຍ​ເພງ​ຫວານໆ​ຂອງ​ນັກ​ຮ້ອງ​ແຈ​ສ Michael Bouble ສິນລະ
ປິນຄົນ​ເກັ່ງ​ ຈາກ​ກາ​ນາ​ດາ ທີ່​ຖື​ວ່າ​ ເປັນ​ນັກ​ຮ້ອງ​ແຈ​ສ ທີ່​ອາຍຸ​ຍັງ​ນ້ອຍ ຖ້າ​ປຽບທຽບ​
ໃສ່​ສິນລະປິນຮຸ່ນໃຫຍ່​ທີ່​ມີ​ຊື່​ສຽງໂດ່​ງດັງ ເພງ​ນີ້​ເປັນ​ເພງ​ທີ່​ມ່ວນ​ຢູ່​ແລ້ວ ຍິ່ງ​ໄດ້ Michael
Bouble ນຳ​ມາ​ຂັບ​ຮ້ອງ​ເປັນ​ທຳນອງ​ແຈ​ສ​ແລ້ວ ກໍ​ຍິ່ງ​ເຮັດ​ໃຫ້​ເພງ​ນີ້​ໜ້າ​ຟັງ​ຍິ່ງ​ຂຶ້ນ.
ຂໍ​ໃຫ້​ທຸກໆທ່ານຈົ່ງ​ນອນ​ລັບ​ຝັນ​ຫວານ.

XS
SM
MD
LG