ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກຸຫຼາບ​ປາກ​ເຊ - ​ຕິ່ງໜ່ອຍ ພອຍ​ໄພລິນ


ຕິ່ງໜ່ອຍ ພອຍ​ໄພລິນ
ຕິ່ງໜ່ອຍ ພອຍ​ໄພລິນ

ສະບາຍດີແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ແລະກໍຂໍບອກອີກແລະຈະບອກຕະຫຼອດໄປວ່າວັນນະສອນດີໃຈແລະ ຕັ້ງໃຈໃນທຸກໆຄັ້ງທີ່ ໄດ້ມາຈັດເພງກ່ອມທ່ານຜູ້ຟັງໃນທຸກໆຄໍ່າຄືນ ຂອງວັນ ອາທິດ ວັນນະ​ສອນ ​ຂໍ​ຈັດ​ເພງ ກຸຫຼາບ​ປາກ​ເຊ ທີ່​ປະພັນ​ໂດຍ ​ເຈົ້າ​ຄຳ​ຜາຍ ກຸລະ​ວຸດ ​ແລະ​ຂັບ​ຮ້ອງ​ໂດຍ ນ້ອງ​ຕິ່ງໜ່ອຍ ພອຍ​ໄພລິນ ສິນລະປິນ​ສາວ​ສຽງໃສ ຈາກ​ສປປ ລາວ ​ເພື່ອ​ມອບ​ໃຫ້ຍາ​ເອື້ອຍ ​ສີ​ອຳພອນ ນໍຣິນ ຊ່າງ​ເສື້ອ​ຝືມື​ດີ ຈາກ​ສປປລາວ ພ້ອມ​ດ້ວຍ ທຸກໆ​ທ່ານ​ທີ່​ຫຼົງ​ຮັກສາ​ວປາກ​ເຊ ​ແລະ​ວ່າ​ສາວ​ປາກ​ເຊ ຈະ​ງາມ​ແລະ​ໜ້າ​ຮັກ​ດັ່ງ​ເນື້ອໄນ ຂອງ​ເພງ​ນີ້ ຫຼື​ບໍ່​ນັ້ນ ວັນນະ​ສອນ​ວ່າ ທ່ານ​ຜູ້​ຟັງ​ກໍ​ຄົງ​ຕ້ອງ​ໄດ້​ໄປ​ພິສູດ ດ້ວຍ​ຕົວ​ທ່ານ​ເອງ ​ແລະ​ກ່ອນ​ອື່ນ​ຂໍໄປຟັງ​ເພງນີ້​ກັນ​ກ່ອນ ​ແລ້ວ​ຈຶ່ງ​ໄປ​ທ່ຽວ​ປາກ​ເຊ ​ນຳ​ກັນ.

ວັນນະສອນຂໍຕາງໜ້າ VOA ຂອບ​ໃຈ​ນໍາ​ທ່ານ​ຜູ້​ຟັງ ທີ່ກະລຸນາ ຂຽນ​ຂໍ້ຄວາມ​ມາ​ຫາ​ທາງ​ເຮົາ​ຕະຫຼອດ​ມາ ຈຶ່ງ​ຂໍ​ມອບ​ເພງ ສະເຫນ່ທ່າເຊຈຳພອນ ທີ່​ຂັບ​ຮ້ອງ​ເຈົ້າ​ຂອງ​ລາງວັນ​ດອກ​ຈຳປາ ນ້ອງມຸກດາວັນ ສັນຕິພອນ ​ແລະ​ວັນນະ​ສອນ ​ວ່າ ​ເພງ​ນີ້ພາ​ໃຫ້​ທ່ານ​ຜູ້​ຟັງ ​ໄດ້​ເຄີ້ມ​ ໄປ ກັບ​ສຽງຫວານໆ​ຂອງ​ເພງ​ນີ້…ຂໍ​ເຊີນ​ອອກ​ມາ​ລ້າຍ​ລຳ​ນຳ​ກັນ ​ເພາະ​ເພງ​ນີ້ ​ໄດ້​ນຳ​ຂັບ​ລຳ​ລາວ ມາ​ປະສົມ​ປະສານ​ແລະ​ປະຍຸກ​ເຮັດ​ໃຫ້​ເພງ​ນີ້​ໜ້າ​ຟັງ​ຍິ່ງໆ​ຂຶ້ນ. ​ເຊີນໄປ​ຟັງ​ພ້ອມໆ​ກັນ​ເລີ​ຍ.

ວັນນະ​ສອນ ພົບ​ພໍ້​ເພງ​ນີ້ ​ແລະ​ວ່າ​ມັນ​ມ່ວນດີ ກໍ​ເລີ​ຍ ນຳ​ມາມອບ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຟັງ​ມ່ວນ​ ນຳ​ກັນ ຖ້າ​ຜູ້​ໃດ​ຊາຍ​ຊື່​ຂອງ​ສິນລະປິນ​ທ່ານ​ນີ້ ກະລຸນາ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ດ້ວຍ ​ ເພງ​ນີ້ ຄົງ​ຈະ​ໃຫ້​ໜຸ່ມໆ ມີ​ກຳລັງ​ໃຈ​ຂຶ້ນ​ມາ ເພາະວ່າ​ອົກ​ຫັກ ຄົງ​ຈະ​ບໍ່​ຕາຍ​ແລະ ຈະ​ ໄຫ້​ນຳ​ເຂົາ​ເຮັດ​ຫຍັງ…ດັ່ງ​ຊື່​ຂອງ​ເພງ​ນີ້​ເລີຍ ຖ້າທ່ານໃດຊາບຊື່ຂອງສິນລະປິນທ່ານນີ້ ກະລຸນາຂຽນມາຫາ ທາງເຮົາດ້ວຍ. ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ​ ຂໍທ່ານ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​.

XS
SM
MD
LG