ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Kenny Rogers ກັບ Dolly Parton ​ມາກ່ອມ ອາລົມທ່ານ ໃນ​ບົດ​ເພງ You Can't Make Old Friends ​


ພາບຂອງສິນລະປິນອາວຸໂສ ເຄັນນີ ຣໍເຈີຣ໌ສ (Kenny Rogers) (ຊ້າຍ) ສະແດງໃນງານສະແດງດົນຕີ ວັນທີ 7 ມີນາ 2013, ໃນເມືອງແລງແຄັສເຕີ, ລັດເພັນຊີລເວເນຍ ແລະສິນລະປິນ ທີ່ຖືວ່າເປັນລາຊີນີລູກທົ່ງ ໂດລລີ ປາຣຕັນ (Dolly Parton) ສະແດງໃນງານ ທີ່ນະຄອນຟີລາແດລເຟຍ, 15 ມິຖຸນາ 2016.
ພາບຂອງສິນລະປິນອາວຸໂສ ເຄັນນີ ຣໍເຈີຣ໌ສ (Kenny Rogers) (ຊ້າຍ) ສະແດງໃນງານສະແດງດົນຕີ ວັນທີ 7 ມີນາ 2013, ໃນເມືອງແລງແຄັສເຕີ, ລັດເພັນຊີລເວເນຍ ແລະສິນລະປິນ ທີ່ຖືວ່າເປັນລາຊີນີລູກທົ່ງ ໂດລລີ ປາຣຕັນ (Dolly Parton) ສະແດງໃນງານ ທີ່ນະຄອນຟີລາແດລເຟຍ, 15 ມິຖຸນາ 2016.

ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ​ວີ​ໂອ​ເອ ໃນ​ຄ່ຳ​ຄືນ​ວັນ​ອາທິດມື້ນີ້ ວັນນະ​ສອນ​
ມີ​ເພງອາ​ເມຣິກັນມ່ວນ​ໆ ມາ​ຝາກທ່ານຜູ້​ຟັງອີກ. ຂໍ​ເຊີນ​ເຂົ້າມາ​ຮ່ວ​ມ​ໃນ​ລາຍການ​
ຂອງ​ເຮົາ ພ້ອມໆ​ກັນ​ເລີຍ.

ສະບາ​ຍດີ​ທຸກໆທ່ານ ເພງທີ່ທ່ານຫາກໍ​ໄດ້ຟັງຈົບລົງໄປນັ້ນ ແມ່ນເພງ Heaven
ຊຶ່ງເເປເປັນພາສາລາວ ວ່າ ສະຫວັນ ເປັນຊື່ຂອງເພງທີ່ Kane Brown ຂັບຮ້ອງ
ທີ່ມີເນື້ອໃນແບບວ່າ ແມ່ນໃຜໆ ກໍພາກັນຟ້າວຟັ່ງຢາກໄປສະຫວັນຢ່າງ​ໄວໆ
ຊຶ່ງສະຫວັນ ທີ່ເວົ້າເຖິງນີ້ ມັນ​ດີ ສວຍ​ງາມ​ໄປ​ໝົດ ສ່ວນຂ້ອຍນັ້ນ ​ບໍ່​ອາດປຽບທຽບ​ກັບຄວາມຮູ້ສຶກຂອງ​ຂ້ອຍຕອນທີ່ຂ້ອຍໄດ້ຢູ່ຄຽງຂ້າງເຈົ້າໄດ້​ດອກ ຊຶ່ງຄວາມໝາຍ
ຂອງເນື້ອເພງນີ້ຄົງຈະເຮັດໃຫ້ຫຼາຍໆທ່ານຢາກຫັດຮ້ອງ ຫັດອອກສຽງ ຮຽນພາສາ
ຈາກເນື້ອເພງ​ແລະຄວາມໝາຍຂອງເພງ Heaven ນີ້. ຂໍເຊີນເຂົ້າໄປສຳພັດບັນຍາ
ກາດຂອງສະຫວັນ ໃນຄວາມຮູ້ສຶກຂອງ Kane Brown ທີ່ໄດ້ຂັບຮ້ອງໄປ...​ແລະ​ເພງ​
ມ່ວນໆ ຕໍ່​ໄປ​ນີ້ ຂອງ​ກຸ່ມ​ສິນລະ​ປິນ - The Band Perry ທີ່ຈະ​ມາ​ສ້າງ​ຄວາມ​ສະໜຸກ
​ສະໜາ​ນ ​ແບບ country rock ​ໃນ​ບົດ​ເພງ Live Forever ຂໍ​ມ​ອບ​ໃຫ້​ບັນດາ​ທ່ານ​
ຜູ້​ຟັງທີ່​ມີ​ຫົວໃຈຣ໊ອກ ທີ່ມັກ​ຮັກ​ເພງ​ແນວນີ້. ຈະ​ລຸກ​ຂຶ້ນ​ມາ​ຍືດ​ແຂ່ງ​ຍືດຂາ ​ເຕັ້ນ​ແບບ​
ເບົາໆ​ກັບ​ເພງ​ນີ້ ກໍ​ໄດ້​ເດີ. ​ເອົາມາມ່ວນ ນຳ​ກັນ​ເລີຍ.

​ວັນນະ​ສອນ ຂໍ​ສົ່ງ​ທ່ານ​ຜູ້​ຟັງ​ເຂົ້າ​ນອນ ດ້ວຍ​ເພງສະບາຍໆ ດ້ວຍ​ສຽ​ງຫວານ​ໆ
ຂອງ​ນັກ​ຮ້ອງ​ທີ່​ເປັນ​ຕຳນານ ທັງ​ສອງ​ທ່ານ Kenny Rogers ກັບ Dolly Parton ​
ໃນ​ບົດ​ເພງ You Can't Make Old Friends ​ເພງ​ນີ້ ຄົງ​ບໍ່​ຕ້ອງ​ອະທິບາຍ​ຫຼາຍດອກ
...​ເພາະວ່າ ​ເພື່ອນ​ທີ່​ດີ ບໍ່​ໄດ້​ສ້າງ​ຂຶ້ນ​ໄດ້​ງ່າຍໆ ພຽງ 2-3 ມື້ ຫຼື 4-5 ປີ... ຄື​ວ່າ ​ມັນ​ແມ່ນ
ທັງ​ຊີວິດ​ເລີຍ. ຖ້າ​ປຽບທຽບ ກໍ​ຄົງຈະ​ແບບ​ວ່າ ທ່ານຜູ້​ຟັງ ກັບວິ​ທະ​ຍຸ​ສຽງ​ອາ​ເມຣິກາ...
ຮັບ​ຟັງ​ກັນ​ມາ​ເປັນ​ຫຼາຍ​ໆສິບ​ປີ ຄື​ພວກ​ເຮົາ​ເປັນ​ເພື່ອນ​ກັນ ຕະຫຼອດ​ມາ ​ແລະ​ກໍ...
ຈະ​ຫຼອດ​ໄປ. ຂໍໃຫ້ທຸກໆທ່ານຈົ່ງນອນຫລັບຝັນຫວານ ແລະພົບກັນໃໝ່ ໃນສັບປະດາໜ້າ.

XS
SM
MD
LG