ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ຂໍສົ່ງເພງມ່ວນໆ ອວຍພອນ Merry Christmas ແກ່ທຸກໆທ່ານ


Clay Aiken
Clay Aiken
ລິງໂດຍກົງ

ສະບາ​ຍດີ​ທ່ານ​ແຟນ​ເພງ​ທີ່​ໜ້າ​ຮັກທັງຫຼາຍ ວັນນະ​ສອນ ຂໍ​ກ່າວ​ຄຳ​ວ່າ “Merry Christmas” ລ່ວງໜ້າ ​ເພາະວ່າ​ພຽງ​ແຕ່ 4 ມື້ ກໍ​ເຖິງ​ວັນ​ຄຣິສມັສ ຊຶ່ງການ​ສະ​ຫຼອງບຸນຄຣິສມັສນີ້ ມີ​ມາ​ນານ​ເປັນ​ພັນໆ​ປີ​ແລ້ວ ​ເປັນ​ທີ່​ນັບຖື​ຂອງ​ຊາວຄຣິສ ​ແລະ​ເຖິງ​ບໍ່​ແມ່ນ​ຊາວ​ຄຣິສ ກໍ​ມີ​ການ​ສະຫຼອງ​ກັນ​ທົ່ວ​ໂລກ ຊຶ່ງຖື​ວ່າ ​ເປັນ​ເທດສະການ​ຂອງ​ການ​ໃຫ້ ບໍ່​ວ່າ​ຈະ​ເປັນ​ການ​ໃຫ້​ດ້ວຍ​ສິ່ງ​ຂອງ, ​ເງິນ​ຄຳ ນ້ຳ​ໃຈ ​ຫຼື​ປັດ​ໃຈ​ອື່ນໆ​ ​ແລະ​ການ​ໃຫ້​ອີກ​ອັນ​ໜຶ່ງທີ່ສຳຄັນ​ທີ່​ສຸດ​ນັ້ນ ກໍ​ຄື​ການ​ໃຫ້​ຄວາມ​ຮັກ, ການ​ເບິ່ງ​ແຍງ ດູ​ແລ ການ​ເອົາ​ໃຈໃສ່ ​ແລະ​ການໃຫ້​ໃຈຊຶ່ງ​ກັນ​ແລະ​ກັນ ​ໃນ​ວາລະ​ໂອກາດວັນຄຣິສມັສ 2014 ທີ່​ຈະ​ມາ​ເຖິງ​ນີ້ ວັນນະສອນ​ຂໍ​ສົ່ງ​ຄວາມສຸກ​, ຄວາມຮັກ​ແພງ​ແລະ​ຄວາມ​ສະໜຸກ​ສະໜາ​ນ ມາ​ກັບ​ສຽງ​ເພງ​ນີ້ ມອບຄືນ​ແກ່​ທ່ານ​ຜູ້​ຟັງ ​ດັ່ງ​ເນື້ອ​ໃນ​ຂອງ​ເພງ​ນີ້ Merry Christmas With Love ທີ່​ຂັບ​ຮ້ອງ​ໂດຍ Clay Aiken.

​ເພງທີ່​ກ່ຽວຂ້ອງ​ກັບເທດສະການ​ຄຣິສມັສນີ້ ​ແມ່ນ​ມີຫຼາກຫຼາຍ​ໃຫ້​ເລືອ​ກ ​ແຕ່​ແນ່ນອນ​ລະ​ ​ວັນນະ​ສອນ ກໍ​ຈະ​ຕ້ອງຄັດ​ເລືອກ​ເອົາ​ແຕ່ເພງ​ທີ່​ມ່ວນ​ສຸດ ປະ​ທັບ​ໃຈສຸດ ​ແລະ​ຟັງ​ແລ້ວ​ໄດ້​ບັນຍາກາດ​ທີ່​ສະໜຸກສະໜາ​ນ ​ແລະ​ໃຫ້​ທ່ານ​ຜູ້​ຟັງ​ຫລັບ​ຕາ ຈິນຕະນາການ ຄ້ອຍ​ຕາມ​ເພງ​ໄປ...​ເອົາ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ​ໃນ​ບົດ​ເພງ Home This Christmas ທີ່​ຂັບ​ຮ້ອງ​ໂດຍ Justin Bieber.

ກ່ອນ​ຈາກ​ກັນ​ໄປ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນ​ຂໍ​ອວຍພອນໃຫ້ທ່ານຜູ້​ຟັງ​ທີ່ຢູ່​ໃນ​ສາກົນ​ລະ​ໂລກ​ນີ້ ຈົ່ງ​ປະສົບ​ແຕ່​ຄວາມສຸ​ກ, ສົດ​ຊື່ນແລະ​ສົມຫວັງ ໃນເທດສະການ​ຄຣິສມັສ ທີ່​ຈະ​ເຖິງນີ້ ຕະຫຼອດ​ທັງ​ປີ​ໃໝ່​ 2015 ດ້ວຍເທີ້ນ ​ແລະ​ຂໍ​ອໍາ​ລາ​ທ່ານໄປ ​ດ້ວຍ​ເພງ​ຂອງ Michael Boublee ຮ້ອງ​ກັບ Thalia - ​ໃນ​ບົດ​ເພງ MisDeseos/Feliz Navidad ນີ້.
Merry Christmas to you all.​

XS
SM
MD
LG