ໃນຄ່ຳຄືນນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງສາກົນມ່ວນໆ ຂໍເຊີນ ໄປຟັງພ້ອມໆກັນເລີຍ.
ສະບາຍດີທຸກໆທ່ານ ກັບມາຟັງເພງມ່ວນໆກັບວັນນະສອນອີກໃນລາຍການສຽງເພງ
ຈາກແດນໄກຂອງ VOA ເຊັ່ນເຄີຍ ໃນທຸກໆຄໍ່າຄືນວັນອາທິດ ຟັງເພງໄປ ຜ່ອນຄາຍ
ອາລົມໄປ. ຖ້າທ່ານໃດ ຍັງບໍ່ທັນໄດ້ມີໂອກາດຂຽນເຂົ້າມາຂໍຟັງເພງຫຼືໂອ້ລົມກັນແລ້ວນັ້ນ
ກໍຢ່າຟ້າວລີລໍ ໃຫ້ຂຽນເຂົ້າມາເລີຍ ເພາະວັນນະສອນ ຈະມາຈັດເພງໃຫ້ຕາມຄຳຂໍ
ໃນສັບປະດາໜ້າ ທີ່ຈະເປັນຝຽນຂອງເພງລາວນັ້ນ ແຕ່ຄ່ຳຄືນນີ້ ຂໍໄປຟັງເພງສາກົນ
ມ່ວນໆແບບໄວຮຸ້ນໆ ກັນກ່ອນ ແບບວ່າ ພວກເຮົາບໍ່ໄດ້ລົມກັນອີກແລ້ວ ທີ່ແປມາຈາກ
ເພງຂອງ Charlie Puth ຮ້ອງປະສານກັບ Selena Gomez ຈາກຊື່ເພງ We Don't
Talk Anymore. ເອົາໄປຟັງງພ້ອມໆກັນເລີຍ.
ຈັ່ງໃດລະ ເພງທີ່ຫາກໍຟັງຈົບລົງໄປນັ້ນ ມ່ວນ ຖືກໃຈບໍ່? ເອົາມາຟັງເພງໜ້າຮັກໆກັນ
ກ່ອນເນາະ ເພາະຈະໄດ້ສະບາຍໃຈ ແລະສ້າງສີສັນໃຫ້ຊີວິດມີຄວາມສະໜຸກສະໜານ
ຂຶ້ນ ຫຼັງຈາກທີ່ໄດ້ເຮັດວຽກເຮັດງານ ເມື່ອຍມາທັງສັບປະດາແລ້ວ...ໃນບົດເພງ
Follow Your Arrow ຂອງນັກຮ້ອງສຽງໃສ Kacey Musgraves.
ຂໍອໍາລາທ່ານຜູ້ຟັງໄປດ້ວຍເພງ ມັນໆ ມ່ວນໆ ແບບອອກມາເຕັ້ນ ໄດ້ເລີຍ ໃນບົດເພງ
ທີ່ນິຍົມກັນ ແລະໂດ່ງດັງໄປເກືອບວ່າ ທົ່ວໂລກ ເອົາອອກມາເຕັ້ນຮ່ວມກັນເລີຍ
ໃນບົດເພງຂອງ Fonsi & Daddy Yankee ທີ່ຮ້ອງ Justin Bieber - Despacito (Remix) ຟັງເພງມ່ວນໆ ຢ່າງໃດແລ້ວ ກໍຢ່າລືມຂຽນມາບອກດ້ວຍ ເພື່ອວ່າສັບປະດາ
ໜ້າຈະໄດ້ຈັດເພງໃຫ້ທັນ ຕອນເປີດເພງລາວ. ຂໍໃຫ້ນອນລັບຝັນດີ ແລະພົບກັນໃໝ່
ໃນສັບປະດາໜ້າ.