ທ່ານຜູ້ຟັງທີ່ເຄົາຣົບ ໃນລາຍການສຽງເພງຈາກແດນໄກ ຂອງ ວີໂອເອ ແລງວັນ
ອາທິດມື້ນີ້ ວັນນະສອນ ຈະມາຈັດເພງລາວ ສະເໜີທ່ານ ກະລຸນາເຂົ້າສູ່ລາຍການ
ຂອງເຮົາ ໄດ້ນະບັດນີ້.
ສະບາຍດີທຸກໆທ່ານ ກັບມາພົບກັບວັນນະສອນອີກເຊັ່ນເຄີຍເໜາະ ໃນຄໍ່າຄືນ
ຂອງວັນອາທິດມື້ນີ້ ພ້ອມກັບເພງມ່ວນໆ ໃນລາຍການສຽງເພງຈາກແດນໄກຂອງ
VOA. ຂໍ້ຄວາມຂອງທ່ານກອງສີ ເສີມວິໄລສອນ ທີ່ຂຽນເຂົ້າມາຫຼັງຈາກທີ່ໄດ້ຫຼິ້ນ
ເພງຂອງສິນລະປິນຈາກປະເທດຝຣັ່ງ ເຈົ້າປາງຄຳ ໜໍ່ຄຳ ດິດທະວົງ ໄປແລ້ວ
ທ່ານ ກອງສີ ກໍຂຽນບອກມາວ່າ ຂໍສັນລະເສີນທີ່ທາງເຮົານຳສະເໜີເພງອະມະຕະ
ຂອງລາວ ແລະຮັກສາເພງລາວພວກນີ້ໄວ້ໃຫ້ຄົນຮຸ່ນຫຼັງ ໄດ້ສືບສານແລະຮັບຟັງ
ເພງລາວຕໍ່ໆໄປ. ແຕ່ທີ່ບອກມາວ່າ ແມ່ນຟັງຈາກເອເສຍເສຣີນັ້ນ ບໍ່ແມ່ນ ເພາະວ່າ ຄວາມຈິງແລ້ວພວກເຮົາແມ່ນ VOA (Voice of America) ຫຼື ສຽງອາເມຣິກາ.
ຫຼາຍໆທ່ານຄົງເຂົ້າໃຈຜິດ ກໍເພາະວ່າ ເມື່ອສະໄໝນຶ່ງເຮົາເຄີຍກະຈາຍສຽງຜ່ານ
ທາງເສຣີໄທ ຊຶ່ງບາງຄົນຍັງຄົງຈົດຈຳມາຈົນເທົ່າເຖິງປັດຈຸບັນນີ້. ເຖິງຢ່າງນັ້ນ
ກໍຕາມ ທີ່ຂຽນເຂົ້າມາຕິຊົມກັນເພື່ອເປັນກຳລັງໃຈໃຫ້ພວກເຮົາດຳເນີນການໃຫ້ດີ
ຍິ່ງໆຂຶ້ນໄປ ກໍເປັນການດີແລ້ວແລະຂໍຂອບໃຈ ຈຶ່ງຂໍມອບເພງດັງໃນອະດີດ
ໃຫ້ທ່ານກອງສີ ໄດ້ຮັບຟັງກັນອີກ ແລະຄັ້ງຕໍ່ໄປ ກໍຢ່າລືມຂຽນເຂົ້າມາຫາທາງເຮົາ
ອີກ…ຂໍເຊີນໄປຟັງເພງນີ້ພ້ອມໆກັນເລີຍ...ເປັນເພງຂາດຮັກ ຂອງ ວໍຣະເດດ
ດິດທະວົງ.
ສ່ວນຜູ້ຟັງທີ່ບໍ່ຂໍບອກຊື່ ທີ່ຂຽນຂໍ້ຄວາມໄວ້ ໃນວັນທີ 04 ກັນຍາ 2017 ທີ່ວ່າ “ລາຍການຂອງສັງຄົມລາວຄວນເອົາດົນຕຣີລາວມາລົງອາດຈະເປັນການດີ”
ຄືວ່າທາງເຮົາມີນະໂຍບາຍທີ່ຈະນຳສະເໜີຜົນງານເພງອາເມລິກັນເດືອນລະ
3 ເທື່ອ ແລະເພງລາວເດືອນລະເທື່ອ. ເຮົາຫວັງວ່າທ່ານຜູ້ຟັງຄົງເຂົ້າໃຈຕາມນີ້
ພໍຊ່ວງໃດທີ່ເຖິງເວລາຈັດເພງລາວແລ້ວ ວັນນະສອນ ກໍຍິ່ງຈະສັນຫາຈັດເພງ
ລາວ ທີ່ເປັນເພງອະມາະຕະ ທີ່ຫາຟັງໄດ້ຍາກມາໃຫ້ທ່ານໄດ້ຟັງກັນ…ວັນນະ
ສອນ ຂໍມອບເພງ“ເທພີລຸ່ມແມ່ນ້ຳຂອງ” ທີ່ຂັບຮ້ອງໂດຍ ອຸດອນ ວົງສີ ສິນລະ
ປິນສຽງນ້ຳເຜິ້ງຈາກອອສເຕຣເລຍ ມາໃຫ້ທ່ານຟັງ. ເອົາໄປຟັງພ້ອມໆກັນເລີຍ.
ເພງ ຄິດເຖິງ ຜົນງານບົດປະພັນຂອງອາຈານ ສົມລິດ ໄຊຍະບຸນຊູ ຜູ້ຊຶ່ງເປັນ
ອາຈານນັກແຕ່ງເພງດັງມາແລ້ວ ບໍ່ວ່າຈະເປັນເພງ ຮັກເຄິ່ງທາງ ທີ່ໄດ້ມີສິນລະປິນ
ຈາກປະເທດໄທ ສຸນາລີ ຣາຊສິມມາ ໄດ້ນຳໄປຂັບຮ້ອງ ແລະວັນນະສອນ
ຂໍອຳລາທ່ານ ດ້ວຍເພງຄິດເຖິງ ຂອງສິນລະປິນ ບຸນວຽງ ໄຊຍະບຸນຊູ ຜູ້ເປັນ
ພັນລະຍາ ຂອງອາຈານ ສົມລິດ ແລະເພງນີ້ ແນ່ນອນ ຂໍຂອບໃຈ ແລະຂອບໃຈ
ມາຍັງ ອາຈານ ສົມລິດ ຍາເອື້ອຍ ບຸນວຽງ ຈັນດາຣາ ອ້າຍສີທົນ ພ້ອມທັງຄະນະ
ທີ່ໃຫ້ການຕ້ອນຮັບເປັນຢ່າງດີໃນຄັ້ງທີ່ຢ້ຽມຢາມປາຣີ ຫວ່າງມໍ່ໆມານີ້ VOA
ຂໍສະໜັບສະໜຸນ ແລະເປັນກຳລັງໃຈ ໃຫ້ສອງສິນລະປິນ ທັງ ບຸນວຽງ ຈັນດາຣາ ໃຫ້ສືບຕໍ່ສ້າງຜົນງານດີໆໃຫ້ພວກເຮົາ ໄດ້ຮັບຟັງກັນຕໍ່ໆໄປແລະ ແລະແນ່ນອນ ຝາກຄວາມຄິດເຖິງທຸກໆທ່ານ ຕາມຊື່ຂອງເພງນີ້...ຄິດເຖິງ. ຂໍໃຫ້ທຸກໆທ່ານ
ຈົ່ງນອນລັບຝັນດີ.