ສະບາຍດີທຸກໆທ່ານ ອາກາດໃນກຸງວໍຊີງຕັນ ດີຊີ ກໍເລີ່ມໜາວແລ້ວ ແຕ່ຫິມມະຍັງບໍ່ທັນ
ຕົກເທື່ອ ວັນນະສອນກໍເລີຍຕັ້ງໃຈມາຈັດເພງໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ ເປັນເພງ classic
ອໍາມະຕະຂອງລາວ ຊຶ່ງເປັນເພງທີ່ທຸກໆທ່ານຊື່ນຊອບ ມັກຮັກເປັນທີ່ສຸດ ເພາະຟັງຍາມໃດ
ກໍມ່ວນຊຶ້ງໃຈຍາມນັ້ນ ເປັນຜົນງານບົດເພງຂອງ ວໍຣະເດດ ດິດທະວົງ ໃນບົດເພງ ມະຍຸຣີ
ສ່ວນເພງ ຕໍ່ໄປນີ້ ຂໍເປັນເພງຂອງສາວນ້ອຍສຽງຫວານກໍແລ້ວກັນ ເພາະກໍາລັງ
ເປັນທີ່ໂດ່ງດັງ ຢູ່ໃນສປປ ລາວ ໃນຂະນະນີ້ ເອົາໄປຟັງກັນເລີຍວ່າ ຈະເປັນສຽງ
ຂອງສິນລປິນນັກຮ້ອງທ່ານໃດ…
ເພງທີ່ຫາກໍຈົບລົງໄປນັ້ນແມ່ນເພງ ສຽງແຄນແທນໃຈ ຂອງ ມຸກດາວັນ ສັນຕິພອນ
ກອນອຳລາທານຜູຟັງໄປໃນຄາຄືນນ ວັນນະສອນຂໍມອບເພງ ສຽງແຄນແທນວາຈາ
ຂອງ ເທວັນ ເທບເທວາ ໃຫ້ທ່ານຜູ້ຟັງ ຊຶ່ງເປັນເພງທໍານອງຕອບຂອງຝ່າຍຊາຍຫວັງວ່າ
ທຸກໆທ່ານຄົງຈະຖືກໃຈ ພົບກັນໃໝ່ໃນສັບປະດາໜ້າ.