ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສິນລະປິນສາວ ລາວ-ການາດາ - ວິໄລຈັນ ສເວຊວົງ ມາກ່ອມອາລົມທ່ານ ດ້ວຍເພງ ຂອບໃຈສະຫວັນ


ວິໄລຈັນ ສເວຊວົງ
ວິໄລຈັນ ສເວຊວົງ

ສະບາຍດີແລະກັບມາພົບກັນເຊັ່ນເຄີຍໃນລາຍການສຽງເພງຈາກ
ແດນໄກຂອງ VOA ຄ່ຳຄືນນີ້ ວັນນະສອນ ດີໃຈທີ່ຈະມາ​ໂອ້​ລົມ
ກັນ​ ພ້ອມທັງມາຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ. ພໍ​ມີ​ສື່​ສັງຄົມ
​ອອນ​ໄລ​ນ໌ ທັງ Facebook, twitter ​ແລະ Instagram ​ແລະapp
ຢ່າງ​ອື່ນ​ອີກ​ມາກ​ມາຍ ທີ່​ເຮັດ​ໃຫ້ ​ໂລກ​ແຄບ​ລົງ ຕິດ​ຕໍ່​ກັນ​ສະດວກ
​ສະບາຍ​ຂຶ້ນ…ກໍ​ຕ້ອງ​ຂໍ​ຂອບ​ໃຈ​ແຟນລາຍການ​ທັງຫຼາຍ​ທີ່​ຄອຍ
ຕິດຕາມ​ຮັບ​ຟັງ​ມາ​ໂດຍ​ຕະຫຼອດ ​ແລະ​ ວັນນະ​ສອນ ກໍ​ເຊັ່ນ​ກັນ
ຈະ​ພະຍາຍາມ​ຈັດ​ລາຍການ​ໃຫ້​ດີ ຍິ່ງໆ​ຂຶ້ນ...ຕ້ອງ​ຂໍ​ຂອບ​ໃຈ
​ທ່ານສຸລິ​ໂຍ ນັນທະ​ວົງ ຈາກ​ກາ​ນາ​ດາ ທີ່​ຂຽນ​ຂໍ້​ຄວາມ​ໄວ້ ​
ໃນwebsite ຂອງVOA ​ແລ້ວ​ຍັງ​ອວຍພອນ​ປີ​ໃໝ່​ໃຫ້​ທາງ VOA
ຈຶ່ງ​ຂໍ​ມອບ​ເພງ​ນີ້ ​ແທນຄຳ​ອວຍພອນ​ສົ່ງ​ໃຫ້​ອ້າຍ​ສຸລິ​ໂຍ ​ເຊັ່ນ​ກັນ ​ແລະ​ຂໍ​ໃຫ້​ປີ​ໃໝ່​ນີ້ ພຽບ
ພ້ອມ​ໄປ​ດ້ວຍ​ສິ່ງ​ທີ່ດີງາມ ຕະຫຼອດ​ໄປ ​ແລະ​ຂໍ​ໃຫ້​ມ່ວນ​ຊື່ນ​ກັບ​ເພງ​ທີ່​ຈັດ​ໃຫ້ ​ແລະ​ທີ່​ສຳຄັນ ຂໍ​ໃຫ້​ໝັ່ນ​ຂຽ​ນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ ​ແລະ​ຄັ້ງ​ຕໍ່​ໄປ ​ກໍ​ບອກ​ມາ​ແລ້ວ​ກັນ​ວ່າ ​ມັກເພງ​ໃດ ວັນນະ​ສອນ ​ຈະ​ຈັດ​ໃຫ້​ຖືກ​ໃຈ. ​ໃຫ້​ຟັງ​ເປັນ​ເພງ​ຂອງ​ສິນລະປິ​ນລາ​ວ -ກາ​ນາ​ດາ ວິ​ໄລ​ຈັນ ສ​ເວ​ຊວົງ ທີ່ຂັບ​ຮ້ອງ​ເພງ “ຂອບ​ໃຈສະຫວັນ” .


ສ່ວນ​ຂໍ້ຄວາມ​ຕໍ່​ໄປ​ນີ້​ແມ່ນ​ມາ​ຈາກ​ ເຈົ້າ​ອິນ​ທະ​ສອນ ກຸນ​ລະ​ວຸດ ທີ່​ຂຽນ​ມາ​ທວງ​ວ່າ ​ເພງ​ທີ່​
ຂໍ​ຟັງ​ມາ​ນັ້ນ​ຈັດ​ໃຫ້​ແລ້ວ​ບໍ່ ​ແລະ​ເອື້ອຍ​ວັນນະ​ສອນ ໝັ້ນ​ໃຈ​ວ່າ​ໄດ້​ຈັດ​ໃຫ້​ນ້ອງ​ໄປແລ້ວ ໃນ
​ຫຼາຍໆ​ສັບປະດາ​ທີ່​ຜ່ານ​ມາ. ຂໍ​ໃຫ້​ນ້ອງ​ສົ່ງ​ທີ່ຢູ່​ມາ​ໃຫ້ແລ້ວ​ເອື້ອຍ​ຈະ​ສົ່ງ​ປະຕິທິນ​ໄປ​ໃຫ້
…ຍັງ​ເຫຼືອອີກ​ບໍ່​ຫຼາຍ. ກໍ​ຮີບ​ສົ່ງ​ເຂົ້າ​ມາ​ກໍ​ແລ້ວ​ກັນ. ຂໍ​ມອບ​ເພງ​ຂອງ​ເຈົ້າ​ຄຳ​ຜາຍ ກຸນ​ລະ​ວຸດ​ ປະພັນ ທີ່​ໄດ້​ນັກ​ຮ້ອງ​ສຽງ​ດີ​ຂັບ​ຮ້ອງ ຕ້ອມ ເຣນໂບ…​ໃນ​ບົດ​ເພງ ພາບ​ແຫ່ງ​ຄວາມ​ຫຼັງ…ຫວັງ​ວ່າ​ຄົງ​ຖືກ​ໃຈ.

ສ່ວນເພງສຸດທ້າຍນີ້ ວັນນະສອນຂໍຈັດເພງ​ໃຫ້​ທ່ານ​ສຸນທອນ ດວງ​ວິ​ໄລ ຈາກ Fort Smith ທີ່ຂຽນ​ຂໍ້ຄວາມ​ຝາກ​ໄວ້​ໃນ website ຂອງ VOA ວ່າ ​ພໍ​ໄດ້​ຟັງ​ລຳ​ສີ່​ພັນ​ດອນ​ ທີ່​ທາງ​ລາຍ
ການ​ອອກ​ອາກາດ​ໄປແລ້ວ​ນັ້ນ ພາ​ໃຫ້​ຄິດ​ຮອດ​ບ້ານ ພ້ອມ​ນີ້​ຍັງ​ສົ່ງຄຳ​ອວຍພອນ​ມາ​ໃຫ້
ຄະນະ VOA ທັງ​ໝົດ. ວັນນະ​ສອນ​ ຈຶ່ງ​ຂໍ​ຈັດ​ເພງ​ນີ້​ແທນ​ຄຳ​ຂອບໃຈ ທີ່​ຂຽນ​ເຂົ້າ​ມາ​ແລະ​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ VOA ຂໍ​ເປັນ​ຂັບລຳ​ລາວ ກໍ​ແລ້ວ​ກັນ…​ເປັນ​ລຳ​ຄອນ​ສະ​ຫວັນ ທີ່​ຂັບຮ້ອງໂດຍ ​ສີ​ອຳ​ໄພ ກະ​ລໍ​ທອງ. ຂໍ​ໃຫ້ທຸກທທ່ານ ​ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG