ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ວິໄລຈັນ ສະເວຊວົງ - ຄືນ​ສຸດ​ທ້າຍ


ວິໄລຈັນ ສະເວດວົງ (ຂວາສຸດ) ຖ່າຍຮູບຮ່ວມກັບສິນລະປິນລາວ ໃນຕ່າງແດນ ມີ ອະນຸຣິດ ທັມມະວົງສາ, ສົມບູນ ສຸກຂະຜົນ, ວີນາ ສະຫວັນ, ຄຳພາ ແລະອະນຸຣັກ ທັມມະວົງສາ.

ສະບາ​ຍດີ​ທຸກໆທ່ານ ວັນນະ​ສອນ​ຂໍ​ນໍາ​ສະ​ເໜີ​ເພງ​ລາວ​ ທີ່​ຂັບ​ຮ້ອງ​ໂດຍ ວິ​ໄລ​ຈັນ
ສະ​ເວ​ຊວົງ
ສິນລະປິນ​ສາວ​ຈາກ​ກາ​ນາ​ດາ ທີ່ຮ້ອງເພງໄດ້​ຫຼາຍ​ພາສາ ທັງ​ຝຣັ່ງ ອັງກິດ
ຈີນ ​ໄທ ​ແລະ​ລາວ ຊຶ່ງ​ວັນນະ​ສອນ ກໍ​ເຄີຍ​ໄດ້​ນຳ​ສະ​ເໜີ​ເພງ​ຂອງ​ຜູ້ກ່ຽວ​ໄປ​ແລ້ວ ​ແລະ​ຄັ້ງ​ນີ້ ​ເປັນຜົນງານເພງ ຊຶ່ງ​ປະ​ພັນໂດຍ ​ເຈົ້າ​ຄຳ​ຜາຍ​ ກຸນລະ​ວຸດ ​ເອົາຂໍ​ເຊີນ​ໄປ​ຮັບ​ຟັງ​ເພງ
ຄືນ​ສຸດ​ທ້າຍ
ພ້ອມ​ໆກັນ​ເລີຍ.
ເພງ: ຄືນ​ສຸດ​ທ້າຍ” ຂັບ​ຮ້ອງ​ໂດຍ ວິ​ໄລ​ຈັນ ສະ​ເວ​ຊວົງ

ວັນນະ​ສອນ ຂໍ​ເ​ເນະ​ນຳ ຜົນງານ​ເພງຂອງສິນລະປິນ ຊຶ່ງເປັນທັງນັກ​ຮ້ອງ ແລະນັກ​ແຕ່ງ
​ເພງທີ່​ມີ​ຜົນງານ​ເປັນ​ຂອງ​ຕົວ​ເອງ ​ທີ່​ຫຼາຍໆ​ທ່ານ​ຄຸ້ນ​ເຄີຍ​ເປັນ​ຢ່າງ​ດີ ​ໃນ​ປະຊາ​ຄົມ​ລາວ ​
ທີ່​ຝຣັ່ງ ​ແຕ່ຄັ້ງ​ນີ້ ກິ​ວົງ ຈະ​ມາ​ຮ້ອງ​ເພງ​ຂອງ​ອາຈານ ສົມ​ລິດ ​ໄຊ​ຍະ​ບຸນ​ຊູ ແລະ​ຫວັງ​ວ່າ ​
ເພງ ນ້ອງ​ຕັດສິນ​ໃຈ​ຖືກ​ແລ້ວ ຄົງ​ເປັນ​ອີກ​ເພງ​ນຶ່ງ​ທີ່ປະ​ທັບໃຈ​ທ່ານ​ຜູ້​ຟັງ ບໍ່ຫຼາຍ ກໍໜ້ອຍ.
ເພງ: ນ້ອງ​ຕັດສິນ​ໃຈ​ຖືກ​ແລ້ວຂັບ​ຮ້ອງ​ໂດຍ ກິ​ວົງ


ຊື່ສິນລະປິນ​ທ່ານຕໍ່​ໄປ ຄົງ​ເປັນ​ທີ່​ຄຸ້ນ​ຫູ​ຄຸ້ນ​ຕາ​ຂອງ​ນັກ​ຟັງ​ເພງລາວພໍ​ສົມຄວນນັ້ນ ກໍຄື
ຈິ​ມມີ ດິດທະ​ວົງ ທາຍາດ​ຂອງ​ສິນລະປິນ​ລຸ້ນລຸງ​ຢ່າງ​ ວໍລະ​ເດດ ດິດທະ​ວົງ ແລະ​ເພງ​ຕໍ່​
ໄປ​ນີ້ ​ເປັນ​ຜົນງານ​ເພງ​ທີ່​ເລົ່າ​ເຖິງປະສົບ​ການຂອງ​ຊີວິດ ຕອນ​ທີ່​ຊາວ​ລາວອົບ​ພະຍົບ
ລົບ​ໄພ​ອອກ​ຈາກ​ລາວ ຕອນ​ປ່ຽນ​ແປງ​ການ​ປົກຄອງ ​ແລະ​ໄປ​ຢູ່​ຕ່າງປະ​ເທດ ຈົນ​ເທົ່າ​ເຖິງ​
ປະຈຸ​ບັນ​ນີ້...​ເພາະ​ສະນັ້ນ​ເພງ​ນີ້ ຈຶ່ງ​ມີ​ຄວາມ​ໝາຍທີ່​ໄດ້ສະ​ແດງ​ສະທ້ອນ​ເຖິງ​ເລື່ອງ​ລາວ
ຄວາມຮັກ ແລະຄອບຄົວ ​ໃນ​ສະ​ໄໝ​ນັ້ນ ແລະ​ກໍ​ໄດ້​ມີ​ຜູ້​ຄົນ​ຈຳນວນບໍ່​ໜ້ອຍ ທີ່ຕ້ອງ​
ຈຳ​ເປັນຕ້ອງພັດ​ພາກ ​ແຍກ​ຍ້າຍ ​ເລີກລາ​ກັນ​ໄປ​ຢູ່​ຄົນ​ລະ​ທິດ​ລະ​ທາງ ຕາມ​ຄອບຄົວໄປ
ດັ່ງ​ຊື່ ​ຂອງ​ເພງ​ນີ້ ຮັກ​ເຄິ່ງທາງ ທີ່ປະພັນໂດຍ ສົມລິດ ໄຊຍະບຸນຊູ ເຊັ່ນ​ກັນ ​ເອົາ​ລອງ​ມາ​
ຟັງ​ເພງ ຮັກ​ເຄິ່ງທາງ ສະບັບຂອງ ຈິ​ມມີ ດິດທະ​ວົງ ກັນ​ກ່ອນ ​ແລະ​ວ່າ ກໍມ່ວນໄປກັນ
ຄົນລະແບບ ຈາກ​ຕົ້ນ​ສະບັບ ທີ່ຂັບ​ຮ້ອງ​ໂດຍ ບຸນ​ວຽງ. ຂໍ​ໃຫ້​ທຸກໆ​ທ່ານພັກຜ່ອນ​ໃຫ້​
ສະບາຍ​ແລະ​ເຂົ້າ​ນອນ ພ້ອມໆ​ກັນ​ກັບ​ສຽງ​ເພງນີ້.
ເພງ: ຮັກ​ເຄິ່ງທາງ - ຈິ​ມມີ ດິດທະ​ວົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG