ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

Lionel Richie ຮ້ອງຮ່ວມກັບ Shania Twain - Endless Love


Lionel Richie
Lionel Richie

​ສະບາຍດີ ສຳລັບລາຍການສຽງເພງຈາກແດນໄກຂອງ VOA ​ກ່ອນ​ວັນ Valentine
ຫຼື ວັນແຫ່ງຄວາມຮັກນີ້ ກໍຕ້ອງໃຫ້ພິເສດແດ່ເໜາະ. ວັນນະສອນ ຈຶ່ງ​ໄດ້​ຈັດ​ຫາເອົາ​
ເພງຫວານ​ໆ ມາ​ມອບ​ໃຫ້​ທ່ານ​ຜູ້​ຟັງ ​ໂດຍ​ສະ​ເພາະ ພວກທີ່ເປັນຄູ່​ຮັກຫຼາຍໆຄູ່ ທີ່​ກຳລັງ
​ຫວານ​ຊື່ນ​ຢູ່​ໃນ​ຂະນະ​ນີ້ ທ່ານຄົງຈະພ້ອມແລ້ວ ທີ່​ຈະ​ຟັງ​ເພງ​ມ່ວນໆ ​ເອົາ​ຂໍ​ຈັດ​ເພງ
ທີ່​ມີ​ຄວາມ​ໝາຍ​ດີ​ນີ້ ມ​ອບ​ໃຫ້​ທ່ານ​ຜູ້​ຟັງ ​ເພື່ອ​ວ່າທ່ານ ຈະ​ໄດ້​ມອບ​ໃຫ້​ຄູ່​ຮັກຂອງ​ທ່ານ
ຂໍ​ເຊີນ​ໄປ​ຟັງ​ເພງສຸດຍອດເພງຫວານ ອະມະຕະ ຕະຫຼອດການທີ່ຫຼາຍໆທ່ານຄຸ້ນເຄີຍ ແຕ່ຄັ້ງນີ້ສິນລະປິນ ນັກດົນຕີ ນັກແຕ່ງເພງ Lionel Richie ໄດ້ຮ້ອງເພງ Endless
Love
ຮ່ວມກັບ ນັກຮ້ອງລູກທົ່ງ Shania Twain ສິນລະປິນສາວ ຈາກການາດາ. ລອງມາຟັງຊຸດນີ້ກັນກ່ອນ ວ່າ ຈະມ່ວນແລະແຕກຕ່າງກັນຢ່າງໃດກັບສະບັບທີ່ຮ້ອງ
ຄູ່ກັບ Dianna Ross.

ສ່ວນເພງ For You ທີ່​ຂັບ​ຮ້ອງ​ໂດຍ Liam Payne & Rita Ora ກໍເປັນເພງຮັກ
ອີກເພງນຶ່ງ ທີ່ມີຄວາມໝາຍດີ ເໝາະສົມທີ່ຈະເປີດໃຫ້ທ່ານຜູ້ຟັງ ໄດ້ຮັບຟັງກັນ ໃນວັນແຫ່ງຄວາມຮັກ ແລະໂອກາດທີ່ທ່ານຈະໄດ້ຕຽມ​ພ້ອມ ທັງກຸຫຼາບ ດອກໄມ້
ຊໍ່ງາມ ຮວມທັງ Chocolate ຂະໜົມຂອງຫວານ ຕ່າງໆນາໆ ໄປ​ມອບໃຫ້ ແກ່ຄົນ
ຮັກຂອງ​ທ່ານ ແລະຫວັງວ່າເພງນີ້ ກໍເປັນເພງນຶ່ງທີ່ຈະຊ່ອຍມັດໃຈຄົນຮັກຂອງທ່ານ
ໄວ້ໃຫ້ໄດ້ ແລະຂໍໃຫ້ມີຄວາມສຸກໃນວັນແຫ່ງຄວາມຮັກດ້ວຍເຖີດ. ເພງນີ້ເພື່ອເຈົ້າ ດັ່ງຊື່ງຂອງເພງນີ້...For You.

ຂໍ​ອໍາ​ລາ​ທຸກໆ​ທ່ານ​ດ້ວຍເພງຫວານໆຂອງ Mariah Carey ນັກຮ້ອງ R&B ສຸດຍອດ
ພະລັງສຽງ ໃນບົດເພງ I want To Know What Love Is ຊຶ່ງຄວາມໝາຍຂອງເພງນີ້
ຊ່າງເໝາະສົມກັບຊ່ວງນີ້ ທີ່ມີຄວາມໝາຍວ່າ ຢາກຮູ້ວ່າຄວາມຮັກເປັນເຊັ່ນໃດ. ຖ້າໃຜຫາກຍັງບໍ່ທັນມີຄວາມຮັກ ກໍຄົງຢາກຮູ້ກັນວ່າ ມັນຈະເປັນແບບໃດ ແລະຖ້າ
ທ່ານທີ່ມີຄວາມຮັກຢູ້ແລ້ວ ກໍຂໍໃຫ້ຮັກແລະຖະນຸຖະໜອມກັນໄປໃຫ້ນານ ຈົນກວ່າຟ້າ
ດິນສະຫລາຍ. ຂໍໃຫ້​ທຸກໆ​ທ່ານຈົ່ງມີຄວາມສຸກ ແລະມ່ວນຊື່ນກັບວັນແຫ່ງຄວາມຮັກນີ້
ເຖີດ ນອນ​ລັບ​ຝັນ​ດີ Happy Valentine’s Day.


XS
SM
MD
LG