ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຂໍຝາກຜົນງານເພງຂອງສິນລະປິນນ້ອງໃໝ່ ນາດລຶດີ ໃນຂັບງື່ມ ຄິດຮອດແມ່


Nadleudee
Nadleudee

ສບາຍດີທ່ານຜູ້ຟັງທີ່ເຄົາຣົບ ເວລາຊ່າງໝູນວຽນໄປຢ່າງບໍ່ລໍຖ້າໃຜເນາະ ​ເບິ່ງ​ແມ໋ ບຶດດຽວ​ກໍຈະ​ຍ່າງ​ເຂົ້າ​ເດືອນສາມ​ແລ້ວ ​ອາກາດ​ໃນ​ຊ່ວງ​ນີ້ທີ່​ນະຄອນຫຼວງ​ວໍ​ຊີງ​ຕັນ ​ກໍ​ຍັງເຢັນ​ສະບາຍ ໜາ​ວ​ແດ່​ເລັກ​ນ້ອຍ ພ້ອມ​ທັງ​ມີ​ຝົນ​ນຳ ບໍ່​ຄອຍ​ເຫັນ​ທ່ານ​ຜູ້​ຟັງ​ຂຽນ​ຂໍ້ຄວາມ​ໄວ້ໃນ website ຂອງ VOA ​ເລີຍ​ ​ຫວັງວ່າ​ຄົງ​ຈະບໍ່​ເບື່ອ​ກັນ​ເທື່ອ​ເນາະ ​ສັບປະດາ​ນີ້ ​ວັນນະ​ສອນ ຂໍ​ຈັດ​ຂັບລຳ​ລາວ ຊຶ່ງຈະພາ​ໃຫ້​ຫຼາຍໆ​ທ່ານ​ຄິດ​ເຖິງ​ອະດີດ ຄິດ​ເຖິງ​ມາຕຸພູມ​ບ້ານ​ເກີດ...​ເອົາ​ໃຈຄໍ​ໝໍ​ລຳ​ ​ໂດຍ​ສະ​ເພາະ​ບັນດາ​ທ່ານ​ຜູ້​ຟັງ​ທີ່​ຂຽນ​ຂໍ້ຄວາມ​ຝາກ​ໄວ້​ໃນ website ຂອງ​ເຮົາ​ອັນ​ມີທ່ານໜາ ທ່ານ​ຫງວນ ສັກ​ປຣະ​ເສີດ ​ແລະ​ທ່ານວຽງສອນ ເມໂນຣາດ ຊຶ່ງ​ແຕ່ລະ​ທ່ານ​ຂຽນ​ບອກ​ມາ​ວ່າ​...ມັກ​ລາຍການເພງ​ຈາກ​ແດນ​ໄກ​ຂອງ ວີໂອເອ ທີ່ຫາເພງມ່ວນໆ​ມາ​ໃຫ້ ຟັງຂໍໄຫ້ວີໂອເອ
ຈົ່ງຈະເລີນຍິ່ງຢືນນານ​.” ວັນນະ​ສອນ​ຕ້ອງ​ຂໍ​ຂອບໃຈ​ທ່ານ​ຜູ້​ຟັງ​ທັງຫຼາຍ​ທີ່​ຄອຍ​ຕິດຕາມ​ແລະ​ຫວັງ​ວ່າ​ເພງ​ນີ້ ຄົງ​ເປັນ​ທີ່​ພໍ​ໃຈ ຂໍ​ເຊີນ​ໄປ​ຟັງພ້ອມໆ​ກັນ​ເລີຍ ​ໃນ​ຂັບ​ງື່ມ ຄິດ​ຮອດ​ແມ່
​ຈາກ​ສຽງ​ສິນລະປິນ​ສາວ​ ນາດ​ລຶດີ

ວັນນະ​ສອນ ຂໍ​ປ່ຽນ​ບັນຍາກາດ ມາ​ຈັດ​ເພງລາວ​ເຜົ່າ​ມົ້ງ ຊຶ່ງ​ຜູ້​ຟັງ​ນ້ອງ​ສົມ​ໃຈ​ ແນະນຳ​ມາ ​ເປັນ​ເພງ​ຫວານ​ທີ່​ມີ​ຄວາມ​ໝາ​ຍດີ ຈາກ​ສິນລະປິນ​ສາວ​ລາວ​ເຜົ່າ​ມົ້ງ ຖ້າ​ຜູ້​ໃດ​ຮູ້​ຊື່ເພງ​ນີ້​ແລ້ວ ກະລຸນາ​ຂຽນ​ມາບ​ອກ​ແດ່ ​ແລະ​ກໍ​ຫວັງ​ເຊັ່ນ​ກັນ​ວ່າ ນ້ອງ​ສົມ​ໃຈ ຄົງ​ຈະ​ແນະນຳເພງມົ້ງ​ອື່ນໆ ມາ​ໃຫ້​ທາງ​ເຮົາ​ອີກ​ໃນ​ໂອກາດ​ໜ້າ…ຂໍ​ຈັດ​ມອບ​ໃຫ້​ບັນດາ​ທ່ານ​ຜູ້​ຟັງເຊື້ອສາຍ​ເຜົ່າມົ້ງ ​ໂດຍ​ສະ​ເພາະ​ໃນແຂວງ​ຊຽງ​ຂວາງ​ແລະ​ຫຼາຍໆ​ເຂດ​ທາງ​ພາກ​ເໜືອ​ຂອງ​ລາວ. ​ເອົາ​ໄປ​ຟັງ​ພ້ອມໆ
​ກັນ​ເລີຍ.

please wait

No media source currently available

0:00 0:04:57 0:00
ລິງໂດຍກົງ

ສ່ວນ​ເພງ ປິດ​ທ້າຍ​ລາຍການ​ນີ້ ຂໍ​ຈັດ​ມອບ​ໃຫ້​ນ້ອງ Pauline Phiou Koulavong ທີ່​ຂຽນ​ມາ​ບອກ​ມາວ່າ ມັກ​ເພງ ຂ້ອຍ​ຮັກສາ​ວລາວ ​ແລະມ່ວນຫລາຍ ທັງເນື້ອໃນແລະດົນຕີຼ ທີ່​ທາງ​ເຮົາ​ຫາ ກໍໄດ້​ອອກ​ອາກາດ​ໄປ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ ​ເພາະສະ​ນັ້ນ​ຈຶ່ງ​ຂໍ​ມອບ​ເພງ​ລາວ​ຂອງ​ສິນ
ລະປິນ​ສາວ​ລາວ ທີ່​ເປັນ​ທັງ​ນັກ​ຮ້ອງ​ແລະ​ນັກ​ດົນຕີ ​ແລະ​ແຕ່ງ​ເພງເອງ ຂໍ​ໃຫ້​ທຸກໆທ່ານມ່ວນ
​ກັບ​ເພງນີ້ ຂອງ​ອະລຸ​ນາ ຖາວອນ​ສຸກ...​ໃນ​ບົດ​ເພງ “​ເພ​ງນີ້​ເພ​ງເຈົ້າ.”

ຂໍ​ໃຫ້​ທຸກໆ​ທ່ານ​ ນອນ​ຫຼັບ​ຝັນ​ດີ ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG