ສະບາຍດີ ລາຍການສຽງເພງຈາກແດນໄກຂອງ VOA ວັນນຶ່ງກ່ອນວັນ Valentine
ຫຼື ວັນແຫ່ງຄວາມຮັກນີ້ ກໍຕ້ອງພິເສດແດ່. ວັນນະສອນຫວັງວ່າຫຼາຍໆທ່ານຄົງຈະພ້ອມ
ທີ່ຈະມອບຄວາມຮັກ, ທັງກຸຫຼາບ ດອກໄມ້ຊໍ່ງາມ ຮວມທັງ Chocolate ຂະໜົມຂອງຕ້ອນ ຕ່າງໆນາໆ ເພື່ອມອບໃຫ້ ແກ່ຄົນຮັກແລະເຄົາຣົບ ບໍ່ວ່າຈະເປັນຫວານໃຈແລະພໍ່ແມ່ ຜູ້ບັງ
ເກີດເກົ້າ ລູກເຕົ້າແລະວົງສາຄະນາຍາດ. ເອື້ອຍວັນນະສອນ ຈຶ້ງຂໍຖືໂອກາດພິເສດນີ້
ຈັດເພງຫວານ ທີ່ມີຄວາມໝາຍດີໆ ມອບໃຫ້ແຟນລາຍງການທຸກໆ ເພງນີ້ພິເສດຫຼາຍ
ເພາະວ່າ ຫາກໍໄດ້ຮັບຈາກເຈົ້າຂອງຜູ້ປະພັນ ເຈົ້າຄຳຜາຍ ກຸນລະວຸດ ແລະເຈົ້າຂອງ
ສຽງ ກໍຄືສິນລະປິນສາວ ເຕ ສັກດາ ວັນນະສອນ ວ່າເຟນລາຍການຂອງ VOA ນີ້
ພິເສດເພາະວ່າໄດ້ຮັບຟັງເພງນີ້ ກ່ອນຜູ້ໃດໃນໂລກ ເພາະວ່າເພງຊຸດໃໝ່ນີ້ຈະອອກວາງ
ຕະຫຼາດ ໃນປະເທດຝຣັ່ງ ໃນວັນເສົາທີ່ຈະມາເຖິງນີ້ ຄືວັນທີ 18 ກຸມພາ ເອົາຜູ້ໃດເປັນ
ເພງຂອງ ເຕ ສັກດາ ກໍຂໍຊວນເຊີນໄປຈັບຈອງເປັນເຈົ້າຂອງໄດ້ ຂໍເຊີນໄປຟັງພ້ອມໆກັນ
ເລີຍວ່າເພງ ເປີດປະຕູໃຈ ນີ້ ຈະມ່ວນຫູ ເຂົ້າກັບບັນຍາກາດໃນຊ່ວງວັນ ແຫ່ງຄວາມຮັກ
ໄດ້ບໍ່.
ສ່ວນເພງ “L.O.V.E.” ທີ່ຂັບຮອງໂດຍ ສິດທິພອນ ສຸວັນນະສຸກ ແລະເປັນບົດປະພັນ
ຂອງ ເຈົ້າຄຳຜາຍ ກຸນລວຸດທ໌ ເຊັ່ນກັນ ຊຶ່ງເພງນີ້ ວັນນະສອນ ຄິດວ່າມັນຊ່າງເໝາະສົມ
ກັບຊ່ວງວັນ Valentine ນີ້ ກໍຂໍໃຫ້ມ່ວນຊື່ນກັບເພງນີ້ ກິນເຂົ້າໄປ ເຄົ້າສຽງພຽງມ່ວນໆນີ້ໄປ.
ຂໍອາລາທຸກໆທ່ານດ້ວຍເພງສາກົນ ທີ່ມີຄວາມໝາຍດີ ທັງເນື້ອງຮ້ອງທີ່ບົງບອກເຖິງ
ຄວາມຮູ້ສຶກທີ່ດີ ໃນບົດເພງ Endless Love ທີ່ຂັບຮ້ອງໂດຍ Lionel Richie ກັບ
ShaniaTwain ແລະຫວັງວ່າ ທ່ານຜູ້ຟັງ ຄົງຈະໄດ້ໃຊ້ເພງນີ້ ມອບໃຫ້ຄົນຮັກ ຂອງ
ທ່ານ ແລະທີ່ສຳຄັນສຸດ ກໍຄື ການມອບຄວາມຮັກ ຄວາມເອົາໃຈໃສ່ ເບິ່ງແຍງດູແລ
ແລະຄອຍໝັ້ນເຕີມຄວາມສຸກ ໃຫ້ກັນແລະກັນ ໃນທຸກໆໂອກາດ ບໍ່ແມ່ນແຕ່ສະເພາະ
ວັນ Valentine ວັນແຫ່ງຄວາມຮັກ 14 ກຸມພາ ເທົ່ານັ້ນ. ຂໍໃຫ້ທຸກໆທ່ານມີຄວາມສຸກ
ເຕັມປ່ຽມໄປດ້ວຍ ຄວາມຮັກ ແລະຄວາມອົບອຸ່ນຕະຫຼອດໄປ ພົບກັນໃໝ່ໃນສັບປະດາ
ໜ້າ ນອນລັບຝັນ ຫວານ Happy Valentine’s Day.