ສະບາຍດີ ລາຍການສຽງເພງຈາກແດນໄກຂອງ VOA ວັນນຶ່ງກ່ອນວັນ Valentine ຫຼືວັນ
ແຫ່ງຄວາມຮັກນີ້ ກໍຕ້ອງພິເສດແດ່. ວັນນະສອນຫວັງວ່າຫຼາຍໆທ່ານຄົງຈະພ້ອມແລ້ວ
ເພື່ອຄວາມຮັກ, ທັງກຸຫຼາບ ດອກໄມ້ຊໍ່ງາມ ຮວມທັງ Chocolate ຂະໜົມຂອງຫວານ
ຕ່າງໆນາໆໃຫ້ ແກ່ຄົນຮັກແລະເຄົາຣົບ ບໍ່ວ່າຈະເປັນຫວານໃຈແລະພໍ່ແມ່ ຜູ້ບັງເກີດ
ເກົ້າ ລູກເຕົ້າແລະວົງສາຄະນາຍາດ. ເອື້ອຍກໍເລີຍຂໍຈັດເພງ "ຜູ້ຍິງຜູ້ຍິງ" ໃຫ້ເລີຍ
ເປັນເພງຫວານອີກແບບຂອງ Lionel Richie ທີ່ຕ່າງໄປຈາກສະບັບຂອງ
Kenny Roger ຮອງໄວ້ ຈັດມອບໃຫ້ໃຜດີລະ? ເອື້ອຍວັນນະສອນວ່າ ຈັດໃຫ້
ທຸກໆສາວໆ ທັງສາວນ້ອຍ ສາວໃຫຍ່. ເພາະເພງນີ້ອອກຈະຫວານ ຂໍໃຫ້ວັນແຫ່ງ
ຄວາມຮັກນີ້ ເປັນວັນທີ່ສາວໄດ້ມີຫົວໃຈຢ່າງເຕັມປ່ຽມແບບ “Lady Lady” ດັ່ງຊື່
ຂອງເພງນີ້.
ເພງ “Lady” ໂດຍ Lionel Richie
ເພງ “ຍັງຮັກ” ຂອງວົງ ຈິດປັນຍາ ກຸ່ມສິນລະປິນລາວ-ອະເມຣິກັນ ນີ້ຈັດມອບແທນເພງ
“ຮັກທີ່ນຶ່ງເລີຍ” ທີ່ ທິ ອຸດາໄລ ທີ່ໄພທູນ ສີຄໍາພອນ ຈາກ Isreal ຂໍຟັງມາ ຂໍຕິດຄ້າງໄວ້
ກ່ອນ ວັນນະສອນຈະຈັດຫາໃຫ້ທີ່ຫຼັງແລະຫວັງວ່າ ເພງນີ້ຄົງຈະບໍ່ພາໃຫ້ ໄພທູນເຊົາ
ຂຽນເຂົ້າມາ. ຂໍໃຫ້ເປັນຄໍ່າຄືນທີ່ສຸດມ່ວນຊື່ນ ອີກຄືນນຶ່ງກໍແລ້ວກັນ.
ເພງ “ຍັງຮັກ” ໂດຍ ຈິດປັນຍາ
ຫຼັງຈາກທີ່ໄດ້ອອກອາກາດ ການສໍາພາດຂອງປະກາຍຫົງ ວົງພະຈັນ ນັກຮ້ອງໝໍລໍາ
ຂອງຄົນຮຸ່ນໃໝ່ໄປແລ້ວ ກໍມີຄົນສົນໃຈຢາກຮູ້ຢາກເຫັນ ເລື່ອງລາວກ່ຽວກັບໝໍລໍາຄົນນີ້
ຫຼາຍຂຶ້ນ ເອື້ອຍສອບຖາມມາວ່າ ນ້ອງປະກາຍຫົງເປັນຄົນບ້ານທາດຫຼວງ ໄດ້ພ້າຍໄປຢູ່
ຝຣັ່ງແລະໃນທີ່ສຸດກໍມາຢູ່ສະຫະລັດ ອະເມຣິກາແລ້ວ. ເຫດການທີ່ກັບບ້ານທີ່ຝຣັ່ງ
ບໍ່ໄດ້ນັ້ນ ເນື່ອງຈາກວ່າວັນທີ່ ປະກາຍຫົງ ຈະບິນກັບບ້ານທີ່ Paris ນັ້ນເປັນວັນທີ່ 1
ກັນຍາ 2001 ທີ່ເຫດການເຮືອບິນຊົນຕຶກ Twins Tower ທີ່ນະຄອນ New
York. ເອົາຢາກຮູ້ຢາກເຫັນ, ຢາກຟັງເພງຂອງນັກຮ້ອງຄົນໃດກໍໃຫ້ຂຽນເຂົ້າມາຫາ
ເອື້ອຍວັນນະສອນ ໄດ້ທີ່ lao@voanews.com ຫຼືຈະຝາກຂໍ້ຄວາມໃນ website ກໍ
ໄດ້ທີ່ voanews.com/lao
ຂໍອໍາລາທຸກໆທ່ານດ້ວຍເພງນີ້ແລະຫັວງວ່າຕໍ່ໄປນີ້ ບໍ່ຕ້ອງເຮັດແບບຄົນແປກໜ້າແລ້ວນ໋າ
ເພາະ “ເຣົາຮັກກັນແລ້ວ” ດັ່ງຄວາມໝາຍຂອງເພງນີ້ ເປັນເພງຂອງວົງຊາວຕາເວັນຕົກ
ULUUS ໃນບົດເພງ “ຮັກກັນແລ້ວ.”
ຂໍໃຫ້ທຸກໆທ່ານ ນອນຫຼັບຝັນດີ Happy Valentine’s Day.
ເພງ “ຮັກກັນແລ້ວ” ໂດຍ ULUUS