ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

“ກຸຫຼາບໃນວັນແຫ່ງຄວາມຮັກ” - ເພງຫວານຄູ່ຂອງ ອູ່ແກ້ວ ໄຊຍະວົງ ແລະລັງສັນ ຈັນທະວີສຸກ


ອູ່ແກ້ວ ໄຊຍະວົງ
ອູ່ແກ້ວ ໄຊຍະວົງ

ສະບາຍດີ ແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກຂອງ VOA ນຶ່ງວັນ ຫຼັງວັນ Valentine ຫຼືວັນແຫ່ງຄວາມຮັກນີ້ ກໍຕ້ອງພິເສດແດ່. ວັນນະສອນຫວັງວ່າ
ຫຼາຍໆທ່ານຄົງໄດ້ມ່ວນຊື່ນ ແລະໄດ້ໃຫ້ຄວາມຮັກ ພ້ອມທັງ ໄດ້ຮັບຄວາມຮັກຕອບຈາກ
ຄົນຮັກ ພໍ່ແມ່ ຄອບຄົວ ແລະເພື່ອນມິດສະຫາຍ ທີ່ໄດ້ທັງກຸຫຼາບ ດອກໄມ້ຊໍ່ງາມ ຮວມທັງ Chocolate ຂະໜົມຂອງຫວານຕ່າງໆນາໆ. ເນື່ອງໃນໂອກາດວັນແຫ່ງຄວາມຮັກ ວັນດີໆ
ແບບນີ້ ວັນນະສອນ ຂໍມອບເພງຫວານ ໃຫ້ແກ່ທຸກໆທ່ານ ທີ່ກຳລັງຮັບຟັງ​ລາຍການສຽງ
ເພງຈາກແດນໄກ ຂອງ VOA ຢູ່ໃນຂະນະນີ້ ເປັນເພງລາວ “ກຸຫຼາບໃນວັນແຫ່ງຄວາມ
ຮັກ” ທີ່ປະພັນໂດຍເຈົ້າຄຳຜາຍ ກຸນລະວຸດ ນັກປະພັນຄຸນນະພາບ ຈາກ Belgium ແລະຂັບຮ້ອງໂດຍສອງສິນລະປິນ ປະສານກັນ ທັງ ອູ່ແກ້ ໄຊຍະວົງ ແລະລັງສັນ ຈັນທະວີສຸກ. ຂໍໃຫ້ມ່ວນຊື່ນກັບເພງແຫ່ງຄວາມຮັກ ທີ່ຫວານໆນີ້.

ເພງ “ຮັກເຈົ້າຕະຫຼອດໄປ” ເປັນເພງຫວານອີກເພງນຶ່ງທີ່ໄດ້ສິນລະປິນສາວຄົນເກັ່ງ​ຊຶ່ງອີກບໍ່ດົນ ກໍຄົງງຈະໄດ້ມີຄຳນຳໜ້າວ່າ ດຣ. ເປັນໃຜໄປບໍ່ໄດ້ ນອກຈາກ Alexandria ທິດາວັນ ບຸນຊ່ວຍ ຈາກສປປ ລາວ ຂັບຮ້ອງໄວ້ ຂໍມອບເພງນີ້ ໃຫ້ທຸກໆຄູ່ຮັກ ທີ່ກຳລັງ
ຮັກກັນຢູ່ໃນຂະນະນີ້ ແລະກໍຂໍໃຫ້ຮັກກັນຕະຫຼອດໄປ ດັ່ງຊື່ຂອງເພງນີ້ “ຮັກເຈົ້າຕະຫຼອດ
ໄປ”
ວັນນະສອນ ຂໍໃຫ້ເປັນຄໍ່າຄືນນີ້ ເປັນຄ່ຳຄືນທີ່ສຸດແສນຫວານ ອີກຄືນນຶ່ງສຳຫຼັບ
ຄູ່ຮັກ ໃນວັນງົດງາມແບບນີ້.

ສິນລະປິນຄຸນນະພາບ ທີ່ທັງເປັນນັກດົນຕີ ນັກແຕ່ງເພງ ແລະ ນັກຮ້ອງນຳຂອງວົງ
ສັກ ວົງ Cells ທີ່ໄປໂດ່ງດັງໃນປະເທດໄທ ເປັນວົງຣ໊ອກ ທີ່ໜ້າຕິດຕາມຜົນງານ
ແລະຂໍມອບເພງນີ້ໃຫ້ແກ່ແຟນລາຍການ ທຸກຜູ້ທຸກຄົນ ວ່າ ຮັກເຈົ້າສະເໝີ ຊຶ່ງກົງກັບ
ຄວາມຮູ້ສຶກຂອງຜູ້ຈັດລາຍການ ທີ່ມີຕໍ່ທ່ານຜູ້ຟັງ​ແລະກໍຫວັງວ່າ ທ່ານຜູ້ຟັງ ກໍຄົງຈະມີ
ຄວາມຮູ້ສຶກທີ່ດີງາມແບບນີ້ ບໍ່ຫຼາຍກໍໜ້ອຍ ຕໍ່ລາຍການສຽງເພງຈາກແດນໄກ
...ຂໍໃຫ້ເພງ “ຮັກສະເໝີ ” ສົ່ງທ່ານຜູ້ຟັງເຂົ້ານອນ​ຢ່າງສະບາຍໆ​ ນອນຫລັບ​ຝັນ​ດີ.

XS
SM
MD
LG