ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

Jeff Moore - Unknown Soldier


Jeff Moore
Jeff Moore
ສບາຍດີ​ແຟນໆ​ລາຍການ ເນື່ອງ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້​ເປັນວັນ​ພັກ
​ລາດຊະ​ການ ສະຫຼອງ “Memorial Day” ​ໃນ​ສະຫະລັດ ກໍ​ຄື
​ວັນ​ລະ​ລຶກ​ແລະ​ສະດຸ​ດີ​ເຖິງ​ຄຸນງາມຄວາມດີ​ຂ​ອງເຫຼົ່າທະຫານ
​ຜູ້​ກ້າທັງຫຼາຍ ​ທີ່​ໄດ້​ອຸທິດ​ຢາດເຫື່ອ​ແລະ​ຊີວິດ​ເພື່ອ​ນໍາ​ເອົາເສລີ
​ພາບ​, ວັດທະ​ນາ ຖາວອນ​ ແລະຄວາມຜາສຸກ​ ​ມາ​ສູ່​ປະຊາກອນ
​ຊຶ່ງ​ເພງ​ທໍາ​ອິດ​ນີ້​ ຂໍ​ອຸທິດໃຫ້​ແກ່​ບັນດາ​ທະຫານ​ນິລະນາມ​ທັງ​
ຫຼາຍທີ່​ໄດ້​ສະລະ​ຊີບ​ເພື່ອ​ຊາດ ດັ່ງຊື່​ຂອງ​ເພງ​ນີ້​ “Unknown
Soldier” ​ທີ່​ຂັບ​ຮ້ອງ​ໂດຍ Jeff Moore ຂໍເຊີນໄປຟັງພ້ອມໆ
​ກັນ​ເລີຍ.

ເພງ: “Unknown Soldier” ​ທີ່​ຂັບ​ຮ້ອງ​ໂດຍ Jeff Moore
ລິງໂດຍກົງ


​ພ້ອມ​ດຽວ​ກັນ​ນີ້​ກໍ​ໄດ້​ມີ email ຈາກທ່ານ​ແຂກ ​ຂຽນເຂົ້າ​ມາຂໍ​ຟັງ​ເພງສາກົນ ວັນນະສອນ ​ຄິດ​ວ່າ ກໍ​ເໝາະ​ແລ້ວ​ເພາ​ະວ່າຄໍ່າ​ຄື​ນນີ້​ຈະ​ໄດ້​ຫຼິ້ນ​ເພງ​ສາກົນ​ທັງ​ໝົດ​ເລີຍ ຊຶ່ງ​ເພງທີ່​ຂໍ​ມາ​ນັ້ນ ​ເປັນ​ເພງທີ່ໄດ້​ຮັບ​ລາງວັນຊະນະ​ເລີດ​ໃນການການແຂ່ງຂັນຮ້ອງເພງຂອງຢູໂຣບ ຫຼື Eurovision Song Contest ທີ່​ Emmelie de Forest ສິນລະປິນ​ສາວ​ຈາກ Denmark ຂັບ​ຮ້ອງ ໃນ​ບົດ​ເພງ “Only Teardrops.” ​ແລະ​ຝາກ​ຂໍ​ຂອບ​ໃຈ​ທ່ານ ​ແຂກ​ທີ່ຂຽນ​ເຂົ້າ​ມາ ເພາະ​ເພິ່ນ​ຢາກໃຫ້​ຊາວ​ລາວໃນ​ທົ່ວ​ໂລກ ໄດ້​ຟັງ​ເພງ​ທີ່​ເປັນທາງ​ບວກ ​ເພື່ອເກັບ​ໄວ້ເປັນ​ກໍາ​ລັງ​ໄດ້ ​ແລະຫວັງ​ວ່າ​ໂອກາດ​ໜ້າ​ຄົງ​ຈະ​ໄດ້​ເຫັນ email ຂອງ​ທ່ານ ​ແຂກ​ອີກ.

ເພງ: “Only Teardrops” ທີ່​ຂັບ​ຮ້ອງ​ໂດຍ Emmelie de Forest


ຂໍ​ມ້ວນ​ທ້າຍດ້ວຍ​ເພງ​ທີ່​ມີຄວາ​ມສໍາຄັນ​ອີກ​ຕື່ມ​ເພງນຶ່ງ ຂໍ​ມອບ​ໃຫ້​ແກ່​ຄອບຄົວ​ຂອງ​ເຫຼົ່າ​ທະຫານ​ທັງຫຼາຍ ​ແລະ​ຍິງ​ພິ​ເສດ​ໄປກ່ວານັ້ນ ກໍ​ຄື​ບັນດາ​ທະຫານ​ທີ່​ກໍາ​ລັງ​ຮັບ​ພາລະໜ້າ​ທີ່​ເປັນ​ຮົ້ວປ້ອງ​ກັນຊາ​ດຢູ່​ໃນ​ທົ່ວ​ໂລກ ​ໃນ​ປະຈຸ​ບັນ​ນີ້ ຊຶ່ງ​ຊ່າງ​ເຂົ້າ​ກັບ​ເນື້ອ​ໃນຄວາມ​ໝາຍ​ຂອງ​ເພງ​ນີ້ ທີ່​ວ່າ ​ບັນດາ​ທະຫານ​ເຫຼົ່າ​ນີ້ໄດ້​ອຸທິດທັງ​ໝົດຂອງຊີວິດ​ພ​ວກ​ເຂົາ​ເຈົ້າ​ເພື່ອຊາດ ດັ່ງ​ຊື່ຂອງ​ເພງ​ນີ້ “Some Gave All ​ ທີ່ຂັບ​ຮ້ອງ​ໂດຍ Billy Ray Cyrus ພໍ່​ຄົນ​ເກັ່ງ​ຂອງ​ສິນລະປິນສາວ​ນ້ອຍ Mylie Cyrus.
ເພງ: “Some Gave All” ທີ່​ຂັບ​ຮ້ອງ​ໂດຍ Billy Ray Cyrus

ກ່ຽວຂ້ອງກັນ

XS
SM
MD
LG