ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Alan Jackson - “Where Were You When The World Stopped Turning?" (ເບິ່ງວີດີໂອກ່ຽວກັບວັນທີ 11 ກັນຍາ)


ຕຶກແຝດ ສູນກາງການຄ້າໂລກທີ່ New York
ຕຶກແຝດ ສູນກາງການຄ້າໂລກທີ່ New York

ເນື່ອງຈາກວັນອາທິດຜ່ານມານີ້ ເປັນວັນຄົບຮອບ 10 ປີ ຂອງການໂຈມຕີກໍ່ການຮ້າຍຕໍ່ ສະຫະລັດ ວັນທີ 11 ກັນຍາ 2001 ທາງລາຍການສຽງເພງຈາກແດນໄກຂອງ VOA ຈຶ່ງໄດ້ຈັດເພງອາເມຣິກັນ ທີ່ມີຄວາມໝາຍສໍາຄັນ ກ່ຽວພັນກັບວັນດັ່ງກ່າວ ເພື່ອສະດຸດີ, ສັນລະເສີນ ແລະລະລຶກເຖິງ ພວກຜູ້ທີ່ໄດ້ຮັບເຄາະໃນມື້ນັ້ນ ຊຶ່ງຈະຂໍເລີ່ມດ້ວຍເພງ “Where Were You When The World Stopped Turning?”

ເພງ Where Were You When The World Stopped Turning” ​ໂດຍ Alan Jackson

ສະບາ​ຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເພງ​ທີ່​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ເພງ​ທີ່​ເວົ້າ​ເຖິງ ວັນ​ວິນາດ​ສະ​ກໍາ
ຂອງ​ພວກ​ກໍ່​ການ​ຮ້າຍ​ກຸ່ມ Al- Quaida ຕໍ່​ສະຫະລັດ​ໃນ​ວັນ​ທີ 11 ກັນຍາ ປີ 2011 ຊຶ່ງ​
ມັນ​ກໍ​ລ່ວງ​ເລີຍ​ມາ​ບັນຈົບ​ຄົບຮອບ 10 ປີ​ພໍດີ ​ໃນ​ຄໍ່າ​ຄືນ​ນີ້ ​ແລະ​ເພງ "Where Were
You When The World Stopped Turning"
ທີ່ຂັບ​ຮ້ອງ​ໂດຍ Alan Jackson
ກໍ​ຄົງ​ພາ​ໃຫ້ຫຼາຍໆ​ທ່ານ​ລະ​ລຶກ​ເຖິງ ວັນ​ແຫ່ງ​ຄວາມ​ຫາຍະນະ​ຄັ້ງຍິ່ງ​ໃຫຍ່ນີ້ໄດ້​ດີ ເພາະ​
ໄດ້​ມີ​ຜູ້​ເຄາະຮ້າຍ​ເກືອບ​ເຖິງ 3 ພັນ​ຄົນ ອັນ​ຮວມທັງ​ທີ່​ຕຶກ​ແຝດ ​ໃນ​ລັດ​ New York,
ທີ່​ທໍານຽບຫ້າ​ແຈ-Pantagon, Washington DC ​ແລະ​ໃນ​ລັດ Pennsylvania ນໍາ.
ຂໍ​ສະ​ເໜີ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ​ອີກ​ຕື່ມ​ເປັນ​ເພງ​ຂອງ Enrique Iglesias ທີ່​ມີ​ຊື່ວ່າ
"Hero" ​ເພື່ອ​ຈະ​ບອກ​ວ່າ ທຸກໆ​ວິນ​ຍານ​ທີ່​ໄດ້​ສູນ​ເສຍ​ໃນ​ເຫດການ​ວິນາດ​ສະ​ກໍາ​ ວັນ​ທີ
11 ກັນຍາ​ນັ້ນ ​ແມ່ນ​ເປັນ​ພະ​ເອກ, ນາງເອກ, ​ເປັ​ນຜູ້​ກ້າ​ທັງ​ໝົດ​ເລີຍ.

ເພງ: “Hero” ໂດຍ Enrique Iglesias

ຂໍ​ປິດ​ທ້າຍ​ລາຍການ​ດ້ວຍ​ເພງ​ນີ້ "In America" ຂອງ Greg Tanner ທີ່ເວົ້າ​ເຖິງຜືນ
ແຜ່ນດິນ​ອາ​ເມຣິກາ ທີ່​ນໍາ​ຊຶ່ງ​ຄວາມມີ ອິດ​ສະລະ, ​ເສລີ ​ປະຊາທິປະໄຕ ​ແລະ​ເປັນປະ​ເທດ
ທີ່​ໃຫ້​ໂອກາດ. ວັນນະ​ສອນ​ພ້ອມ​ດ້ວທີ​ມງານ​ຂໍ​ລະ​ລຶກ​ເຖິງ ຫຼາຍໆ​ຊີວິດ​ຜູ້​ກ້າ​ທີ່​ໄດ້​ເສຍ​ຊີວິດ
ໃນ​ວັນ​ວິນາດ​ສະ​ກໍານີ້​ດ້ວຍ.

ເພງ: "In America" ໂດຍ Greg Tanner

ເບິ່ງວີດີໂອ ກ່ຽວກັບການໂຈມຕີ ເມື່ອວັນທີ 11 ກັນຍາ 2001:

XS
SM
MD
LG