ສະບາຍດີທ່ານຜູ້ຟັງທີ່ເຄົາຣົບ ອາກາດໃນ Washington DC ກໍຍັງໜາວຢູ່ ກໍເລີຍພາໃຫ້ວັນນະສອນເປັນຫວັດ ສຽງບໍ່ຄອຍຫວານປານໃດ ແຕ່ເຖິງຢ່າງໃດກໍຕາມ
ວັນນະສອນກໍດີໃຈທີ່ໄດ້ນໍາຜົນງານເພງຊຸດໃໝ່ໆຫຼ້າສຸດ
ຂອງຕ້ອມເຣນໂບວມາໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ ຂໍເລີ່ມ
ດ້ວຍເພງນີ້ “ຍັງຄິດເຖິງ” ຊຶ່ງເປັນບົດປະພັນຂອງອາຈານ
ສ. ແສງສິຣິວັນ ແລະໃນຊຸດນີ້ຕ້ອມໄດ້ບອກມາວ່າ ໄດ້ນໍາ
ເພງຂອງ ອາຈານ ສ. ແສງສິຣິວັນ ມາຂັບຮ້ອງກັນຕັ້ງຫຼາຍ
ເພງແນ໋ ເອົາເຊີນຮັບຟັງໄດ້.
ເພງ “ຍັງຄິດເຖິງ”
ຫັວງວ່າເພງ “ຍັງຄິດເຖິງ” ນີ້ຄົງຈະພາໃຫ້ຫຼາຍທ່ານຜູ້ຟັງຫາຍຄວາມຄິດເຖິງເຈົ້າຂອງສຽງ
ແລ້ວລະ ຫຼືບໍ່ກໍຍິ່ງພາໃຫ້ຄິດເຖິງ ເແລະໃນອີກບໍ່ດົນ ຕ້ອມ ເຣນໂບວ ກໍຈະມາກ່ອມອາຣົມ
ປະຊາຄົມລາວໃນສະຫະລັດ ແລະວ່າຖ້າທ່ານໃດຢູ່ໃນລັດ Connecticut ຫຼືອ້ອມແອ້ມນັ້ນ
ກໍຄົງໄດ້ນັ່ງຟັງເພງຂອງ ຕ້ອມ ເຣນໂບວ ຕົວຈິງສຽງຈິງ. ສ່ວນລໍາສີທັນດອນທີ່ຈະຫຼິ້ນ
ໃຫ້ຟັງຕໍ່ໄປນີ້ ບໍ່ໜ້າເຊື່ວວ່າ ຕ້ອມ ຈະລໍາໄດ້ດີຂະໜາດນີ້ ເພາະຄິດວ່າ ຕ້ອມ ຄົງຈະບໍ່ໄດ້
ຖະນັດແນວເພງປະເພດລໍາໆພວກນີ້ ແຕ່ຂໍໂທດ ພໍໄດ້ຟັງແລ້ວວັນນະສອນນຶກວ່າເປັນສຽງ
ໝໍລໍາຈາກພາກໃຕ້ຂອງລາວຂະໜານແທ້ເລີຍ. ເອົາໄປພິສູດກັນໄດ້ເລີຍວ່າ ຈະຈິງແທ້ສໍ່າໃດ
ແລະວ່າ ວັນນະສອນເວົ້າຈິງແທ້ໆບໍ.
ລໍາ: “ສີທັນດອນ”
ວັນນະສອນຕ້ອງຂໍຂອບໃຈທີ່ທ່ານຜູ້ຟັງໄດ້ຝາກທັງ email ແລະຂໍ້ຄວາມໄວ້ທັງ VOA's
website ແລະ Facebook ທີ່ວ່າ ມັກຕິດຕາມຮັບຟັງລາຍການຂອງ VOA ວ່າຊັ້ນ
ແລະຫັວງວ່າ ຄົງຈະໄດ້ເຫັນທ່ານຜູ້ຟັງຂຽນເຂົ້າມາຫາອີກ ສ່ວນເພງທີ່ຂໍມານັ້ນ
ວັນນະສອນຂໍຕິດ ຄ້າງໄວ້ກອ່ນເພື່ອປ່ຽນບັນຍາກາດ ອາທິດໜ້າແນ່ນອນໄດ້ຟັງອີຫຼີລະ
ແລະວ່າຈະເປັນເພງ ຂອງທ່ານຂໍມານັ້ນ ຫຼືບໍ່? ກໍຕ້ອງລໍຖ້າຮັບຟັງ ວັນນະສອນ ລໍ້າລາ
ທ່ານດ້ວຍ ດ້ວຍຄວາມຮັກແລະຄິດເຖິງ ທຸກໆທ່ານເລີຍໃນທຸກໆມູມໂລກ ດັ່ງຄວາມໝາຍ
ຂອງເພງນີ້ “ຝາກຮັກກັບສຽງເພງ” ເປັນເພງຂອງຕ້ອມ ອີກຕື່ມເພງນຶ່ງ ຂໍຈົ່ງນອນຫຼັບຟັນດີ
ແລະພົບກັນໃໝ່ໃນສັບປະດາໜ້າ.
ເພງ: “ຝາກຮັກກັບສຽງເພງ”