ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເພງ​ This Kiss ຂອງ Faith Hill


Faith Hill
Faith Hill

ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົ​ສ​ລົບ ແລະ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຜູ້​ຟັງເຂົ້າ​ສູ່​ລາຍ​ການ​ສຽງ​ເພງ
ຈາກ​ແດນ​ໄກ ແລະ​ເພງ​ທີ່​ທ່ານ​ໄດ້​ຮັບ​ຟັງ​ໄປ​ນັ້ນ ແມ່ນເພງ​ This Kiss ຂອງ Faith Hill
ນີ້ ເປັນ​ເພງ​ທີ່​ມີ​ຄວາມ​ໝາຍ ໂດຍ​ສະ​ເພາະ​ຄູ່​ຮັກ ທີ່​ກຳ​ລັງ​ຫວານ​ຂື່ນ​ກັນ​ຢູ່ ຫຼື​ບໍ່ ກໍ​ເປັນ​
ການ​ພົບ​ຮັກ​ຄັ້ງ​ແລກ ຄັ້ງ​ທຳ​ອິດ​ທີ່​ໄດ້​ຈູບ ຫຼື​ຖືກ​ຈູບ...ແນວ​ໃດ ກໍ​ຕາມ​ແຕ່ ມັນ​ເປັນ​ຈູບ
ທີ່​ຝັງ​ໃຈ ທີ່​ຈົດ​ຈຳ​ມາ​ຮອດ​ເທົ່າ​ເຖິງ​ມື້​ນີ້ ທີ່​ບໍ່​ມີ​ວັນລືມ​ຫາຍ ຫຼື​ເລື່ອນ​ລາງ​ຈາກ​ໄປ
ເອົາ ກໍ​ໃຫ້​ຄູ່​ຮັກ ທັງ​ຫຼາຍ​ ມີ​ຄວາມ​ຈົງ​ຮັກ​ພັກດີ ຊື່​ສັດຕໍ່​ກັນ ແລະ​ຂໍ​ໃຫ້ ຮັກກັນ​ນານໆ
ຕະ​ຫຼອດ​ການ ແບບ​ວ່າ ​ຟັງ​ໄປ​ຍິ້ມ​ໄປ ກຸມ​ມື​ກັນ ແລະແນ່ນອນ this kiss ທີ່​ຍັງຢູ່​ໃນ​
ຄວາມ​ຊົງ​ຈຳ​ຕະ​ຫຼອດ​ການ. ສ່ວນ​ເພງ “Thank U, Next” ຂອງ Ariana Grande
ຕໍ່​ໄປ​ນີ້ ​ຂໍ​ມອບ​ໃຫ້​ກ່​ພວກ​ນ້ອງໆ​ໄວ​ລຸ້ນ​ທັງ​ຫຼາຍ ແລະ​ວັນນະ​ສອນ​ ກໍ​ຫວັງ​ຢ່າງ​ຍິ່ງວ່າ
ຄົງ​ເປັນ​ທີ່​ຖືກ​ໃຈ ຂອງ​ທ່ານ​ຜູ້​ຟັງ​ບໍ່​ຫຼາຍ ກໍ​ໜ້ອຍ ເອົາ​ຢ່າ​ລໍ​ຊ້າ​ ເຂົ້າມາ​ຮ່ວມ​ຮັບ​ຟັງ​
ພ້ອມໆ​ກັນ​ເລີຍ.


​ກ່ອນ​ຈາກ​ກັນ​ໄປ​ໃນ​ຄ່ຳ​ຄືນ​ນີ້ ວັນນະ​ສອນ​ຂໍ​ມ້ວນທ້າຍ​ດ້ວຍ​ເພງ​ຫວານ ​ແບບ​ຟັງ​ແລ້ວ
​ຜ່ອນຄາຍ​ອາລົມ ​ເຂົ້າ​ຫລັບ​ແຕ່​ຫົວຄ່ຳ ​ເພາະ​ຈະ​ໄດ້​ຕື່ນມາ​ສົດ​ໃສ​ໃນ​ວັນ​ຈັນ​ມື້​ອື່ນ ​
ໃນ​ບົດ​ເພງ​ Wasting All These Tears ຂອງ Cassadee Pope. ນອນ​ຫຼັບ
​ຝັນ​ຫວານ ​ແລະພົບ​ກັນ​ໃໝ່​ໃນ​ສະບັບໜ້າ.

XS
SM
MD
LG