ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Tegan ​ແລະ Sara feat. The Lonely Island - Everything Is Awesome


Tegan ແລະ Sara
Tegan ແລະ Sara

ສບາຍ​ດີ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​
ໃນ​ຄ່ຳຄື​ນກາງເດືອນພະຈິກແລ້ວ ຄືນນີ້ວັນນະສອນ ຂໍ​ນຳ​ເພງສາກົນ​ມາ​ຝາກ​
ທ່ານ​ຜູ້​ຟັງ ​ເພື່ອ​ສະຫຼອງຄົບງັນ​ກ່ອນ​ເຖິງ​ວັນ ຂອບ​ຄຸນ​ພະ​ເຈົ້າ ຫຼື Thanksgiving
ຊຶ່ງໄດ້​ຖືກຈັດ​ໃຫ້​ກົງ​ກັບ​ວັນ​ພະຫັດ​ທີ 4 ຂອງ​ເດືອນ​ພະຈິກ​ໃນ​ແຕ່ລະ​ປີ ຈຶ່ງ​ຂໍ​ເລີ່​ມ
ດ້ວຍ​ເພງ My Thanksgiving ທີ່​ຂັບ​ຮ້ອງ​ໂດຍ Don Henley.

ສ່ວນ​ເພງຕໍ່​ໄປ​ນີ້ ຂໍ​ພາ​ທ່ານ​ຍ້ອນ​ໄປ​ຟັງ​ເພງໃນ​ຊຸມ​ປີ 1980 ຊຶ່ງ​ເປັນ​ເພງ​ທີ່​ໂດ່​ງດັງ
ຂອງ​ວົງ The Police ​ໃນ​ບົດ​ເພງ Every Breath You Take...​ເອົາ​ອອກ​ມາ​ຮ້ອງ
​ພ້ອມໆ​ກັນ​ເລີຍ ​ແລະ​ຄິດ​ວ່າ​ຫຼາຍໆ​ທ່ານ​ຄົງ​ຈະ​ພໍຈຳ​ໄດ້.

​ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງມ່ວນໆ ທີ່​ທຸກໆ​ຄົນ​ສາມາດ​ອອກ​ມາ​ເຕັ້ນ​ໄດ້ເປັນ​ເພງ
​ຂອງ Tegan ​ແລະ Sara feat. The Lonely Island ໃນບົດ​ເພງ Everything
Is Awesome!!!

ຂໍໃຫ້ທຸກໆ​ທ່ານນອນ​ລັບ​ຝັນ​ດີ.

XS
SM
MD
LG