ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

You Are The Reason ຂັບ​ຮ້ອງ​ໂດຍ Calum Scott ແລະ Leona Lewis ​


ລາຍ​ການ​ວິ​ທະ​ຍຸ Radio 1 ຂອງ BBC ໃນ​ພິ​ທີລາງວັນຊາວ​ໜຸ່​ມ ໃນ​ນະ​ຄອນ​ລອນດອນ, 8 ພະ​ຈິກ15.
ລາຍ​ການ​ວິ​ທະ​ຍຸ Radio 1 ຂອງ BBC ໃນ​ພິ​ທີລາງວັນຊາວ​ໜຸ່​ມ ໃນ​ນະ​ຄອນ​ລອນດອນ, 8 ພະ​ຈິກ15.

ສບາຍ​ດີ​ທ່ານ​ແຟນ​ເພງ​ທັງ​ຫຼາຍ ​ແລະ​ຄືນນີ້ວັນນະສອນ ຂໍ​ນຳເອົາເພງສາກົນ​ມາ​ຝາກ​
ທ່ານ​ຜູ້​ຟັງ ​ເພື່ອ​ສະຫຼອງຄົບງັນ​ກ່ອນ​ເຖິງ​ວັນຂອບ​ຄຸນ​ພະ​ເຈົ້າ ຫຼື Thanksgiving
ສ່ວນວ່າ​ຈະ​ມີ​ເພງ​ມ່ວນໆ​ ເພງໃດ​ແດ່​ນັ້ນ ຂໍ​ເຊີນ​ມາ​ພິສູດ​ພ້ອມໆກັນ​ເລີຍ.

ສບາຍ​ດີ​ທ່ານແຟນ​ເພງ​ທັງ​ຫຼາຍ​ແລະມື້​ນີ້​ເຮົາ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ
​ສຽງ​ເພງ​ຈາກ​ແດນ​ໄກ​ໃນ​ຄ່ຳຄື​ນທ້າຍເດືອນພະຈິກແລ້ວ ຄືນນີ້ ວັນນະສອນ ຂໍ​ນຳ​
ເພງສາກົນ​ມາ​ຝາກ​ທ່ານ​ຜູ້​ຟັງ ​ເພື່ອ​ສະຫຼອງລ່ວງ​ໜ້າ​ວັນຂອບ​ຄຸນ​ພະ​ເຈົ້າ ຫຼື
Thanksgiving ຊຶ່ງໄດ້​ຖືກຈັດໄວ້ໃຫ້​ກົງ​ກັບ​ວັນ​ພະຫັດ ອາ​ທິດ​ທີ 4 ຂອງ​
ເດືອນ​ພະຈິກ​ໃນ​ແຕ່ລະ​ປີ ຈຶ່ງ​ຂໍ​ເລີ່​ມດ້ວຍ​ເພງ It's Thanksgiving ທີ່​ຂັບ​ຮ້ອງ
​ໂດຍສາວ​ນ້ອຍສຽງ​ໃສ Nicole Westbrook ທີ່​ມ່ວນ​ໆ​ສະ​ໜຸກ​ສະ​ໜານ ພາ​ໃຫ້​
ທ່ານ​ຜູ້​ຟັງໄດ້​ເຫັນ​ບັນ​ຍາ​ກາດ​ການ​ສະ​ຫຼອງ​ວັນ​ຂອບ​ຄຸນ​ພະ​ເຈົ້າ…ເອົາ​ໄປ​ຟັງ
​ພ້ອມໆ​ກັນ​ເລີຍ.

ສ່ວນ​ເພງຕໍ່​ໄປ​ນີ້ ເປັນ​ເພງ​ທີ່ສະ​ໜຸກ​ສະ​ໜານ ​ເພງ​ປະ​ກອບຮູບ​ເງົາ Lego ​ທີ່​ມີ​ຄວາມ​
ໝາຍ​ວ່າ ທຸກ​ສິ່ງ​ຢ່າງ​ແມ່ນ​ວິ​ເສດ​ໝົດ ຖ້າ​ຫາກວ່າ ເຮົາ​ເຮັດ​ຕາມ​ຄວາມ​ຝັນ​ຂອງ​ເຮົາ
ດັ່ງ​ເນື້ອ​ໃນ​ຂອງ​ເພງ​ນີ້ Everything Is Awesome!!! - ທີ່​ຂັບ​ຮ້ອງ​ໂດຍ Tegan
And Sara feat. The Lonely Island.

​ບັດ​ນີ້ ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງມ່ວນໆ ທີ່ວັນ​ນະ​ສອນ​ແນ່​ໃຈ​ວ່າ ຈະຖືກ​ໃຈ​ທັງ​ໜຸ່ມ​
ທັງ​ສາວ​ທຸກໆ​ຄົນນັ້ນ​ລະ ຫວັງ​ວ່າ​ຈະມັກ​ເພງ​ຫວານໆ​ນີ້​ແນ່ນອນ ເອົາ​ລອງ​ໄປ​ພິ​ສູດ​
ດ້ວຍ​ຕົວ​ທ່ານ​ເອງ​ເບິ່ງເປັນ​ເພງ​ຄູ່ ຂອງ​ສິນ​ລະ​ປິນ Calum Scott ແລະ Leona
Lewis
​ໃນ​ບົດ​ເພງ You Are The Reason (Duet Version) ຖ້າ​ມັກ​ແລ້ວ
ຟັງ​ແລ້ວ ມ່ວນ​ແລ້ວ ກໍ​ຢ່າ​ລືມ​ຂຽນ​ເຂົ້າ​ມາ​ບອກ​ແດ່​ເນີ. ຂໍໃຫ້ທຸກໆ​ທ່ານ​ຈົ່ງນອນ
​ຫຼັບ​ຝັນ​ດີ.

XS
SM
MD
LG