ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂາດ​ຮັກ ສຸດຍອດອະມະຕະເພງລາວ ຜົນງານເພງຂອງ ວໍຣະ​ເດດ ດິດທະ​ວົງ


ວໍຣະ​ເດດ ດິດທະ​ວົງ
ວໍຣະ​ເດດ ດິດທະ​ວົງ
ລິງໂດຍກົງ

ສະບາຍ​ດີທຸກໆ​ທ່ານ​ ຫວັງ​ວ່າ​ໝົດທຸກຄົນ​ຄົງ​ຢູ່ດີມີແຮງ ​ອິມໜ່ຳສຳລານ ​ແລະ​ມ່ວນ​ຊື່ນ​ກັບ​ການສະຫຼອງນະມັດ​ສະການ​ພຣະທາດຫຼວງ​ໃນ​ສປປ ລາວ ສ່ວນ​ທາງ​ສະຫະລັດ ກໍ​ໄດ້ສະ
ຫຼອງ​ວັນ Thanksgiving Day ກິນ​ເຂົ້າ​ສາມັກຄີ ຮ່ວມ​ກັບ​ຄອບຄົວ​ແລະເພື່ອນມິດ​ສະຫາຍ ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ​ເປັນ​ທີ່​ລຽບຮ້ອຍ​ແລ້ວ ວັນນະ​ສອນ​ຈຶ່ງ​ຂໍ​ຈັດ​ເພງ ທີ່​ສະ​ແດງ​ອອກ​ເຖິງ​ຄວາມ​ສະໜຸກ​ສະໜາ​ນ​ແລະ​ມີ​ຄວາມ​ໝາຍ​ດີ ຊຶ່ງ​ມັນ​ໝາຍ​ເຖິງ​ຄວາມຮູ້ສຶກ​ທີ່​ດີ ຄວາມ​ມີ​ບຸນຄຸນ ຕໍ່​ແຟນໆ​ລາຍການ​ມາ​ຕະຫຼອດ​ໄລຍະ​ສິບ​ກວ່າ​ປີ ທີ່​ວັນນະ​ສອນ​ໄດ້​ມາຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ຂອງ VOA ​ໄດ້​ຮັບຟັງ​ກັນ​ມາ ວັນນະ​ສອນ​ ພ້ອມ​ດ້ວຍ​ຄະນະ ຂໍຂອບ​ອົກ​ຂອບ​ໃຈ ​ແຟນລາຍການ​ທຸກທທ່ານ ທີ່​ຄອຍ​ຕິດ​ຕາມຮັບ​ຟັງ VOA ຢ່າງ​ສະເໝີຕົ້ນ ສະ​ເໝີ​ປາຍ ​ແລະ​ວັນ​ອາທິດ​ມື້ນີ້ ​ທ້າຍ​ເດືອນພະ​ຈິກນີ້ ວັນນະສອນ ​ຂໍມອບ​ເພງ My Thanksgiving” ທີ່​ຂັບ​ຮ້ອງ​ໂດຍ Don Henley ຂໍ​ມອບ​ເພງ​ນີ້ ໃຫ້ແທນ​ຄຳ​ຂອບ​ໃຈ...ຂໍ​ເຊີນຮ່ວມ​ຟັງ​ເພງນີ້​ພ້ອມໆ​ກັນ​ເລີຍ.

​ເພງ: My Thanksgiving” ໂດຍ Don Henley

​ຂໍ້ຄວາມຂອງ​ຜູ້​ຟັງ Sirichh Chuaephon ​ຂຽນຜ່ານ​ທາງ Website ຂອງ VOA ບອກມາ​ວ່າມັກຟັງ​ລາຍການ VOA ປະຈຳ ​ແລະ​ມັກ​ຫຼາຍ​ສຳນຽງ​ຫຼັງ​ຍາວ ຊຶ່ງ​ມັນ​ອາດ​ຈະ​ໝາຍ​ຄວາມ​ວ່າສຳນຽງຊ້າໆ​-ສຽງ​ຫຼວງ​ພະ​ບາງ ຫຼື​ບໍ່ ກໍ​ບໍ່​ແນ່​ໃຈ ຈັ່ງ​ໃດ​ກໍ​ຂໍ​ຟັງເພງຂອງ​ອາຈານ ວໍຣະ​ເດດ ດິດທະ​ວົງ ມາ​ແລ້ວ ວັນນະ​ສອນ​ ກໍ​ຂໍຈັດ​ໃຫ້​ໄປ​ເລີຍ ບໍ່ບອກ​ຊື່​ກໍ​ຄົງ​ຮູ້​ກັນ ຂໍ​ເຊີນຟັງນີ້​ພ້ອມໆ​ກັນ​ເລີຍ

​ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ ​ແມ່ນ​ເພງ ຂາດ​ຮັກ ຂອງ​ອາຈານ ວໍຣະ​ເດດ ດິດທະ​ວົງ ທີ່​ໂດ່​ງດັງ
ມນອະດີດ ​ແລະ​ກໍ​ໄດ້​ມີ​ຫຼາຍໆ​ສິນລະປິນ​ນຳ​ມາ​ຂັບ​ຮ້ອງ ຮວມທັງ ສິນລະປິນ​ໄທ. ບັດນີ້ ຂໍ​ຈັດ​ເພງ ມອບ​ໃຫ້ ທ່ານ ​ແກ້ວ​ປະ​ເສີດ ສຸດ​ພິທັກ ທີ່ຂຽນ​ຂໍ້ຄວາມມາ​ວ່າ ຂອບ​ໃຈ ​ແລະ​ວ່າ ວັນນະ​ສອນ ຈັດ​ເພງ ​ໄດ້​ດີ​ຫຼາຍ​ ​ເພ​າະ​ວ່າ ​ໄດ້​ຈັດ​ເພງ​ອະມະຕະ ທີ່​ມີ​ເນື້ອ​ຫາ​ທີ່​ມີ​ຄວາມ​ໝາຍ​ເລິກ​ຊຶ້ງ ຄິດ​ເຖິງ​ອະດີດ ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​ທີ່​ພັດ​ພາກ​ຈາກ​ມາ ​ແລະ​ຄິດ​ເຖິງ​ອະດີດ​ຮັກ ​ແລະ​ພ້ອມ​ນີ້​ກໍອວຍພອນ​ມາ​ວ່າ ​ໃຫ້​ມີ​ສຸກຂະພາບ​ແຂງ​ແຮງ ​ແລະ​ໃຫ້ຢູ່​ຄູ່​ກັບ VOA ຕະຫຼອດ​ໄປ ວັນນະ​ສອນ ຈຶ່ງຂໍ​ຈັດ​ເພງ ຫວານ​ໃນ​ອະດີດຄືເພງ ນາງທີ່ຮັກ ຂອງ ສີ​ລາ​ວົງ ​ແກ້ວ ມອບ​ໃຫ້ ​ເພື່ອຈະ​ໄດ້​ລຳ​ລຶກ​ເຖິງ​ຄວາມ​ຫຼັງ ແລະ​ແນ່ນອນ ​ເພງ​ນີ້ຄົງຈະ​ເຮັດ​ໃຫ້​ຫຼາຍໆ​ທ່ານ ນອນ​ລັບ​ສະ​ບາຍ. ພົບ​ກັນ​ໃໝ່​ໃນ​ວັນອາທິດ ສັບ​ປະດາ​ໜ້າ.


ການສະແດງສົດທີ່ນະຄອນຫຼວງປາຣີ...

XS
SM
MD
LG